Homeຂ່າວທ້ອງຖິ່ນດ້ວຍຄວາມຮູ້ບຸນຄຸນ! ແຂວງບໍ່ແກ້ວມອບເງິນອຸດໜູນ ໃຫ້ຍາດພີ່ນ້ອງຜູ້ເສຍຊິວິດ ໃນປາງສົງຄາມ ເກືອບ 1 ຕື້ກີບ!

ດ້ວຍຄວາມຮູ້ບຸນຄຸນ! ແຂວງບໍ່ແກ້ວມອບເງິນອຸດໜູນ ໃຫ້ຍາດພີ່ນ້ອງຜູ້ເສຍຊິວິດ ໃນປາງສົງຄາມ ເກືອບ 1 ຕື້ກີບ!

Published on

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ພະ​ແນກ​ແຮງ​ງານ​ ແລະ ສະ​ຫວັດ​ດີ​ການສັງ​ຄົມ​ ແຂວງບໍ່​ແກ້ວ​ ຮ່ວມ​ກັບ​ຫ້ອງ​ການ​ແຮງ​ງານ​ ແລະ ສະ​ຫວັດ​ດີ​ການສັງ​ຄົມ ​ເມືອງຜາ​ອຸ​ດົມ​ ໄດ້​ຈັດ​ພິ​ທີ​ມອບ-​ຮັບ​ເງິນ​ ນະ​ໂຍ​ບາຍ​ອຸດ​ໜູນ​ ໃຫ້​ແກ່​ຍາດ​ຕິ​ພີ່​ນ້ອງ ຜູ້​ທີ່​ເສຍ​ສະຫລະ​ຊິ​ວິດ​ໃນ​ປາງ​ສົງ​ຄາມ ແລະ ຜູ້​ທີ່​ອອກ​ການ​ປະ​ຕິ​ວັດ​ ກ່ອນ​ປີ 1975 ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ ໃນການ​ປະ​ກອບ​ເຂົ້າ​ ໃນ​ພາ​ລະ​ກິດປະ​ຕິ​ວັດ​ຊາດ.

ເງິນທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ ມີ​ທັງ​ໝົດ​ 936 ​ລ້ານກວ່າກີບ ​ໂດຍ​ແມ່ນ​ ທ່ານ ຈອມ​ສີ ລັດ​ຕະ​ນະ​ປັນ ຮອງ​ເຈົ້າ​ເມືອງຜາ​ອຸ​ດົມ ​ເປັນ​ຜູ້ມອບ​ໃຫ້​ຍາດ​ພີ່ນ້ອງ ຜູ້​ທີ່​ໄດ້​ເສຍ​ສະຫລະ​ຊິ​ວິດ​ໃນ​ປາ​ສົງ​ຄາມ​ ແຕ່​ປີ 1955-1965 ມີ 19 ຄົນ, ຍິງ 2 ຄົນ ເປັນ​ຈຳ​ນວນ​ເງິນ 417​ ລ້ານ​ກວ່າກີບ, ແຕ່​ປີ 1966-1975 ມີ 13 ຄົນ ເປັນ​ເງິນ 295 ລ້ານກວ່າກີບ, ຜູ້​ໄດ້​ຮັບ​ເງິນ​ອຸດ​ໜຸນເທື່ອດຽວ​ ທີ່​ອອກ​ການ​ປະ​ຕິ​ວັດ​ແຕ່​ປີ 1966-1975 ​ທີ່​ຍັງ​ມີຊີ​ວິດ ຈຳນວນ 19 ຄົນ ​​ເປັນ​ເງິນ 223 ລ້ານກວ່າກີບ​.

ໃນ​ວັນ​ດຽວ​ກັນ, ພະ​ແນກ​ແຮງ​ງານ​ ແລະ ສະ​ຫວັດ​ດີ​ການສັງ​ຄົມ ​ແຂວງບໍ່​ແກ້ວ ຍັງໄດ້​ສືບ​ຕໍ່ມອບ​ເງິນ​ນະ​ໂຍ​ບາຍ​ອຸດ​ໜູນ ຢູ່​ເມືອງ​ປາກ​ທາ ໃຫ້​ແກ່​ຍາດ​ຕິ​ພີ​ນ້ອງ ທີ່​ໄດ້​ເສຍ​ສະຫລະ​ຊິ​ວິດ​ ໃນ​ປາ​ງສົງ​ຄາມຈຳ​ນວນ 4 ຄົນ ເປັນ​​ເງິນ 80 ລ້ານ​ກີບ ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...