spot_img
Homeຂ່າວພາຍ​ໃນສານຊົມເຊີຍຈາກນາຍົກຍີ່ປຸ່ນ ສົ່ງເຖິງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສປປລາວ

ສານຊົມເຊີຍຈາກນາຍົກຍີ່ປຸ່ນ ສົ່ງເຖິງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສປປລາວ

Published on

ທ່ານ ອາເບະ ຊິນໂສ ນາຍົກລັດຖະມົນຕີແຫ່ງປະເທດ ຍີ່ປຸ່ນ ໄດ້ສົ່ງສານຊົມເຊີຍເຖິງທ່ານ ບຸນຍັງ ວໍລະຈິດ ຊຶ່ງມີ ເນື້ອໃນດັ່ງນີ້:

ຂ້າພະເຈົ້າ ໃນນາມຕົວແທນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຂໍສະແດງຄວາມຍິນດີຈາກໃຈມາຍັງທ່ານທີ່ຖືກເລືອກຕັ້ງໃຫ້ເປັນປະທານປະເທດແຫ່ງ ສປປ ລາວ ຄົນໃໝ່ໃນ ກອງປະຊຸມຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານ ແລະ ຄະນະລັດຖະບານຊຸດໃໝ່ ແມ່ນຈະສາມາດນຳພາປະເທດລາວບັນລຸການພັດທະນາຢ່າງໝັ້ນຄົງໄດ້.

ປະເທດຍີ່ປຸ່ນໃນ ນາມທີ່ເປັນ “ຄູ່ຮ່ວມຍຸດທະສາດ” ຂອງປະເທດ ລາວ, ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບປະ ເທດລາວ ເພື່ອມີສ່ວນຮ່ວມເຮັດໃຫ້ແຜນພັດທະນາເສດຖະ ກິດ – ສັງຄົມ ແລະ ແຜນຫຼຸຸດພົ້ນອອກຈາກປະເທດດ້ອຍພັດທະ ນາໃນປີ 2020 ຂອງປະເທດລາວ ປະກົດຜົນເປັນຈິງ.

ໂດຍສະເພາະ, ປີນີ້ປະເທດລາວໄດ້ຮັບຕຳແໜ່ງທີ່ສຳຄັນ ກໍຄືການເປັນປະທານກອງປະຊຸມ ASEAN. ປະເທດຍີ່ປຸ່ນ ໃນນາມທີ່ເປັນເພື່ອນມິດທີ່ດີຂອງປະເທດລາວ, ຈະໃຫ້ການ ສະໜັບສະໜູນ ຢ່າງເຕັມທີ່ໃນທຸກຂະແໜງການ ເພື່ອເຮັດໃຫ້ ກອງປະຊຸມລະດັບສາກົນຕ່າງໆທີ່ຈະຖືກຈັດຂຶ້ນໃນປະເທດລາວ ນັ້ນປະສົບຜົນສຳເລັດ ແລະ ເພື່ອບັນລຸການພັດທະນາຂຶ້ນອີກ ຂັ້ນໜຶ່ງນັ້ນ ປະເທດຍີ່ປຸ່ນ ຈະໃຫ້ການສະໜັບສະໜູນ ແລະ ຊຸກຍູ້ຄວາມພະຍາຍາມທີ່ແນໃສ່ 8 ຂະແໜງການບຸລິມະສິດ ASEAN ທີ່ວາງອອກ ໂດຍປະທານກອງປະຊຸມໃຫ້ປະກົດຜົນ ເປັນຈິງ. ນອກຈາກນີ້, ຂ້າພະເຈົ້າເອງ ກໍລໍຄອຍທີ່ຈະໄດ້ມາ ຢ້ຽມຢາມປະເທດລາວຢ່າງເປັນທາງການ ເພື່ອທີ່ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ ASEAN ໃນເດືອນກັນຍາທີ່ຈະມາເຖິງ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ແກ່ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ມີພະລານາໄມທີ່ດີ ແລະ ຂໍໃຫ້ປະເທດລາວຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມພັດທະນາຂຶ້ນ ໄປເລື້ອຍໆຢ່າງບໍ່ຢຸດຢັ້ງ.
ຂະນະດຽວກັນທ່ານ ອາເບະ ຊິນໂສ ກໍໄດ້ສົ່ງສານຊົມເຊີຍ ເຖິງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...