spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການໜ້າມືດ, ເປັນວິນ ເກີດຂຶ້ນຍ້ອນຫຍັງ ແລະ ຄວນປະຕິບັດແນວໃດແນ່

ອາການໜ້າມືດ, ເປັນວິນ ເກີດຂຶ້ນຍ້ອນຫຍັງ ແລະ ຄວນປະຕິບັດແນວໃດແນ່

Published on

ຫຼາຍຂົງເຂດໃນບ້ານເຮົາຊ່ວງນີ້ຈະມີອາກາດຮ້ອນອົບເອົ້າຫຼາຍ ຈົນເຮັດໃຫ້ບາງຄົນເກີດທີອາການວິນວຽນ, ໜ້າມືດ ເປັນລົມໄດ້

ການໜ້າມີດເປັນວິນ ເກີດຈາກການທີ່ເລືອດໄປລໍ່ລ້ຽງສະໝອງບໍ່ພຽງພໍ ຈະເປັນຊ່ວງເວລາສັ້ນໆ ເປັນສັນຍານເຕືອນເຖິງໂຣກອັນຕະລາຍ ຖ້າມີອາການນີ້ເມື່ອໃດທ່ານກໍ່ຄວນຫາເວລາໄປກວດສຸຂະພາບແນ່ກໍ່ດີ ແລະ ຍັງມີອີກຫຼາຍສາເຫດຂອງການເປັນວິນທີ່ບໍ່ໄດ້ເກີດຈາກພະຍາດ ແຕ່ອາດເປັນຍ້ອນສິ່ງແວດລ້ອມເຊັ່ນ: ອາການເສຍໃຈ, ການສູນເສຍນ້ຳໃນຮ່າງກາຍຫຼາຍ, ອາກາດຮ້ອນ ແລະ ບໍ່ຖ່າຍເທ ຮ່າງກາຍອ່ອນເພຍເນື່ອງຈາກພັກຜ່ອນບໍ່ພຽງພໍ ຖ້າເປັນຈາກສາເຫດເຫຼົ່ານີ້ແມ່ນບໍ່ອັນຕະລາຍ

ສິ່ງທີ່ຄວນປະຕິບັດ
– ບໍ່ຄວນຢູ່ບ່ອນສະຖານທີ່ອາກາດຮ້ອນ ຫຼື ບ່ອນແອອັດ
– ບໍ່ຄວນໃຫ້ຮ່າງກາຍເສຍນ້ຳ ຫຼື ເກືອແຮ່ຫຼາຍເກີນໄປ
– ບໍ່ຄວນກິນອາຫານໃນປະລິມານຫຼາຍໃນຄາບດຽວ ແລະ ບໍ່ຄວນດື່ມສິ່ງມຶນເມົາຫຼາຍເກີນໄປ
– ບໍ່ຄວນອອກກຳລັງໜັກເກີນໄປ
– ຢາບາງຊະນິດເຊັ່ນ: ຢາຫລຸດຄວາມດັນ, ຢາຂັບປັດສະວະ ຖ້າມີອາການດັ່ງກ່າວຫຼັງໃຊ້ຢາຄວນໄປປຶກສາແພດ
– ຫຼີກລ່ຽງອາຫານທີ່ມີໄຂມັນສູງ ເພາະອາຫານພວກນີ້ຈະເຮັດໃຫ້ຫຼອດເລືອດຂອງເຮົາຕີບ ແລະ ເຮັດໃຫ້ເປັນວິນໄດ້

4 ວິທີແກ້ອາການວິນວຽນ, ນ້າມືດ ຕາລາຍ ເປັນລົມ

1. ນອນພັກຜ່ອນກ່ອນ ແລ້ວດື່ມນ້ຳອຸ່ນຫຼາຍໆ

2. ກິນອາຫານໃຫ້ຕົງເວລາ ແລະ ກິນໃນປະລິມານພໍດີ

3. ປ່ຽນທ່າເປັນປະຈຳເຊັ່ນ: ປ່ຽນທ່ານັ່ງ, ທ່ານອນ, ທ່າຢືນ, ທ່າຍ່າງ ບໍ່ຄວນຢູ່ທ່າດຽວໃນເວລາດົນໆ

4. ການດົມຢາຫອມ: ເຊັ່ນຢາດົມ, ຢາມ່ອງ ເຊິ່ງພວກນີ້ຈະຊ່ວຍຜ່ອນຄາຍອາການວິນຫົວໄດ້ເປັນຢ່າງດີ

ຫາກທ່ານເຮັດວິທີທີ່ກ່າວມາຂ້າງເທິງນີ້ແລ້ວ ທ່ານຍັງມີອາການວິນວຽນຫົວຢູ່ຕະຫຼອດຄືເກົ່າ ທ່ານຄວນໄປພົບແພດເພື່ອຮັບການຮັກສາ

 

ບົດຄວາມຫຼ້າສຸດ

ສຽງແຫ່ງຄວາມພາກພູມໃຈສຳລັບຄວາມຫຼາກຫຼາຍທາງເພດ ແລະ ຄວາມເທົ່າທຽມໃນ ສປປ ລາວ

ທະວັດໄຊ ໄຊຍະກຸມມານ, ອາຍຸພຽງ 35 ປີ, ແຕ່ລາວໃສ່ໝວກຂອງການເຮັດຫຼາຍບົດບາດ. ລາວບໍ່ໄດ້ເປັນ ພຽງແຕ່ ພະນັກງານນຳທ່ຽວດີເດັ່ນທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຊົມຄວາມສວຍສົດງົດງາມຂອງ ສປປ ລາວ, ແຕ່ຍັງເປັນເຈົ້າຂອງທຸລະກິດນຳອີກ. ແຕ່ບົດບາດທີ່ເຮັດໃຫ້ລາວພາກພູມໃຈຫຼາຍທີ່ສຸດຄື: ການເຮັດໜ້າທີເປັນກະບອກ ສຽງໃຫ້ແກ່ກຸ່ມຄົນທີ່ມີຄວາມ...

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...