spot_img
Homeຂ່າວການພັດທະນາລາວ-ມຽນມາ ເຫັນດີຟື້ນຟູ ເປີດສາຍການບິນກົງ ວຽງຈັນ-ຢ່າງກຸ້ງ ແລະ ຫລວງພະບາງ-ບາການ!

ລາວ-ມຽນມາ ເຫັນດີຟື້ນຟູ ເປີດສາຍການບິນກົງ ວຽງຈັນ-ຢ່າງກຸ້ງ ແລະ ຫລວງພະບາງ-ບາການ!

Published on

ຂປລ.​ວັນ​ທີ 6 ພືດ​ສະພາ2016, ທ່ານ ​ອູ ຕິນ ຈໍ ປະທານາທິບໍດີ ​ແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາແລະຄະນະ​ໄດ້​ເດີນທາງ​ມາຢ້ຽມຢາມທາງ​ລັດຖະກິດ ​ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ​ ​​ເພື່ອຕອບສະໜອງຕາມຄຳເຊີນຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ​​ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ເພື່ອ​ສະ​ເໜີ​ຕົວ​ ພາຍຫລັງ ​ເຂົ້າ​ດໍາລົງ​ຕໍາ​ແໜ່​ງ​ໃໝ່ ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ຮັດ​ແໜ້ນ​ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສອງ​ປະ​ເທດ​ລາວ-ສສ ມຽນມາ.

ການ​ພົບປະສອງຝ່າຍ​ໄດ້​ຈັດ​​ຂຶ້ນ ທີ່ທຳນຽບປະທານປະເທດລະຫວ່າງ​ ທ່ານບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​ແລະ ທ່ານ ​ອູ ຕິນ ຈໍ ປະທານາ​ທິບໍດີ ​ແຫ່ງ ສສ ມຽນມາ​ ສອງຝ່າຍໄດ້ສະແດງຄວາມຍິນດີແລະ ຕີລາຄາສູງຕໍ່ໝາກຜົນ​ຂອງ​ສາຍພົວພັນມິດຕະພາບອັນ​ດີງາມລະຫວ່າງ ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ນັ້ນ ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຮ່ວມ​ກັນ ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ໄດ້​ຕົກລົງ​ເຫັນ​ດີ ​ແລະ ຜັນ​ຂະຫຍາຍ​ຜົນ​ການ​ຕົກລົງ ​ຂອງ​ຄະນະ​ກໍາ​ມະ​ທິການ​ຮ່ວມ​ມື​ລາວ-ມຽນມາ​ ຄັ້ງ​ທີ 11 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ຊອກຊ່ອງ​ທາງ​ຮ່ວມ​ມື​ກັນ​ໃນ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ການທ່ອງທ່ຽວ ​ແລະ ຟື້ນ​ຟູ​ຄືນ​ການ​ເປີດ​ສາຍ​ການບິນ​ໂດຍ​ກົງ ລະຫວ່າງ ວຽງ​ຈັນ-​ຢາງ​ກຸ້ງ ​ແລະ ຫລວງ​ພະ​ບາງ-ບາ​ການ ກໍ​ຄື ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ ​ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ໃຫ້​ນັບ​ມື້​ນັບ​ກ້ວາງ​ຂວາງ ​ແລະ ​ເກີດ​ດອກ​ອອກ​ຜົນງອກ​ງາມ​ຍິ່ງໆ​ຂຶ້ນ ​ບົນ​ພື້ນຖານ​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...