ອ່ານຕໍ່ຈາກສະບັບກ່ອນ
ໄດ້ບອກໃຫ້ເປິ້ນຂັບລົດໄປຫາບ້ານເຊົ່າບ້ານພັກນອນ ເພາະຄືນນີ້ລາວບໍ່ຢາກກັບໄປນອນທີ່ຫ້ອງ ນ້ອຍຮູ້ດີແລ້ວວ່າ ຄິ້ມຕ້ອງໄປຫາລາວທີ່ຫ້ອງນອນ ເໝືອນກັບທຸກຄັ້ງ ແລະ ກໍ່ເປັນໄປຕາມທີ່ຄິດ ຄິ້ມໄດ້ໄປຫານ້ອຍທີ່ຫ້ອງແຖວນັ້ນ ຄິ້ມໄດ້ເຄາະປະຕູຫ້ອງ ແລະ ຮ້ອງໃຫ້ນ້ອຍກັບເປິ້ນອອກປະເປີດປະຕູແຕ່ກໍ່ມິດ ແນມເບິ່ງໄຟຫ້ອງກະປິດເໝືອນບໍ່ມີຄົນຢູ່ ແລ້ວຄົນຂ້າງຫ້ອງກໍ່ອອກມາບອກກັບຄິ້ມວ່າຍັງບໍ່ເຫັນນ້ອຍກັບເປິ້ນກັບຫ້ອງເທື່ອ ຄິ້ມເລີຍຈົກໂທລະສັບຂຶ້ນມາຈາກຖົງໂສ້ງແລ້ວກົດໂທຫານ້ອຍເທື່ອທຳອິດນ້ອຍບໍ່ຮັບສາຍ ເທື່ອທີສອງນ້ອຍປິດເຄື່ອງບໍ່ສາມາດຕິດຕໍ່ໄດ້ ຄິ້ມເລີຍໂທເຂົ້າໜ່ວຍຂອງເປິ້ນກໍ່ປິດເຄື່ອງເຊັ່ນກັນ ຄິ້ມເລີຍໂທຫາຄຳແສງເພື່ອຫວັງວ່າສອງຄົນນັ້ນຈະໄປຫາ ແຕ່ຄຳແສງກໍ່ປະຕິເສດບໍ່ຮູ້ເລື່ອງ ເມື່ອເປັນແບບນີ້ຄິ້ມຮູ້ສຶກກະວົນກະວາຍໃຈຮ້ອນຮົນ ລາວໄດ້ຂັບລົດອອກໄປ ແລະ ໄປເລາະເບິ່ງຕາມຮ້ານບັນເທີງຕ່າງໆ ເພື່ອຈະພົບສອງຄົນນັ້ນທັງຄືນ ແຕ່ກໍ່ບໍ່ມີວີ່ແວວ, ບໍ່ມີຮ່ອງຮອຍເລີຍ, ຄິ້ມຮູ້ສຶກເມື່ອຍ, ຮູ້ສຶກອ່ອນລ້າ, ທໍ້ແບບບໍ່ເຄີຍເປັນມາກ່ອນ
ທາງດ້ານນ້ອຍກັບເປິ້ນຄືນນີ້ກໍ່ເປັນອີກຄືນທີ່ນ້ອຍຕ້ອງລັບທັງນ້ຳຕາ ເຊິ່ງການຕັດສິນໃຈຈາກຄົນທີ່ຕົນຮັກມັນຊ່າງມໍລະມານຮູ້ສຶກເຈັບປວດຈົນໃຈຈະຂາດ ເປິ້ນທີ່ນອນຂ້າງໆໄດ້ຍິນສຽງໄຫ້ຂອງນ້ອຍດັງຊິໆ ເບົາໆ ລາວເລີຍມືນຕາຂຶ້ນ ເຫັນໝູ່ນັ່ງກອດເຂົ່າໄຫ້ທີ່ຂ້າງໆຕົນ ເປິ້ນເລີຍລຸກຂຶ້ນມານັ່ງ ແລະ ໂອບກອດໝູ່ໄວ້ພ້ອມທັງເວົ້າປອມໃຈ
ເປິ້ນ: ນ້ອຍ! ເຮົາລະບໍ່ຈັກສິວ່າ! ອົດທົນເດີ້…ແລ້ວທຸກຢ່າງມັນຈະຜ່ານໄປໄດ້ຄືທີ່ຜ່ານມາ
ນ້ອຍໄດ້ຄາຍກອດຈາກເປິ້ນແລ້ວແນມເບິ່ງໜ້າໝູ່ທັງເວົ້າທັງໄຫ້ດ້ວຍນ້ຳສຽງສັ່ນຄອນວ່າ: ມັນບໍ່ຄືເກົ່າແລ້ວເປິ້ນ! ຄັ້ງນີ້ມັນແຮງເກີນທີ່ເຂົາຮັບໄດ້! ທີ່ຜ່ານມາເຂົາບໍ່ເຄີຍຄິດ ບໍ່ເຄີຍຮູ້ເລີຍວ່າພວກເຂົາທັງສອງຈະມີຄວາມສຳພັນກັນເລິກຊຶ້ງຂະໜາດນີ້! ເຂົາຍອມປ່ຽນຕົວເອງ! ຍອມເປັນຄົນຮູ້ຜູ້ດີ, ຍອມອົດທົນ ເຮັດດີທຸກຢ່າງກັບລາວເພື່ອຫວັງວ່າຈະມີຈັກວັນໜຶ່ງທີ່ລາວຈະຄິດປ່ຽນໃຈກັບມາຮັກເຂົາຄົນດຽວ ແຕ່ສິ່ງທີ່ເຂົາເຮັດມັນບໍ່ເປັນຜົນເລີຍ! ເຂົາຍອມແພ້ແລ້ວເພິ່ນ ເຂົາຍອມແລ້ວ
ເປິ້ນຖອນຫາຍໃຈ: ເຮີ້ຍ! ຂ້ອຍກໍ່ບໍ່ເຄີຍຄິດວ່າຄິ້ມຈະເຮັດແບບນີ້ກັບເພິ່ນໄດ້! ເຂົາລະເມື່ອຍໃຈແທນ! ແລ້ວເພິ່ນຈະເຮັດແນວໃດຕໍ່ໄປ
ນ້ອຍ: ເຂົາວ່າຈະໄປບວດຂາວທີ່ວັດປ່າແຖວວັດສວນວັດທະນະທຳວັດທີ່ເຂົາມັກໄປເປັນປະຈຳ ໄປພັກຄວາມວຸ້ນວາຍທາງໂລກຈັກທິດໜຶ່ງ ເພື່ອເຂົາຈະໄດ້ສະຕິ ຫຼື ເຫັນທາງສະຫວ່າງໃນຊີວິດຫຼາຍກ່ວານີ້ ຄື! ເຮົາບໍ່ເຫັນທາງອອກທາງໃດແລ້ວຈະດີກ່ວາການບວດ ເພາະການໄປຫຼິ້ນ, ກິນສິ່ງມຶນເມົາມັນຄົງບໍ່ແມ່ນຄຳຕອບທີ່ເຮັດໃຫ້ໃຈເຮົາສະຫງົບລົງໄດ້
ເປິ້ນ: ແລ້ວເລື່ອງວຽກງານເດ ເພິ່ນຈະເຮັດແນວໃດ
ນ້ອຍ: ເຂົາຈະຂຽນໃບລາພັກປະຈຳປີ! ເຂົາຈະຂໍໃຊ້ວັນພັກທີ່ມີ15ວັນ ເພື່ອລາພັກໃນຄັ້ງນີ້ ແລະ ເຂົາມີແນວຂໍເພິ່ນ ເພິ່ນຈົ່ງເລື່ອງນີ້ເປັນຄວາມລັບຢ່າບອກໃຫ້ໃຜຮູ້ເດັດຂາດ
ເປິ້ນ: ຖ້າເພິ່ນຄິດດີແລ້ວເຂົາກໍ່ໂມທະນາໃຫ້ເພິ່ນພົບແສງສະຫວ່າງທາງຈິດໃຈໃຫ້ໄດ້ໄວໆເດີ້
ຫຼັງຈາກນັ້ນຕໍ່ມານ້ອຍກໍ່ຂຽນໄປລາພັກກັບທາງຫ້ອງການ ແລະ ໄປປະຕິບັດທຳທີ່ວັດປ່າສວນວັດທະນະທຳ ດ້ວຍຈິດໃຈທີ່ສະຫງົບສຸກ ແລະ ໃນວັນດຽວກັນກໍ່ມີຜູ້ຊາຍຄົນໜຶ່ງໄປບວດຂາວເຊັ່ນດຽວກັນ ພວກເຂົາບວດຂາວພ້ອມກັນ ຢາພໍ່ໃຫຍ່ຮັບບວດໃຫ້ໄດ້ຖາມແມ່ອອກນ້ອຍກ່ອນວ່າຈະຖືສິນຈັກວັນ ແມ່ຊີນ້ອຍຕອບວ່າ 7 ວັນ ແລະ ກໍ່ຫັນມາຖາມພໍ່ອອກຄົນນັ້ນວ່າຈະບວດຈັກວັນ ພໍ່ອອກຄົນນັ້ນກໍ່ແນມເບິ່ງໜ້ານ້ອຍແລະຕອບຢາພໍ່ໄປວ່າ ຂໍຖືສິນ 7 ວັນ
ຄິ້ມ ລາວໄດ້ພະຍາຍາມຕິດຕໍ່, ຊອກຫານ້ອຍ, ຖາມເລື່ອງນ້ອຍກັບເປິ້ນ ແຕ່ເປິ້ນບໍ່ບອກ ລາວເໝືອນກັບຄົນບ້າປ່ວງຈິດໃຈບໍ່ຢູ້ກັບເນື້ອກັບຕົວເຮັດວຽກກໍ່ຊັກຊ້າ, ຫຼົງລືມບໍ່ຫ້າວຫັນເໝືອນແຕ່ກ່ອນ ຈົນຫຼາຍຄັ້ງທີ່ຄຳແສງຕ້ອງລັກເຮັດວຽກຊ່ວຍເພື່ອບໍ່ໃຫ້ຄິ້ມມີຄຳຕຳນິຫຼາຍຜ່ານໄປ 3 ວັນແລ້ວ
ມາກ່າວເຖິງບີ້ ບີ້ມີຄວາມຄິດຄຽດແຄ້ນໃຫ້ຄິ້ມແລະນ້ອຍເປັນທີ່ສຸດ ລາວໄດ້ສາບແຊ່ງສອງຄົນນີ້ບໍ່ໃຫ້ໄດ້ຄອງຄູ່ກັນ ເຊິ່ງລາວມີຄວາມຄິດຈະແກ້ແຄ້ນສອງຄົນນັ້ນ ແຕ່ກໍ່ຖືກປານໝູ່ທີ່ຫຼິ້ນນຳກັນແຕ່ຍັງນ້ອຍຫ້າມໄວ້ກ່ອນ
ບີ້: ກູຈະຕ້ອງແກ່ແຄ້ນສອງຄົນນີ້ໃຫ້ມັນສະສົມກັບທີ່ພວກມັນເຮັດໄວ້ກັບກູ! ກູຈະບໍ່ມີວັນກັບໄປຫາຜູ້ຊາຍຊົ່ວຄົນນັ້ນອີກ;
ປານ: ກູວ່າມຶງປ່ອຍເຂົາໄປເທາະ! ປ່ອຍເຂົາໄປດີແລ້ວ ແກ້ແຄ້ນໄປກໍ່ເທົ່ານັ້ນ ມັນບໍ່ໄດ້ຫຍັງກັບຄືນມາດອກ
ບີ້: ແຕ່ມັນໄດ້ຄວາມສະໃຈ! ກູຢາກໃຫ້ມັນຮູ້ວ່າການຖືກຫັກໜ້າມັນເປັນແນວໃດ! ກູເສຍທັງຕົວ, ເສຍທັງກຽດ ເສຍທັງໃຈ ແລ້ວມຶງຈະໃຫ້ກູຢູ່ເສີຍໆໄດ້ແນວໃດ໋
ປານ: ມຶງເບິ່ງລະຄອນຫຼາຍເກີນໄປບໍ່ເຮີ້ຍ! ນີ້ມັນຊີວິດຈິງ! ອີກຢ່າງເລື່ອງເສຍຕົວ ມຶງກະເສຍມາແຕ່ໃດ ເສຍໃຫ້ຫຼາຍຄົນແລ້ວບໍ່ແມ່ນມີແຕ່ບັກຄິ້ມ ຄິດວ່າຕ່າງຄົນຕ່າງມັນສະລະແລ້ວ! ກູເຕືອນດ້ວຍຄວາມຫວັງດີໃນຖະນະເປັນໝູ່ກັນເດີ້ ມຶງຄວນປ່ອຍເຂົາໄປສະ! ມຶງເຄີຍຖິ່ມບັກຄິ້ມໄປໄດ້ແລ້ວມຶງສິປ່ອຍມັນໄປອີກຄັ້ງບໍ່ໄດ້ສະເບາະ ມຶງຄິດແຄ້ນເຂົາມຶງກະທຸກເອງ ເທື່ອມຶງຄາດສະຕິໄປເຮັດຫຍັງຮ້າຍແຮງ ເທື່ອເຂົາແຈ້ງດຳເນີນຄະດີກັບມຶງ ມຶງແຮງສິໝົດອານາຄົດເລີຍ! ມຶງຍັງສາວ! ມຶງຍັງງາມມຶງຊອກໃໝ່ໄດ້! ເອົາຄົນທີ່ດີກ່ວາບັກຄິ້ມກະໄດ້ ມຶງສິແຄຣຫຍັງ
ເມື່ອບີ້ໄດ້ຍິນໝູ່ເວົ້າແບບນີ້ ລາວກໍ່ເລີ່ມມີທ່າທີອ່ອນລົງ ແລະ ຄິດໃນສິ່ງທີ່ໝູ່ເວົ້າ ຫຼັງຈາກນັ້ນມາບີ່ກໍ່ທຳໃຈໄດ້ ແລະ ກາຍເປັນຜູ້ຍິງລັນລາຄືເກົາ ພາຍໃນເວລາບໍ່ດົນບີ້ກໍ່ມີຄົນໃໝ່ເຂົາມາລົມ.
ຄຳແສງເຫັນຄິ້ມບໍ່ເປັນຜູ້ເປັນຄົນລາວເລີຍໄປຖາມຄວາມຈິງກັບເປິ້ນ ທຳອິດເປິ້ນບໍ່ຢາກບອກ ແຕ່ສຸດທ້າຍເປິ້ນກໍ່ໃຈອ່ອນບອກຄຳແສງໃຫ້ຮູ້ບ່ອນຢູ່ປັດຈຸບັນຂອງນ້ອຍ ແລະ ຢ້ຳບໍ່ໃຫ້ຄຳແສງບອກໃຫ້ຄິ້ມຮູ້ ແຕ່ຄຳແສງກໍ່ບໍ່ໄດ້ຄິ້ມດ້ວຍຄຳເວົ້າແຕ່ລາວພັດບອກຄິ້ມໂດຍການຂຽນທີ່ຢູ່ຂອງນ້ອຍໃສ່ເຈ້ຍໂນ໊ດສີເຫຼືອງແລ້ວຢື່ນໃຫ້ຄິ້ມໃນເວລາເຮັດວຽກແທນ ຄິ້ມອ່ານເຈ້ຍໂນ໊ດທີ່ຄຳແສງສົ່ງໃຫ້ລາວດີໃຈແຮງຈົນລືມຕົວ ຫຼົງໂດດກອດມາຫອມແກ້ມຄຳແສງ ຈົນເພື່ອຮ່ວມງານແນມເບິ່ງດ້ວຍສາຍຕາແປກໆ ຈົນຫົວໜ້າພະແນກເອີ້ນທັງສອງເຂົ້າໄປຕັກເຕືອນອົບຮົມການປະພຶດ
ເຊົ້າມື້ຕໍ່ມາເປັນວັນເສົາ ຄິ້ມໄດ້ຊວນແມ່ໄປເພນອາຫານທີ່ວັດນ້ອຍບວດຢູ່ ປະມານ 10:30ໂມງ ຄິ້ມ ແລະ ແມ່ໄດ້ພາກັນຍ່າງເຂົາໄປທີ່ສາລາວັດ ບ່ອນທີ່ເພິ່ນສັນເພນ ມືຂວາຄິ້ມຫິ້ວກະຕ່າຂອງກິນ ມືຊ້າຍຈູງມືແມ່ຄ່ອນຍ່າງເຂົ້າໄປ ດ້ວຍຈິດໃຈທີ່ຈົດຈໍ່ ໃຈໜຶ່ງລາວກໍ່ຄິດວ່າຈະເຫັນນ້ອຍໃນສະພາບແຖຫົວໂລ້ນ ແຕ່ໄປເຫັນແທ້ໆນ້ອຍນຸ່ງຊຸດຂາວ ເກົ້າຜົນ ແລະ ມີພຽງຜ້າຂາວມັກເກົ້າຜົມໄວ້ເທົ່ານັ້ນຄິ້ມຮູ້ສຶກໂລ່ງໃຈ ເມື່ອຄິ້ມແລະແມ່ໄປຖວາຍອາຫານ ແມ່ຊີນ້ອຍ ກັບ ພໍ່ຂາວໜຸ່ມອົງໜຶ່ງກໍ່ມາກັນນຳຂອງກິນໄປຈັດໃສ່ພາ ແລະ ພາກັນຍົກພາເຂົ້າມາ ເມື່ອສັນເພນແລ້ວ ແມ່ຊີນ້ອຍ ກັບ ພໍ່ຂາວກໍ່ພາກັນມ້ຽນພາເຂົ້າກວດສາລາ ແລະ ລ້າງຖ້ວຍ ສ່ວນຄິ້ມກັບແມ່ກໍ່ຍັງບໍ່ທັນກັບ ແມ່ຄິ້ມໄດ້ນັ່ງລົມກັບແມ່ຂາວເຖົ້າໃນວັດສ່ວນຄິ້ມກໍ່ສັງເກດການ ເບິ່ງແມ່ຊີນ້ອຍ ບໍ່ກ້າເຂົ້າໄປໃກ້ ເມື່ອແມ່ຊີນ້ອຍເຮັດວຽກແລ້ວໆ ແມ່ຊີນ້ອຍກໍ່ຍ່າງມາທັກທາຍສະບາຍດີແມ່ຂອງຄິ້ມດ້ວຍສີໜ້າທ່າທາງອ່ອນໂຍນຕາມປົກກະຕິ ສ່ວນຄິ້ມກໍ່ບໍ່ໄດ້ຖາມຫຍັງເພາະແມ່ຊີນ້ອຍບໍ່ປ່ອຍໂອກາດເລີຍ ເວລາຜ່ານໄປຈົນຮອດ 14:00ໂມງ ແມ່ຄິ້ມໄດ້ຊວນຄິ້ມກັບເຮືອນ ທີ່ຈິງຄິ້ມກໍ່ບໍ່ຢາກກັບ ເພາະຕົນຍັງບໍ່ທັນໄດ້ເວົ້າຫຍັງກັບແມ່ຊີນ້ອຍເລີຍ ແຕ່ຂັດໃຈແມ່ບໍ່ໄດ້ກໍ່ເລີຍພາແມ່ກັບເມືອ ແມ່ຊີນ້ອຍໄດ້ແນມເບິ່ງຄິ້ມ ແລະ ແມ່ຍ່າງໄປຂຶ້ນລົດດ້ວຍແວວຕາເສົ້າໆ ກ່ອນທີ່ຄິ້ມຈະໄຂປະຕູລົດລາວໄດ້ຫັນມາເບິ່ງແມ່ຊີນ້ອຍ ແຕ່ແມ່ຊີນ້ອຍພັດລົບໜ້າຫັນຫຼັງໃສ່ ຄິ້ມເລີຍຂຶ້ນລົດ ໄປ ໃນຂະນະທີ່ຢູ່ໃນລົດ ແມ່ກໍ່ຖາມເຫດຜົນທີ່ນ້ອຍມາບວດຂາວ ເພາະແມ່ຄິ້ມຍັງບໍ່ຮູ້ເລື່ອງທີ່ພວກເຂົາມີບັນຫາກັນ ແຕ່ຄິ້ມກໍ່ຕອບແບບລົວໆ ຈັບໃຈຄວາມແທ້ຈິງບໍ່ໄດ້
ຕອນແລງປະມານ 16:00ໂມງ ແມ່ຊີນ້ອຍໄດ້ໄປຫົດສວນຜັກສະຫຼັດທີ່ບັນດາພວກແມ່ຂາວປູກໄວ້ຊ່ວຍແມ່ຂາວ ແລະ ພໍ່ຂາວຄົນທີ່ມາບວດພ້ອມແມ່ຊີນ້ອຍ ກໍ່ມາຫົດໜານຜັກຊ່ວຍ ໃນຂະນະທີ່ຫົດນັ້ນ ພໍ່ຂາວໄດ້ໄປຫົດໜານໃກ້ໆກັບໜານຜັກແມ່ຊີນ້ອຍຫົດ ໜ້າຕໍ່ຫນ້າປະສານກັນຂັ້ນພຽງແຕ່ໜານຜັກເທົ່ານັ້ນ ພໍ່ຂາວໄດ້ຖາມແມ່ຊີນ້ອຍວ່າ: ພໍ່ອອກຄົນນັ້ນແມ່ນຄົນຮັກຂອງແມ່ຊີນ້ອຍແມ່ນບໍ່? ເມືອແມ່ຊີນ້ອຍໄດ້ຍິນແບບນັ້ນກໍ່ຟ້າວເງີຍໜ້າມາເບິ່ງໜ້າຂອງພໍ່ຂາວທັນທີ
ນ້ອຍຈະພົບຮັກຄັ້ງໃໝ່ໃນວັດກັບຊາຍທີ່ມາບວດມື້ດຽວກັນ ຫຼື ຈະກັບໄປຫາຄິ້ມຄືເກົ່າຕ້ອງຕິດຕາມສະບັບຕໍ່ໄປ
“ຄວາມຄຽດແຄ້ນພະຍາບາດ ມັນກໍ່ເໝືອນໄຟທີ່ເຜົາໄໝ້ຈິດໃຈໃຫ້ວອດວາຍ”
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌