ຂປລ. ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນຫລຸດລົງຈາກອັດຕາສະເລັ່ຍເກືອບ 8% ຕໍ່ປີ ມາເປັນເປັນ 6.4% ໃນປີ 2015 ຜ່ານຍັງຖືວ່າເປັນອັດຕາທີ່ສູງຖ້າປຽບທຽບກັບບັນດາປະເທດອື່ນໆ ໃນອາຊີ–ປາຊີຟິກ ເນື່ອງຈາກວ່າແຫລ່ງລາຍຮັບສ່ວນໃຫຍ່ ຍັງມາຈາກພະລັງງານ ແລະ ບໍ່ແຮ່ເປັນຕົ້ນຕໍ. ຂະນະທີ່ ຂະແໜງກະສິກໍາ ໄດ້ມີການຈ້າງແຮງງານ 2/3 ຂອງແຮງງານທັງໝົດ ພົບວ່າ ຜົນຜະລິດຍັງຕໍ່າ.
ອົງການສະຫະປະຊາຊາດປະຈໍາລາວ ໄດ້ຈັດງານຖະແຫລງຂ່າວ ກ່ຽວກັບການເພີ່ມຜົນຜະລິດແມ່ນກຸນແຈ ສູ່ການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ໃນອາຊີ–ປາຊີຟິກ ໃນວັນທີ 5 ພຶດສະພາ ນີ້ ທີ່ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ທ່ານ ອາລເບີໂຕ ອິສກັດ ພະແນກນະໂຍບາຍເສດຖະກິດມະຫາພາກ ແລະ ພັດທະນາຂອງອົງການສະຫະປະຊາຊາດ. ການຖະແຫລງຂ່າວ ໄດ້ມີການລາຍງານວ່າ: ຄວາມຕ້ອງການພາຍໃນປະເທດ, ພາກພື້ນ ແລະ ການເພີ່ມຄ່າແຮງງານແມ່ນໝາກຫົວໃຈ ຂອງການເຕີບໂຕແບບສົມສ່ວນ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ. ດັ່ງທີ່ຫລາຍປະເທດເລີ່ມການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເພື່ອໃຫ້ສໍາເລັດພາຍໃນປີ 2030, ບາດກ້າວຕໍ່ໄປຂອງການເຕີບໂຕທາງດ້ານເສດຖະກິດ ໃນອາຊີ–ປາຊີຟິກ ຄວນໄດ້ຮັບການຊຸກຍູ້ຈາກໝາກຜົນຂອງການຜະລິດຢ່າງກວ້າງຂວາງ.
ອົງການສະຫະປະຊາຊາດເພື່ອການພັດທະນາເສດຖະກິດ ແລະ ສັງຄົມ ຢູ່ອາຊີ–ປາຊີຟິກ ໄດ້ເນັ້ນໝັກ ໃນບົດສໍາຫລວດເສດຖະກິດ ແລະ ສັງຄົມອາຊີ–ປາຊີຟິກ ປີ 2016 ນີ້ ວ່າ: ການສົ່ງເສີມການຜະລິດດັ່ງກ່າວ, ຕ້ອງໄດ້ນໍາໃຊ້ງົບປະມານເພີ່ມຂຶ້ນ ແລະ ສອດສ່ອງກັບເປົ້າໝາຍ, ການພັດທະນາທັກສະ, ປັບປຸງພື້ນຖານໂຄງລ່າງ ແລະ ຍົກສູງການຜະລິດດ້ານກະສິກໍາ ພ້ອມນີ້ ຍັງໄດ້ແນະນໍາໃຫ້ສຸມໃສ່ການວາງຍຸດທະສາດ ເຊິ່ງຈະຊ່ວຍປັບປຸງຄຸນນະພາບຂອງການເຕີບໂຕທາງດ້ານເສດຖະກິດໄປສູ່ການສົມສ່ວນ ແລະ ຄວາມຍືນຍົງ. ນັບແຕ່ປີ 2008 ເປັນຕົ້ນມາ, ທົ່ວພາກພື້ນພົບວ່າ: ເສດຖະກິດໄດ້ມີການຂະຫຍາຍຕົວຊ້າລົງ ໂດຍສ່ວນໜຶ່ງແມ່ນມາຈາກການຜະລິດຫລຸດລົງ.
ສະເພາະການເຕີບໂຕເສດຖະກິດຂອງ ສປປ ລາວ ແມ່ນໄດ້ຫລຸດເຊັ່ນດຽວກັນ ຈາກອັດຕາສະເລັ່ຍ 8% ຕໍ່ປີມາເປັນ 6,4% ໃນປີ 2015 ແຕ່ຍັງຖືວ່າມີອັດຕາການເຕີບທີ່ສູງ ຖ້າສົມທຽບກັບປະເທດອື່ນໆ. ໃນນັ້ນ, ລາຍຮັບທີ່ຍູ້ເສດຖະກິດສ່ວນໃຫຍ່ແມ່ນຂະແໜງພະລັງ ແລະ ບໍ່ແຮ່ ເປັນຫລັກ ສ່ວນຂະແໜງການກະສິກໍາ ໄດ້ມີການຈ້າງແຮງງານ ປະມານ 2/3 ຂອງແຮງງານທັງໝົດ ແຕ່ວ່າຜົນຜະລິດຊໍ້າພັດຍັງຕໍ່າ. ແນວໃດກໍດີສິ່ງທີ່ຍັງເປັນບູລິມະສິດ ແມ່ນຫລາກຫລາຍທາງດ້ານເສດຖະກິດ ແລະ ອຸດສາຫະກໍາເພີ່ມຂຶ້ນ ໃນນີ້ການພັດທະນາການທ່ອງທ່ຽວ ແລະ ການຜະລິດໂດຍໃຊ້ແຮງງານເຊັ່ນ: ການຜະລິດເສື້ອຜ້າ ແລະ ການບໍລິການຈະຊ່ວຍຂະຫຍາຍໂອກາດການຈ້າງງານເພີ່ມຂຶ້ນ.
ອົງການສະຫະປະຊາຊາດຍັງແນະນໍາ ແລະ ໃຫ້ເອົາໃຈເປັນພິເສດວ່າ: ເພີ່ມຄວາມພະຍາຍາມກະຕຸ້ນຄວາມຕ້ອງການພາຍໃນ ແລະ ພາກພື້ນ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ, ຄວນສຸມໃສ່ສົ່ງເສີມການຜະລິດ ແລະ ການເພີ່ມຄ່າແຮງງານ.
ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກ່າວວ່າ: ລັດຖະບານເລີ່ມດໍາເນີນການ ສົ່ງເສີມຄວາມຕ້ອງການພາຍໃນພາກພື້ນຮຽບຮ້ອຍແລ້ວ ສະນັ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 8 ຂອງ ສປປ ລາວ ໄດ້ເນັ້ນໃສ່ນັກລົງທຶນພາຍໃນພາກພື້ນເພື່ອຂະຫຍາຍໂອກາດການພັດທະນາເສດຖະກິດ ແລະ ການເງິນ. ສໍາລັບ ສປປ ລາວ ສິ່ງສໍາຄັນ ໃນການຫລຸດຜ່ອນຄວາມບໍ່ສະເໝີພາບ ແມ່ນການເພີ່ມມູນຄ່າໃຊ້ຈ່າຍທາງສັງຄົມ ແລະ ການສ້າງຄວາມຫລາກຫລາຍທາງດ້ານເສດຖະກິດ. ໃນໄລຍະຜ່ານມາ ການເຕີບໂຕທາງດ້ານເສດຖະກິດ ທີ່ສູງຂອງປະເທດຍັງບໍ່ທັນພຽງພໍ ໃນການແກ້ໄຂຄວາມທຸກຍາກ.
ແຫລ່ງຂ່າວ:
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!