Homeຂ່າວການພັດທະນາລາວ ກຳນົດ 4 ສະໜາມ ຮອງຮັບຕະຫຼາດການບິນອາຊຽນ

ລາວ ກຳນົດ 4 ສະໜາມ ຮອງຮັບຕະຫຼາດການບິນອາຊຽນ

Published on

ການແຂ່ງຂັນຂອງຕະຫຼາດການບິນໃນອາຊຽນ ຖືວ່າເລີ່ມເຂັ້ມຂຸ້ນຫລັງການເປີດປະຊາຄົມເສດຖະກິດອາຊຽນບໍ່ເທົ່າໃດເດືອນມານີ້ ໂດຍສະເພາະກໍແມ່ນ ການບຸກເຂົ້າສູ່ຕະຫລາດສປປລາວຂອງສາຍການບິນຕົ້ນທຶນຕໍ່າແອເອເຊຍ ແລະ ມີອີກສາມສີ່ສາຍການບິນທີ່ຈະບິນກົງເຂົ້າສູ່ປະເທດພວກເຮົາແຕ່ນີ້ຫາທ້າຍປີ.

ຂະນະທີ່ກົມການບິນພົນລະເຮືອນ ກຳນົດ 4ສະຫນາມບິນ ໃນນີ້ມີ ສະໜາມບິນສາກົນ (ວັດໄຕ, ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ) ເຊິ່ງປະຕິບັດຕາມສັນຍາຫຼາຍຝ່າຍອາຊຽນວ່າດ້ວຍການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທາງອາກາດຢ່າງເສລີເຕັມຮູບແບບ ກໍ່ຄືສັນຍາກັບບັນດາປະເທດຄູ່ເຈລະຈາ.

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...