spot_img
Homeຂ່າວຕ່າງປະເທດຊິ​ມບັບ​ເວ ​ເຄີຍ​ໃຊ້​​ທະນະ​ບັດ ໃບ 100 ພັນ​ຕື້​

ຊິ​ມບັບ​ເວ ​ເຄີຍ​ໃຊ້​​ທະນະ​ບັດ ໃບ 100 ພັນ​ຕື້​

Published on

ຊີ​ເອັນ​ເອັນ​ເຜີຍ​ແພ່​ກ່ຽວ​ກັບ​ສະກຸນ​ເງິນ​ໃນ​ຊິ​ມບັບ​ເວ​ທີ່​ເຄີຍ​ມີ​ທະນະ​ບັດ 100 ພັນ​ຕື້​ໂດ​ລາຊິ​ມບັບ​ເວ​ໃຊ້​ພາຍ​ໃນ​ປະ​ເທດ.

ຊິ​ມບັບເວ​ເປັນ​ປະ​ເທດ​ທີ່​ມີ​ຊາວ​ຕ່າງປະ​ເທດ​ສາມາດ​ໃຊ້​ເງິນ​ສະກຸນ​ຕ່າງ​ໆ​ໄດ້​ຫຼາກ​ຫຼາຍ​ທັງ​ເງິນ​ແຣນຂອງ​ອາ​ຟຣິກາ​ໃຕ້, ​ເງິນ​ປອນ​ຂອງ​ອັງກິດ, ​ເງິນ​ໂດ​ລາ​ຂອງ​ອາ​ເມ​ລິ​ກາ, ​ເງິ​ນຣູປີ​ຂອງ​ອິນ​ເດຍ, ​ເງິນ​ເຢນຂອງ​ຍີ່ປຸ່ນ ​ແລະ ​ເງິນ​ຢວນຂອງ​ສປ ຈີນ, ​ເງິນ​ສະກຸນ​ຕ່າງໆ​ສາມາດ​ໃຊ້​ໃນ​ຊິ​ມບຳ​ເວ​ໄດ້​ກໍ່​ເພາະ​ຄວາມ​ພະຍາຍາມ​ແກ້​ໄຂ​ບັນຫາ​ອັດຕາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ​ໃນ​ຊິ​ມບັບ​ເວ. ທັງ​ນີ້​ການ​ໃຊ້​ເງິນ​ສະກຸນ​ຫຼາກ​ຫຼາຍ​ໃນ​ຊິ​ມບັບ​ເວ​ມາ​ຕັ້ງ​ແຕ່​ປີ 2009 ຫຼັງ​ຈາກ​ຕ້ອງ​ປະ​ສົບ​ບັນຫາ​ອັດຕາ​ເງິນ​ເຟີ້​ສູງ​ເຖິງ 5.000% ​ເຮັດ​ໃຫ້​ເງິນ​ຈຳນວນ​ທໍ່​ເກົ່າ​ເກືອບ​ບໍ່​ມີຄ່າ, ຂໍ້​ມູນ​ຂອງ​ທະນາຄານ​ສຳຮອງ​ເງິນຕາ​ຊິ​ມບັບ​ເວລະ​ບຸ​ວ່າ ຫຼັງ​ຈາກ​ໃຊ້​ມາດ​ຕະການ​ເງິນ​ຫຼາຍ​ສະກຸນ​​ເຮັດ​ໃຫ້​ອັດຕາ​ເງິນ​ຝືດ​ຢູ່​ທີ່ -2,3%, ທີ່ຜ່ານ​ມາ  ຊິ​ມບັບ​ເວ​ມີ​ທະນະ​ບັດ​ມູນ​ຄ່າ​ສູງ​ເຖິງ 100.000.000.000.000​ ໂດ​ລາຊິ​ມບັບເວ​ (100 ພັນ​ຕື້​ໂດ​ລາຊິ​ມບັບເວ) ນອກຈາກ​ນີ້​ຍັງ​ມີ​ທະນະ​ບັດ​ມູນ​ຄ່າ 10 ພັນ​ຕື້​ໂດ​ລາຊິ​ມບັບ​ເວ ​ແລະ 1 ພັນ​ຕື້​ໂດ​ລາຊິ​ມບັບ​ເວ ​ໂດຍ​ທະນະບັດ​ຫຼັກ​ພັນ​ຕື້​ໂດ​ລາຊິ​ມບັບເວ​ເຫຼົ່ານີ້​ຍັງ​ສາມາດ​ນຳ​​ໄປ​ແລກ​ກັບ​ເງິນ​ໂດ​ລາ​ສະຫະລັ​ດ​ໄດ້​ເຖິງ​ທ້າຍ​ເດືອນ​ເມສາ​ທີ່​ຜ່ານ​ມາ ​ແຕ່​ມີ​ມູນ​ຄ່າ​ພຽງ 0,40 ​ໂດ​ລາ​ສະຫະລັດ​ເທົ່າ​ນັ້ນ.

ທ່ານ​ ​ແມນ ກຸດ​ຢາ ຜູ້​ວ່າການ​ທະນາຄານ​ສຳຮອງ​ເງິນຕາຊິ​ມບັບ​ເວ​ກ່າວ​ວ່າ ຈາກ​ອັດຕາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ​ ປະ​ເທດ​ໄດ້​ຜ່ານ​ໄລຍະ​ລຳບາກ​ເພາະ​ບໍ່​ມີ​ເຄື່ອງມື​ມາ​ຕໍ່​ສູ້​ກັບ​ສະພາບ​ອັດຕາ​ເງິນ​ທີ່​ແປ​ປວນຕະຫຼອດ​ເວລາ ​ໂດຍ​ຕ້ອງ​ພິມ​ທະນະ​ບັດ​ໃໝ່ໆ​ເພີ່ມ​ຂຶ້ນ ​ແລ້ວ​ຄ່າ​ເງິນ​ກໍ່​ປ່ຽນທຸກ​ນາທີ, ຊຶ່ງຍັງ​ອີກດົນ​ທີ່​ຊິ​ມບັບ​ເວ​ຈະ​ຫັນ​ມາ​ໃຊ້​ສະກຸນ​ເງິນ​ຂອງ​ປະ​ເທດ​ຕົນ​ເອງ ຂະນະ​ນີ້​ມີ​ການ​ໃຊ້​ຫຼຽນ“ບອນ”​ຫຼາຍ ໂດຍ​ຫຼຽນ​ແຕ່​ລະ​ຫຼຽນ​ມີຄ່າ​ເທົ່າ​ກັບ 1 ​ໂດ​ລາ​ສະຫະລັດ ​ໂດຍ​ມີ​ຫຼຽນ​ບອນ​ໝູນວຽນ​ໃນ​ລະບົບ​ມູນ​ຄ່າ​ຫຼາຍ​ກວ່າ 13 ລ້ານ​ໂດລາ​ສະຫະລັດ ຊຶ່ງຊິ​ມບັບ​ເວ​ກຳລັງ​ຈະ​ພິມ​ທະນະ​ບັດ​ບອນ​ທີ່​ມີ​ມູນ​ຄ່າ​ຫຼາຍ​ກວ່າ 20 ​ໂດ​ລາ​ສະຫະລັດ​ມາ​ໃຊ້​ໃນ​ລະບົບ ຫຼັງ​ຈາກ​ປະສົບ​ກັບ​ພາວະ​ເງິນສົດ​ຂາດ​ແຄນ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...