spot_img
Homeຂ່າວຕ່າງປະເທດທ່ານ ຄິມ ຈອງອຶນ ປະຕິຍານ ວ່າ ຈະບໍ່ໃຊ້ອາວຸດ ນິວເຄລຍ ນອກຈາກວ່າ ປະເທດຕົນ ຖືກຂົ່ມຂູ່

ທ່ານ ຄິມ ຈອງອຶນ ປະຕິຍານ ວ່າ ຈະບໍ່ໃຊ້ອາວຸດ ນິວເຄລຍ ນອກຈາກວ່າ ປະເທດຕົນ ຖືກຂົ່ມຂູ່

Published on

ອົງການຂ່າວສານທາງການຂອງເກົາຫຼີເໜືອກ່າວວ່າ ປະທານປະເທດ ຄິມ ຈົງອຶນ ໄດ້ກ່າວໃນທີ່ປະຊຸມພັກ ກຳມະກອນ ເຊິ່ງປົກຄອງປະເທດຢູ່ນັ້ນ ວ່າ ປະເທດຂອງຕົນ ຈະບໍ່ໃຊ້ອາວຸດ ນິວເຄລຍນອກຈາກວ່າ ອະທິປະໄຕຂອງຕົນ ຈະຖືກຂົ່ມຂູ່ໂດຍມະຫາອຳນາດ ນິວເຄລຍ ອື່ນໆ.

ອົງການຂ່າວສານ KNCA ລາຍງານວ່າ ນອກນັ້ນ ປະທານ ຄິມ ຈົງອຶນ ຍັງຫວັງຢາກສ້າງສາຍ ພົວພັນແບບປົກກະຕິ ກັບຫຼາຍໆປະເທດ ທີ່ເຄີຍເປັນປໍລະປັກກັນມາ ກັບລັດຖະບານ ພຽງຢາງ ແລະ ຮຽກຮ້ອງໃຫ້ມີການເຈລະຈາກັບ ເກົາຫຼີໃຕ້ຕື່ມ ເພື່ອຫຼຸດຜ່ອນຄວາມ ບໍ່ໄວ້ໃຈກັນ ແລະ ຄວາມເຂົ້າໃຈຜິດບົ່ມຊ້ອນທີ່ອາດມີຢູ່.

ລາຍງານດັ່ງກ່າວໄດ້ອ້າງຄຳເວົ້າຂອງທ່ານ ຄິມ ຈົງອຶນ ໂດຍກ່າວວ່າ “ໃນຖານະທີ່ເປັນປະເທດ ທີ່ມີຄວາມຮັບຜິດຊອບດ້ານນິວເຄລຍ ປະເທດ ຂອງພວກເຮົາຈະບໍ່ໃຊ້ ອາວຸດ ນິວເຄລຍ ນອກຈາກວ່າ ອະທິປະໄຕຂອງພວກເຮົາຖືກ ຂົ່ມຂູ່ ໂດຍກຳລັງປໍລະປັກ ບຸກລຸກດ້ວຍນິວເຄລຍ.”

ມັນບໍ່ເປັນທີ່ແຈ້ງຂາວວ່າ ຄຳປະຕິຍານຂອງທ່ານ ຄິມ ຈົງອຶນ ສະແດງໃຫ້ເຫັນການປ່ຽນແປງ ອັນໃດ ໃນທ່າທີຂອງທ່ານ ຕໍ່ປະເທດໃກ້ຄຽງ ຂອງຕົນກັບ ສະຫະລັດ ຫຼື ບໍ່. ໃນເດືອນມີນາ ຜ່ານມາ ເກົາຫຼີເໜືອ ໄດ້ຂູ່ວ່າ ຈະໂຈມຕີດ້ວຍນິວເຄລຍທັນທີ ແລະ ໂດຍບໍ່ເລືອກໜ້າ ຕໍ່ ສະຫະລັດ ແລະ ເກົາຫຼີໃຕ້ເພື່ອຕອບໂຕ້ຕໍ່ການຊ້ອມຮົບຮ່ວມທາງທະຫານ.

ຄຳເຫັນຂອງທ່ານຄິມ ຈົງອຶນ ໄດ້ມີຂຶ້ນໃນວັນສຸກ ຊ້ອງໜ້າ ຜູ້ແທນ 3,400 ຄົນ ໃນຂະນະທີ່ເກົາຫຼີໃຕ້ ກຽມພ້ອມຢ່າງໃຫຍ່ຕໍ່ການຂົ່ມຂູ່ດ່ັງກ່າວ ກ່ຽວກັບການທົດລອງນິວເຄລຍ ທີ່ອາດມີຂຶ້ນອີກ ໂດຍເກົາຫຼີເໜືອ ໃນອະນາຄົດອັນໃກ້.

ການລົງໂທດດ້ານເສດຖະກິດຂອງ ສະຫະລັດ ຕໍ່ເກົາຫຼີເໜືອໄດ້ເຂັ້ມງວດຂຶ້ນຕື່ມ ໃນເດືອນມີນາ ຫຼັງຈາກມີການທົດລອງນິວເຄລຍຄັ້ງທີສີ່ ຂອງເກົາຫລີເໜືອ.

ຂ່າວຈາກ: ສຳນັກຂ່າວເອບີຊີລາວ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...