spot_img
Homeຂ່າວທ້ອງຖິ່ນຄຳ​ວຽງ​ງາມ​ຮັບອະ­ນຸ­ຍາດ​ເຂົ້າ​ສຶກ​ສາສ້າງ​ເຂື່ອນ​ໃສ່​ສາຍ​ນ້ຳ​ເຊ​ໂປນ

ຄຳ​ວຽງ​ງາມ​ຮັບອະ­ນຸ­ຍາດ​ເຂົ້າ​ສຶກ​ສາສ້າງ​ເຂື່ອນ​ໃສ່​ສາຍ​ນ້ຳ​ເຊ​ໂປນ

Published on

ວັນ​ທີ 29 ເມ­ສາ 2016 ທີ່​ຫ້ອງ​ປະ­ຊຸມ​ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນ​ແຂວງ​ສະ­ຫວັນ​ນະ​ເຂດໄດ້​ມີ​ພິ­ທີ​ເຊັນ​ບົດ​ຄວາມ​ເຂົ້າ­ໃຈ​ໃນ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ພັດ­ທະ­ນາ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະໜາດ​ນ້ອຍ​ຢູ່​ສາຍ​ນ້ຳ​ເຊໂປນ, ເຂດ​ບ້ານ​ແກ້ງ​ຫຼວງ, ເມືອງ​ເຊໂປນ,ແຂວງ​ສະ­ຫວັນ​ນະ​ເຂດ​ເຂົ້າ​ຮ່ວມ​ເຊັນບົດ​ບັນ­ທຶກ​ໃນ​ຄັ້ງ​ນີ້​ມີ: ທ່ານ ກອງ​ຄຳ ໄຊ​ປັນ­ຍາ ຮອງ​ຫົວ­ໜ້າ​ພະ​ແນກ​ແຜນການ ແລະ​ການ​ລົງ­ທຶນ​ແຂວງ, ທ່ານ ບຸນລ້ວນ ລີ​ໄຊ​ຍະ​ລາດ ຫົວ­ໜ້າ​ພະ​ແນກ​ພະລັງ​ງານ ແລະ ​ບໍ່​ແຮ່​ແຂວງ, ທ່ານ ພູ​ສະໄໝ ກິດ​ຕະ​ລາດ ຮອງ​ຫົວ­ໜ້າ​ຫ້ອງ​ວ່າ ການ​ປົກ­ຄອງ​ແຂວງ ແລະ​ທ່ານ ປາ​ຈິດ ຄຳ​ວຽງ​ງາມ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ຄຳ​ວຽງ​ງາມ ຈຳ­ກັດ​ຜູ້​ດຽວ ຜູ້​ລົງ­ທຶນໂດຍ​ຊ້ອງ​ໜ້າ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ອີງ​ຕາມ​ຂໍ້​ຕົກ­ລົງ​ເລກ​ທີ 554/ຈຂ. ຂ ຂອງ​ທ່ານ​ເຈົ້າ­ແຂວງ​ສະ­ຫວັນ​ນະເຂດ​ລະ­ບຸ​ວ່າ: ເຫັນ​ດີ​ອະ­ນຸ­ມັດ​ໃຫ້​ພະ​ແນກ ແຜນ­ການ ແລະ​ການ​ລົງ­ທຶນ​ແຂວງ, ພະແນກ​ພະ­ລັງ­ງານŒບໍ່​ແຮ່​ແຂວງ ແລະ​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ຂອງ​ແຂວງ​ເຊັນ​ບົດ ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ໃນ​ການ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ພັດ­ທະ­ນາເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ​ຢູ່​ສາຍນ້ຳ​ເຊ​ໂປນ​ຂອບ​ເຂດ​ສິດ​ຂອງ​ແຂວງ​ສາ ມາດ​ອະ­ນຸ­ມັດ​ໄດ້   15 ເມ​ກາ​ວັດ ລົງມາ​ພ້ອມ​ທັງ​ໃຫ້​ບໍ­ລິ­ສັດ​ຄຳ​ວຽງ​ງາມ ຈຳ­ກັດ​ຜູ້​ດຽວ​ວາງ­ເງິນ​ຄ້ຳ­ປະ­ກັນ​ການຈັດ​ຕັ້ງ​ປະ­ຕິ­ບັດ​ບົດ​ບັນ­ທຶກ​ຄວາມ​ເຂົ້າໃຈ​ຈຳ­ນວນ 15 ພັນ​ໂດ​ລາ  ແລະ​ທຶນ​ຄຸ້ມຄອງ​ຕິດ­ຕາມ​ໂຄງ­ການ​ຈຳ­ນວນ 5 ພັນ​ໂດ​ລາ.

ບົດ​ບັນ­ທຶກ​ດັ່ງ­ກ່າວ​ລະ­ບຸ​ວ່າ: ອຳນາດ​ການ​ປົກ­ຄອງ ແຂວງ​ສະ­ຫວັນ​ນະເຂດ​ກໍ​ຄື​ລັດ­ຖະ­ບານ​ແຫ່ງ ສປປ ລາວ ມີຄວາມ​ມຸ້ງ​ມາດ​ປາ­ຖະ­ໜາ​ຈະ​ສົ່ງ­ເສີມການ​ພັດ­ທະ­ນາ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ​ທີ່​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ​ແຂວງ​ຂອງຕົນ, ຊຶ່ງ​ທາງ​ບໍ­ລິ­ສັດ​ຄຳ​ວຽງ​ງາມຈຳກັດ​ຜູ້​ດຽວມີ​ຈຸດ­ປະ­ສົງ​ຈະ​ລົງ­ທຶນ​ການສຶກ​ສາ, ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດ­ທະ­ນາ​ໂຄງ­ການ​ເຂື່ອນ​ໄຟ­ຟ້ານ້ຳ­ຕົກ​ຂະ­ໜາດ​ນ້ອຍ​ຢູ່​ສາຍ​ນ້ຳ​ເຊ​ໂປນ, ເຂດ​ບ້ານ​ແກ້ງ​ຫຼວງ, ເມືອງ​ເຊ​ໂປນ, ແຂວງ​ສະ­ຫວັນ​ນະ​ເຂດ.

ໂອ­ກາດ​ນີ້​ທ່ານ ປາ​ຈິດ ຄຳ​ວຽງ​ງາມຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ຄຳ​ວຽງ​ງາມ ຈຳກັດ​ຜູ້​ດຽວ​ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ພວກ​ເຮົາຕື່ມ​ວ່າ: ນັບ​ຈາກ​ນີ້​ໄປ​ອີກ​ບໍ່​ພໍ​ເທົ່າ­ໃດ ເດືອນ​ຂ້າງ​ໜ້າ​ນີ້​ທາງ​ບໍ­ລິ­ສັດ​ຂອງ​ພວກເຮົາ​ກໍ່​ຈະ​ໄດ້​ສຸມ​ໃສ່​ການ​ເລີ່ມ​ລົງ­ມື​ສຳຫຼວດ​ວັດ­ແທກ​ລະ­ດັບ​ນ້ຳ, ການ​ໄຫຼ​ຂອງນ້ຳ​ເຂົ້າ​ອ່າງ​ລວມ​ໄປ​ເຖິງ​ວຽກ​ທໍ­ລະ­ນີຕ່າງໆ​ອີກ​ທັງ​ນີ້​ກໍ​ເພື່ອ​ໃຫ້​ທ່ວງ​ທັນ​ກັບ ໄລ­ຍະ​ເວ­ລາ​ທີ່​ໄດ້​ລົງ​ນາມ​ຮ່ວມ​ກັນ​ກໍ​ຄືທາງ​ພັກ​ລັດ​ທີ່​ໄດ້​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບໍລິ​ສັດ​ຂອງ​ພວກ​ເຮົາ​ເຂົ້າ​ມາ​ຮັບ­ຜິດ­ຊອບ​ໂຄງ­ການ​ດັ່ງ­ກ່າວ​ນີ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...