Homeຂ່າວຕ່າງປະເທດໄຟປ່າໄໝ້ລາມຢູ່ການາດາ ສືບຕໍ່ຮຸນແຮງ ທາງການປະກາດພາວະສຸກເສີນ ລັດແອນເບີຕາແລ້ວ!

ໄຟປ່າໄໝ້ລາມຢູ່ການາດາ ສືບຕໍ່ຮຸນແຮງ ທາງການປະກາດພາວະສຸກເສີນ ລັດແອນເບີຕາແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ ເຫດການໄຟໄໝ້ປ່າຮຸນແຮງ ຢູ່ເຂດເມືອງຟອດແມັກເມີເຣ ລັດແອນເບີຕາ ປະເທດການາດາ ແມ່ນຍັງຄົງສືບຕໍ່ແຜ່ລາມ ເຮັດໃຫ້ທາງການ ຕ້ອງໄດ້ອົບພະຍົບປະຊາຊົນອອກໝົດເມືອງ ເພື່ອໜີອອກຈາກອັນຕະລາຍ, ຫລ້າສຸດທາງການການາດາ ໄດ້ປະກາດພາວະສຸກເສີນ ຢູ່ລັດແອນເບີຕາແລ້ວ ເພື່ອລະດົມທຸກກຳລັງເຂົ້າແກ້ໄຂສະຖານະການ.

ດ້ານເຈົ້າໜ້າທີ່ຂອງລັດແອນເບີຕາ ໄດ້ອອກມາເຕືອນວ່າ ໄຟໄມ້ປ່າທີ່ເລີ່ມມາແຕ່ວັນທີ 1 ພຶດສະພາຜ່ານມານີ້ ກຳລັງລຸກລາມເຜົາຜານທຸກສິ່ງຢ່າງທີ່ຂວາງໜ້າ ໃນເຂດເມືອງຟອດແມັກເມີເຣ ແລະ ສາມາດທຳລາຍເມືອງດັ່ງກ່າວ ຈົນເສຍຫາຍໜັກໜ່ວງເຖິງຂັ້ນວິກິດການ.

NjpUs24nCQKx5e1EaEFac8gudux54Yi72rssjMitlya NjpUs24nCQKx5e1EaEFac8gudux54YiL2qanpXfqvtZ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...