ໜັງສືພິມລາຍວັນ ແລະ ໜັງສືພິມ ອີເລເວັນ ຂອງ ມຽນມາລາຍງານວ່າ ກະຊວງ ຊັບພະຍາກອນ ແລະ ອະນຸລັກ ສິ່ງແວດລ້ອມ ມຽນມາ ຈະໄດ້ມີການຈັດງານຕະຫຼາດນັດອັນຍະມະນີ ມຽນມາ ຄັ້ງທີ 53 ຂຶ້ນຢູ່ທີ່ ນະຄອນຫຼວງ ເນປີດໍ ໃນທ້າຍເດືອນໜ້າ ແລະ ຖືວ່າເປັນຄັ້ ທຳອິດຫຼັງສ້າງຕັ້ງ ລັດຖະບານ ຊຸດໃໝ່.
ຂ່າວຍັງລາຍງານເພີ່ມອີກວ່າ ຝ່າຍຮັບຜິດຊອບງານຕະຫຼາດນັດຄັ້ງນີ້ ຈັດຂຶ້ນໂດຍ ຄະນະກຳມະການສູນກາງຕະຫຼາດນັດ ແລະ ຕະຫຼາດເງິນເອີໂຣ, ເຖິງວ່າໄດ້ມີການປ່ຽນແປງການເກັບອາກອນ, ແຕ່ຂັ້ນຕອນລະບຽບການຂອງງານຕະຫຼາດນັດ ຍັງຄືເກົ່າບໍ່ມີການປ່ຽນແປງຫຼາຍພໍເທົ່າໃດ.