spot_img
Homeນານາສາລະວິທີງ່າຍໆກັບການ ແກ້ບັນຫາເກີບກັດຕີນ !

ວິທີງ່າຍໆກັບການ ແກ້ບັນຫາເກີບກັດຕີນ !

Published on

ເກີບກັດເປັນອີກປັນຫາທີ່ສາງຄວາມເຈັບປວດທໍລະມານໃຫ້ກັບຕີນຄົນເຮົາເປັນທີ່ສຸດ ແລະ ເຊື່ອວ່າມັນອາດເປັນປັນຫາາທີ່ຫຼາຍຄົນເຄີຍປະສົບມາແລ້ວແນ່ນອນ ນັ້ນມັນຍັງສົ່ງຜົນເຮັດໃຫ້ຕີນຂອງທ່ານນັ້ນປັນບາດແຜ່ແຖມຍັງເປັນອຸປະສັກໃນການເຮັດກິດຈະກຳຕ່າງໆຂອງທ່ານ

ເກີບກັດຕີນນັ້ນສ່ວນໃຫຍ່ແລ້ວມັກຈະເກີດຈາກການເລືອກເກີບຂະໜາດທີ່ບໍ່ພໍດີກັບຕີນປານໃດ ຫຼື ອາດຈະເກີດມາຈາກວ່າເປັນເກີບຄູ່ໃໝ່ທີ່ຍັງບໍ່ທັນໄດ້ໃສ່ຈັກເທືອ ຈຶ່ງເຮັດໃຫ້ບໍ່ທັນຍືດເທື່ອຈິ່ງສົ່ງຜົນໃຫ້ເກີດການຮຸກຖູໄດ້ງ່າຍ.

ວິທີຮັກສາເກີບກັດຕີນນັ້ນມີຫຼາຍວິທີການຄື:

1. ນ້ຳມັນປະພດຕ່າງໆຊ່ວຍໄດ້ເຊັ່ນວ່າ: ນ້ຳມັນໝາກພ້າວ, ຄີມທາຜິວ ແລະ ເບບີ້ອອຍເປັນຕົ້ນ ໂດຍການເອົານ້ຳມັນຈຳພວກນີ້ມາທາບໍລິເວນທາງໃນຂອງເກີບແລ້ວປະໄວ້ປະມານ 2-3 ມື້ ກໍຈະເຮັດໃຫ້ເກີບທີ່ແຂງນັ້ນອ່ອນໄດ້

2. ວາສະລິນ: ກໍຊ່ວຍໄດ້ພຽງແຕ່ນຳເອົາວາສະລິນມາທາໃຫ້ທົ່ວບໍລິເວນເກີບມັກກັດນັ້ນແລ້ວປະໄວ້ປະທານ 2-3 ຊົ່ວໂມງຈາກນັ້ນກໍເອົາສຳລີມາເຊັດອອກແລ້ວກໍນຳມາໃສ່ຕາມປົກກະຕິຈະຊ່ວຍໃນການຮຸກຖູລະຫວ່າງຕີນກັບເກີບເປັນຢ່າງດີ

3. ແປ້ງຝຸ່ນ: ນຳເອົາແປ້ງຝຸ່ນມາມາທ່າໃສ່ຕີນ ແລະ ໂຮຍໃສ່ເກີບນັ້ນຈະຊ່ວຍໃຫ້ເກີດການມື່ນຊິ່ງຈະຊ່ວຍຫຼຸດການຮຸກຖູຂອງເກີບພ້ອມຍັງຊ່ວຍດູດຄວາມອັບ, ຫຼຸດກິ່ນອັບ ທັງຍັງແກ້ອາການຕີນເໝັນ.

4. ທຽນໄຂ ຫຼື ທຽນເຜິ້ງ: ພຽງແຕ່ນຳເອົາທຽນເຜິ້ງມາຖູໃສ່ບໍລິເວນເກີບທີ່ຮຸກຖູກັບຕີນເຮົາ ມັນຈະຊ່ວຍໃຫ້ພື້ນເກີບນຸ້ມບໍ່ແຂງ ແລະ ຊ່ວຍຫຼຸດການຮຸກຖູເປັນຢ່າງດີ

 

ຂໍ້ມູນຈາກ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...