spot_img
Homeນານາສາລະຂໍ້ຄວນປະຕິບັດເມື່ອລິບຄ້າງ ສິ່ງດີໆທີ່ທ່ານຄວນຮູ້

ຂໍ້ຄວນປະຕິບັດເມື່ອລິບຄ້າງ ສິ່ງດີໆທີ່ທ່ານຄວນຮູ້

Published on

ປັດຈຸບັນນີ້ປະເທດລາວເຮົາມີການສ້າງສາພັດທະນາບ້ານເມືອງ ການກໍ່ສ້າງອາຄານຕ່າງໆກໍ່ມີແຕ່ຕຶກສູງໆ ເຊິ່ງແນ່ນອນເລີຍວ່າ ລີບ ແມ່ນສິ່ງທີ່ອຳນວຍຄວາມສະດວກໃນການເຄື່ອນຍ້າຍຈາກຊັ້ນທີ່ຕ່ຳໄປຫາຊັ້ນທີ່ສູງໆ ແຕ່ເມື່ອເວລາ ລິບ ເກີດບັນຫາ ລິບ ຄ້າງ ທ່ານຈະຕ້ອງຕິດຢຸ່ໃນລິບ ແລ້ວຈະເຮັດແນວໃດດີ ມື້ນີ້ເຮົາມີສາລະດີໆນຳມາຝາກ

ຂໍ້ຄວນປະຕິບັດເມື່ອລິບຄ້າງ

  1. ເມື່ອລິບຄ້າງຢ່າຕົກໃຈເກີນໄປ ທ່ານຄວນຕັ້ງສະຕິ ແລະ ບໍ່ຕ້ອງກັງວົນວ່າຈະຂາດອາກາດຫາຍໃຈ ເນື່ອງຈາກລິບນັ້ນຖືກອອກແບບໃຫ້ມີລະບົບລະບາຍອາກາດທີ່ພຽງພໍແລ້ວ ເຖິງແມ່ນວ່າພັດລົມລະບາຍອາກາດຈະບໍ່ທຳງານກໍ່ຕາມ
  2. ກໍລະນີໄຟຟ້າດັບ ຊຸດໄຟສ່ອງສະຫວ່າງຈາກແບັກເຕີຣີສຳຮອງສຸກເສີນຈະທຳງານ ໂດຍໃຫ້ແສງສະຫວ່າງພຽງພໍໃຫ້ເບິ່ງເຫັນ ໃຫ້ທ່ານກົດປຸ່ມສັນຍານ EMERGENCY CALL ທີ່ແຜງປຸ່ມກົດ ເພື່ອຂໍຄວາມຊ່ວຍເຫຼືອຈາກບຸກຄົນພາຍນອກ
  3. ໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ທີ່ກຳລັງໃຫ້ຄວາມຊ່ວຍເຫຼືອເຊັ່ນ: ມີຜູ້ຕິດໃນລິບຈັກຄົນ, ຜູ້ຕິດຢູ່ໃນລິບມີຄົນບາດເຈັບ ຫຼື ບໍ່ ແລະ ພະຍາຍາມສັງເກດຊັ້ນທີ່ລິບຄ້າງທີ່ໃກ້ຄຽງທີ່ສຸດກ່ອນລິບຄ້າງເພື່ອເຮັດໃຫ້ຮູ້ຕຳແໜ່ງທີ່ລິບຄ້າງຢູ່ຜ່ານທາງ Interphone ຈາກນັ້ນໃຫ້ລໍຖ້າການຊ່ວຍເຫຼືອຈາກເຈົ້າໜ້າທີ່.
  4. ຂະນະທີ່ເຮັດການຊ່ວຍເຫຼືອ ລີບອາດຈະມີການເຄື່ອນທີ່ເພື່ອໃຫ້ຈອດຖືກຕຳແໜ່ງລະດັບຊັ້ນ ດັ່ງນັ້ນລະຫວ່າງທີ່ລໍຖ້າຍ່າພະຍາຍາມງັດ ຫຼື ເປີດປະຕູຈາກດ້ານໃນໂດຍເດັດຂາດ

 

ທີ່ມາ: http://platinum-engineering.net/

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...