spot_img
Homeຂ່າວເຫດການທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສສ ມຽນມາ ຈະເດີນທາງຢ້ຽມຢາມ ສປປ ລາວ 6...

ທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສສ ມຽນມາ ຈະເດີນທາງຢ້ຽມຢາມ ສປປ ລາວ 6 ພຶດສະພານີ້!

Published on

ຂ​ປລ.​ຕອບ​ສະ​ໜອງ​ຕາມການ​ເຊີນຂອງ ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ​ປະ​ທານ​ປ​ະ​ເທດ ແຫ່ງ ສາ​ທ​າ​ລະ​ນະ​ລັດ ປະ​ຊາ​ທິ​ປະໄຕ​ ປະ​ຊາ​ຊົນ​ລາວ, ທ່ານ ອູ ຕິນ ຈໍ, ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດສະ​ຫະ​ພາບມຽນ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມທາງລັດ​ຖະ​ກິດ ທີ່ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໃນ​ວັນ​ທີ 6 ພຶດ​ສະ​ພາ 2016.

ທ່ານ ອູ ຕິນ ຈໍ ​ເກີດ​ເມື່ອວັນ​ທີ 20 ກໍລະກົດ 1946 ທີ່ນະຄອນຢັ້ງ​ກຸ້ງ, ​ເປັນ​ລູກ​ຄົນ​ທີ່​ສອງຂອງ ທ່ານ ວູນ ​ແລະ ນາງ ຈີ ຈີ.  ທ່ານ ວູນ ​​ເປັນນັກ​ຄົ້ນຄ້ວາ ​ແລະ  ນັກກະວີທີ່​ມີ​ຊື່​ສຽງ ທີ່​ຮູ້ຈັກ​ກັນ​ດີ​ໃນ​ນາມ​ປາກກາ ມິນ ຕູ ວູນ. ທ່ານ ອູ ຕິນ ຈໍ ​ໄດ້​ສ້າງ​ຄອບຄົວກັບ ນາງ ສຸ ສຸ ລິນ, ສະມາຊິກ​ສະພາ​ປະຊາຊົນ ຫລື ສະພາ​ຕ່ຳ (Pyithu Hluttaw) ​ເຂດ​ເລືອກ​ຕັ້ງ​ຕົງ​ວ ​ແລະ ອະດີ​ດປະທານ​ຄະນະ​ກຳມະການພົວພັນ​ສາກົນ​ຂອງສະພາ​ຕ່ຳ ​ແລະ ຄະນະ​ກຳມະການ​​ລັດຖະສະພາ​ສາກົນອາ​ຊຽນ (AIPA) ຂອງ​ລັດຖະສະພາມຽນມາ.

ທ່ານໄດ້ເຂົ້າຮຽນທີ່​ ​ໂຮງຮຽນ​ມັດທະຍົມປາຍພາສາ​ອັງກິດ​ເມ​ໂທ​ດິດ ​ແລະ ໄດ້ເຂົ້າມະຫາວິທະຍາໄລ​ ​ໃນ​ປີ 1962. ​ທ່ານໄດ້​ຈົບ​ການ​ສຶກສາ ໃນ​ຂະ​​ແໜງສິ​ລະ​ປະກຳ​ສາດສາກົນ (ລະດັບ A) ຈາກ​ມະຫາວິທະຍາ​ໄລສິນລະ​ປະກຳ​ສາດ​ ​ແລະ ວິທະຍາສາດຢາງ​ກຸ້ງ ໃນປີ 1963. ໃນຂະນະທີ່ພວມສຶກສາຕໍ່ໃນລະດັບປະລິນຍາໂທ ດ້ານເສດຖະສາດ (ຂະແໜງສະຖິຕິ) ທີ່ສະຖາບັນເສດຖະສາດ ໃນໄຕມາດທີ 2, ທ່ານໄດ້ເປັນອາຈານສອນຮັບເຊີນ ທີ່ສະຖາບັນດັ່ງກ່າວ.

ໃນປີ 1970 ຕໍ່ມາ, ທ່ານໄດ້​​ເຂົ້າ​ເຮັດວຽກທີ່ສູນຄອມພິວເຕີຂອງ ມະຫາວິທະຍາໄລຕ່າງໆ ໃນຕຳແໜ່ງນັກໂປກຣາມ ແລະ ນັກວິເຄາະຂໍ້ມູນ. ທ່ານໄດ້ສືບຕໍ່ສຶກສາ ທີ່ສະຖາບັນວິທະຍາສາດຄອມພິວເຕີ, ມະຫາວິທະຍາໄລລອນດອນ ໃນລະຫ່ວາງປີ 1971 ເຖິງ 1972. ພ້ອມນັ້ນ, ຍັງໄດ້ສຶກສາຕໍ່ ໃນຂະແໜງວິທະຍາສາດຄອມພິວເຕີ ທີ່ ສູນເອເລັກໂຕນິກອາຊີ ໃນປີ 1974 ແລະ ໄດ້ສືບຕໍ່ຮ່ຳຮຽນໃນຂະແໜງວິທະຍາສາດຄອມພິວເຕີ ທີ່ ມະຫາວິທະຍາໄລສີລະປະກຳສາດ ແລະ ວິທະຍາສາດຢາງກຸ້ງ ໃນເວລານັ້ນ ແລະ ຈົບການສຶກສາໃນລະດັບປະລິນຍາໂທ ສາຂາວິທະຍາສາດ ໃນປີ 1975.

ຈາກນັ້ນ, ໄດ້ເຂົ້າເຮັດວຽກໃນວິສະຫະກິດ ກ່ຽວກັບອຸດສາຫະກຳໜັກ ຊຶ່ງຂຶ້ນກັບກະຊວງອຸດສະຫະກຳ ໃນຕຳແໜ່ງຫົວໜ້າພະແນກ ໃນປີ 1975 ເຖິງ 1980. ທ່ານ ໄດ້ເຂົ້າເຮັດວຽກຢູ່ ກົມພົວພັນເສດຖະກິດຕ່າງປະເທດ, ກະຊວງແຜນການ ແລະ ການເງິນ ໃນປີ 1980 ແລະ ໄດ້ເປັນຮອງຫົວໜ້າກົມ. ໃນໄລຍະນັ້ນ ທ່ານໄດ້ສືບຕໍ່ສຶກສາ ທີ່ມະຫາວິທະຍາໄລການບໍລິຫານ ອາດເຕີ ດີ (The Arthur D. Little School of Management) ທີ່ເມືອງເຄມບຣິດ, ລັດແມດເຊ​ຈູເຊັດ ໃນປີ 1987 ແລະ ໃນປີ 1992, ແລະ ໄດ້ລາອອກຈາກການເຮັດວຽກນຳລັດຖະບານ.

ຫຼັງຈາກນັ້ນ, ທ່ານໄດ້ເປັນຜູ້ປະສານງານໃຫ້ ທ່ານ ນາງ ອອງຊານ ຊູຈີ, ໂດຍ​ເປັນ​ຜູ້ຮັບຜິດຊອບ ວຽກງານພົວພັນຕ່າງ​ປະ​ເທດ ແລະ ເປັນຜູ້ຕາງໜ້າສ່ວນຕົວຂອງ ທ່ານ ນາງ ອອງຊານ ໃນບັນຫາທາງລັດຖະການໃດໜຶ່ງຕາມການມອບໝາຍ.

​ເລີ່​ມ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, ທ່ານໄດ້​ເຮັດ​ວຽກ​ເປັນ​ສະມາຊິກ ​ຄະນະ​ກຳມະການ​​ຝ່າຍ​ບໍລິຫານ ຂອງ​ມູນ​ນິທິ ນາງ ຄິນ ຈີ, ຊຶ່ງ​ເປັນ​ອົງ​ກອນ​ການ​ກຸສົນ ທີ່ຕັ້ງຊື່ຕາມຊື່ແມ່​ຜູ້ທີ່ລ່ວງລັບໄປແລ້ວຂອງ ທ່ານ ນາງ ອອງຊານ ຊູຈີ, ຫົວໜ້າ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ. ​ທ່ານໄດ້​ຮັບ​ການ​ເລືອກ​ຕັ້ງ ໃຫ້ດຳລົງຕຳແໜ່ງ​ເປັນ​ປະທານາທິບໍດີ ​ແຫ່ງ ສາທາລະນະ​ລັດສະຫະພາບມຽນມາ ​ໂດຍ​ລັດຖະສະພາ ແລະ ໄດ້ເຂົ້າເຮັດວຽກທີ່ສຳນັກງານປະທານປະເທດ ​ໃນ​ວັນ​ທີ 30 ມີນາ 2016. ທ່ານ ອູ ຕິນ ຈໍ ຍັງ​ເປັນ​ນັກ​ຂຽນພາຍໃຕ້ນາມ​ປາກກາ “Dala Ban” ​ແລະ ມີຜົນງານ​ການປະພັນ​​​​ທີ່​ມີ​ຊື່​ສຽງ​ ລວມມີປື້​ມທີ່​ມີ​ຊື່ວ່າ “Ahba-My Father and Vignettes of His Life”, ​ເຊິ່ງ​ເປັນ​ປື້​ມ​ທີ່ອຸທິດເຖິງຊີວິດຂອງບິດາຂອງພະນະທ່ານ ທີ່ເປັນນັກຄົ້ນຄ້ວາດ້ານພາສາສາດ ແລະ ນັກກະວີ ທີ່ມີຊີຶ່ສຽງຂອງ ມຽນມາ ເຊິ່ງຮູ້ຈັກກັນໃນນາມປາກກາ ມິນ ຕູ ວູນ (Min Thu Wun).
ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...