ຢາກໃຫ້ລູກນ້ອຍມີຄິ້ວເຂັ້ມ, ຜົມດຳດົກ ເຮັດໄດ້ແນວໃດ…ຕ້ອງອ່ານ!

ເຊື່ອເລີຍວ່າແມ່ຫຼາຍໆຄົນຢາກໃຫ້ລູກເກີດມາມີຄິ້ວ ແລະ ຜົມທີ່ດົກດຳ ແຕ່ຖ້າມັນບໍ່ເປັນຢ່າງທີ່ຄິດກໍ່ຕ້ອງຫາຕົວຊ່ວຍກັນແນ່ນອນ ເຊິ່ງວັນນີ້ພວກເຮົາມີວິທີທຳມະຊາດມາແນະນຳ ເພື່ອໃຫ້ທຸກທ່ານໄດ້ລອງເຮັດກັນເຊິ່ງຈະມີແນວໃດນັ້ນເຮົາມາເບິ່ງກັນເລີຍ

ສະໝູນໄພທຳມະຊາດທີ່ສາມາດເຮັດໃຫ້ຄິ້ວ ແລະ ຜົມປົ່ງຂຶ້ນມາໄດ້ປະກອບມີ: ດອກອັນຊັນ, ໃບພູ ເຊິ່ງພືດສອງຊະນິດນີ້ ຈະມີສານແອນໂທໄຊຍານິນ ເປັນສານສີມ້ວງໃນດອກອັນຊັນ ແລະ ສານສະກັດຈາກໃບພູ ຊ່ວຍເພີ່ມການໄຫລວຽນຂອງເລືອດໄປລ້ຽງຮາກ ແລະ ຢັບຢັ້ງເອັນໄຊ 5 ອັລຟາຣີດັກເທສ.

ວິທີການເຮັດ: ນຳດອກອັນຊັນປະມານ 1ກຳ ຫຼື ໃບພູມາປະມານ 1ກຳ ມາຕຳໃຫ້ແຫຼກ ຈາກນັ້ນກໍ່ເອົາແຕ່ນ້ຳແລ້ວມາທາທີ່ບໍລິເວນຢາກໃຫ້ຜົມ ແລະ ຄິ້ວປົ່ງ ເຮັດແບບນີ້ເປັນປະຈຳທ່ານຈະສັງເກດໄດ້ວ່າເສັ້ນຜົມ ແລະ ຄິ້ວຈະຄ່ອຍໆເກີດຂຶ້ນ ຫຼື ຫາກພໍ່ແມ່ທ່ານໃດບໍ່ມີວັດຖຸດິບດັ່ງກ່າວ ຫຼື ບໍ່ມີເວລາເຮັດກໍ່ຄວນເລືອກຜະລິດຕະພັນຂອງເດັກນ້ອຍທີ່ມີສ່ວນປະສົມຂອງດອກອັນຊັນ, ເຂົ້າກ່ຳ, ໃບພູ ປະເພດນີ້ ມາໃຊ້ແທນການເຮັດເອົາເອງກໍ່ໄດ້ຜົນເຊັ່ນດຽວກັນແຖມຍັງສະດວກ ແລະ ບໍ່ເສຍເວລານຳອີກ.