Homeສຸຂະພາບ ແລະ ສີ່ງແວດລ້ອມເຂົ້າຝ້າງລ້າງໜິ້ວໄຂ່ຫຼັງ

ເຂົ້າຝ້າງລ້າງໜິ້ວໄຂ່ຫຼັງ

Published on

ເຂົ້າຟ້າງເປັນພືດຊະນິດໜຶ່ງທີ່ເຮົາສາມາດນຳມາຮັກສາຄວາມຜິດປົກກະຕິຂອງໝາກໄຂ່ຫຼັງໄດ້ ຫຼາຍຄົນຢືນຢັນວ່າ ເຄີຍມີປະສົບການທີ່ເປັນປະໂຫຍດກ່ຽວກັບບັນຫາເລື່ອງໝາກໄຂ່ຫຼັງມາແລ້ວ

ສັບພະຄຸນຂອງເຂົ້າຟ້າງ

1. ໃນການແພດພື້ນເມືອງ ຖືກນຳມາໃຊ້ເປັນຢາພື້ນເມືອງໃນການປົວໜິ້ວໄຂ່ຫຼັງ (ລະບົບປັດສະວະ)

2. ເຂົ້າຟ້າງສາມາດເຮັດຄວາມສະອາດໜິ້ວໄດ້ຢ່າງມີປະສິດທິພາບ ຊ່ວຍກຳຈັດເມັດຊາຍ ແລະ ເຍື້ອເໝືອກ ຊ່ວຍຮັກສາໂຣກຂອງແມ່ຍິງ ແລະ ຮັກສາໂຣກກະເພາະປັດສະວະອັກເສບໄດ້

3.ເຂົ້າຟ້າງເປັນໜຶ່ງໃນບັນດາພືດທີ່ໃຊ້ຫຼາຍທີ່ສຸດ ມີຄຸນຄ່າທາງໂພສະນາການສູງ ແລະ ມີຄຸນສົມບັດໃນການຮັກສາພະຍາດ

00ມື້ນີ້ເຮົາຂໍແນະນຳໃຫ້ທ່ານລອງນຳສູດນີ້ໄປໃຊ້ໃນການຮັກໜິ້ວໄຂ່ຫຼັງ ເຊິ່ງມັນເປັນສູດທີ່ມີປະສິດທິພາບໃນການກຳຈັດຊາຍ ແລະ ຫີນ ກ້ອນນ້ອຍໆ ຈາກໄຂ່ຫຼັງອອກໄປໄດ້
  • ໃນຊ່ວງຕອນແລງ ນຳເຂົ້າຟ້າງປະມານ 2 ຂີດ ມາລ້າງໃນນ້ຳອຸ່ນ
  • ນຳເຂົ້າຟ້າງທີ່ລ້າງແລ້ວໄປໃສ່ລົງໃນຕຸກນ້ຳຂະໜາດໃຫຍ່ ຂະໜາດຕຸກ 3 ລິດ ແລ້ວຖອກນ້ຳຮ້ອນລົງປະມານ 2 ລິດ ປະໄວ້ຮອດຮຸ່ງເຊົ້າ.
  • ໃນຕອນເຊົ້າທ່ານຈະສັງເກດເຫັນວ່າມີນ້ຳສີຂາວຂຸ່ນ ນັ້ນແມ່ນນ້ຳເຂົ້າຟ້າງ
  • ຈາກນັ້ນກໍ່ເຢັ້ນເອົາແຕ່ນ້ຳທີ່ໄດ້ໃສ່ຕຸກນ້ຳໃໝ່ເພື່ອເກັບໄວ້ດື່ມໃນມື້ ທ່ານສາມາດດື່ມຕາງນ້ຳລ້າໄດ້

ຜົນທີ່ໄດ້ຮັບແມ່ນ: 

ພາຍໃນ 10-15 ວັນ ກ້ອນໜິ້ວຈະຄ່ອຍໆລະລາຍຈົນໝົດ ຮ່າງກາຍຈະກຳຈັດມັນອອກຜ່ານທາງປັດສະວະ ແລະ ໄຂຫຼັງຈະໄດ້ຮັບການທຳຄວາມສະອາດ, ການອັກເສບຈະຫາຍໄປ ຈາກນັ້ນໝາກໄຂ່ຫຼັງ ແລະ ເນື້ອເຍື້ອຈະກັບມາທຳງານໄດ້ດີຄືເກົ່າ

 

ທີ່ມາ: http://www.rak-sukapap.com/

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...