spot_img
Homeມູມໄອທີລາວປ່ຽນ 3 ຢ່າງໃຫ້ໂນດບຸກເກົ່າກັບມາເຮັດວຽກໄດ້ເໝືອນໃໝ່

ປ່ຽນ 3 ຢ່າງໃຫ້ໂນດບຸກເກົ່າກັບມາເຮັດວຽກໄດ້ເໝືອນໃໝ່

Published on

ຫາກ​ໂນດ​ບຸກ​ຂອງ​ທ່ານ​ທີ່ ນຳ​ໃຊ້​ຢູ່​ເວ­ລາ​ນີ້ ເກົ່າ ແລະ​ຊ້າ​ບໍ່​ສາມາດ​ເຮັດ​ວຽກ​ໄດ້​ດີ​ຄື​ກັບ​ຕອນ​ຊື້ ມາ​ໃໝ່ໆ​ເປັນ​ສັນ­ຍານ​ທີ່​ບອກ​ວ່າ ໄດ້​ເວ­ລາ​ຕ້ອງ​ອັບ​ເກຣດ ຫຼື ບໍ່​ກໍ່ປ່ຽນ​ໂນດ​ບຸກ​

ຕົວ​ໃໝ່ ເພື່ອ​ເຮັດ​ໃຫ້ ກັບ​ມາ​ໃຊ້​ວຽກ​ໄດ້​ດີ​ເໝືອນ​ເດີມ ຫຼື ຖ້າ​ສາ­ມາດ​ເຮັດ​ວຽກ​ໄດ້​ໄວ​ກວ່າ ເດີມ​ກໍ່​ອາດ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ; ມື້­ນີ້ຄໍ​ລຳ​ຜ່າ​ໂລກ​ໄອ​ທີ​ມີ 3 ວິ­ທີ​ໃນ​ການ ອັບ​ເກຣດ​ໂນດ​ບຸກ​ເກົ່າ​ໃຫ້​ກັບ​ມາ ເຮັດ​ວຽກ​ໄດ້​ດີ​ເໝືອນ​ເດີມ ແລະ​ມີ ປະ­ສິດ­ທິ­ພາບ​ຍິ່ງ​ຂຶ້ນ​ດັ່ງ­ນີ້:

ifuyi7u

ອັບ​ເດດ​ດຣາຍ​ເວີ​ຊອຟ​ແວ: ການ​ອັບ​ເດດ​ຊອຟ​ແວ ເປັນ​ສິ່ງ​ທຳ ອິດ​ທີ່​ຊ່ວຍ​ໃຫ້​ໂນດ​ບຸກ​ເຄື່ອງ​ເກົ່າ ສາ­ມາດ​ກັບ​ມາ​ເຮັດ​ວຽກ​ໄດ້​ດີ ເໝືອນ​ເດີມ ແລະ​ຄ່າ​ໃຊ້​ຈ່າຍ​ຕ່ຳ ໂດຍ​ໃຊ້​ວິ­ທີ​ການ​ອັບ​ເດດ​ດຣາຍ​ເວີ​ອຸ­ປະ­ກອນ​ໃຫ້​ມີ​ຄວາມ​ທັນ​ສະ­ໄໝ ການ​ເລືອກ​ຕິດ​ຕັ້ງ​ຊອຟ​ແວ​ທີ່​ບໍ່​ຊ້ຳ​ກັນ ແລະ​ໃຊ້​ຊັບ­ພະ­ຍາ­ກອນ​ຂອງ ເຄື່ອງ​ໜ້ອຍ​ລົງ ລວມ​ເຖິງ​ການ​ຕິດ ຕັ້ງ​ລະ­ບົບ​ປະ­ຕິ­ບັດ​ການ​ໃໝ່ ເພື່ອ ໃຫ້​ລະ­ບົບ​ກັບ​ມາ​ເຮັດ​ວຽກ​ໄດ້​ຄື ກັນ​ກັບ​ຕອນ​ຊື້​ຄອມ​ມາ​ໃໝ່ໆ.

ອັບ​ເກຣດ​ແຣມ: ບາງ​ຄັ້ງ​ຊອຟ ແວ ຫຼື ລະ­ບົບ​ປະ­ຕິ­ບັດ​ການ​ໃໝ່ໆ​ມີ ການ​ໃຊ້​ແຣມ​ເພີ່ມ​ຫຼາຍ​ຂຶ້ນ​ເຮັດ​ໃຫ້ ໂນດ​ບຸກ​ຕົວ​ເກົ່າ​ທີ່​ທ່ານ​ໃຊ້​ເຮັດ ວຽກ​ຊ້າ​ລົງ​ການ​ອັບ​ເກຣດ​ໃໝ່​ມີ​ຄວາມ​ຈຸ​ຫຼາຍ​ຂຶ້ນ​ຈາກ​ເດີມ 4GB ເພີ່ມ​ເປັນ 8GB ຫຼື ເລືອກ​ແຣມ ຄວາມ​ໄວ​ສູງ​ທີ່​ໂນດ​ບຸກ​ຮອງ​ຮັບ ໄດ້​ສູງ​ສຸດ ກໍ​ເຮັດ​ໃຫ້​ໂນດ​ບຸກ​ຕົວ ເກົ່າ​ໄວ​ຂຶ້ນ​ໄດ້​ເຊັ່ນ​ກັນ​ມີ­ຄ່າ​ໃຊ້ ຈ່າຍ​ໜ້ອຍ ແຕ່​ໃຫ້​ປະ­ສິດ­ທິ­ພາບ ໂດຍ​ລວມ​ດີ​ຂຶ້ນ.

ອັບ​ເກຣດ​ລະ­ບົບ​ເກັບ​ມ້ຽນ​ຂໍ້ ມູນ: ຖ້າ​ໂນດ​ບຸກ​ທີ່​ທ່ານ​ໃຊ້​ມີ​ຂໍ້​ມູນ ຢູ່​ໃນ​ຮາດ​ດິ​ສ​ຫຼາຍ​ເກີນ​ໄປ​ກໍ​ມີ ສ່ວນ​ເຮັດ​ໃຫ້​ເຄື່ອງ​ຊ້າ​ລົງ ເພາະ​ມີ​ພື້ນ​ທີ່​ໃຫ້​ໂປຣ​ແກຣມ​ຕ່າງໆ​ໜ້ອຍລົງ​ບ້າງ​ຄັ້ງ​ຮາດ​ດິ​ສ​ອາດ​ເກີດຄວາມ​ເສຍ​ຫາຍ​ບໍ່​ຢູ່​ໃນ​ສະ­ຖາ­ນະ ທີ່​ເຮັດ​ວຽກ​ໄດ້​ຕາມ​ປົກ­ກະ­ຕິ​ການ ປ່ຽນ​ຮາດ​ດິ​ສ​ອັນ​ເກົ່າ​ໃຫ້​ມີ​ຄວາມ ຈຸ​ຫຼາຍ​ຂຶ້ນ ຫຼື ປ່ຽນ​ເປັນ SSD (Solid Stage Drive) ທີ່​ມີ ຄວາມ​ໄວ​ໃນ​ການ​ອ່ານ ແລະ​ຂຽນ ຂໍ້​ມູນ​ໄດ້​ວ່ອງ­ໄວ​ກວ່າ​ເດີມ​ກໍ​ສາ ມາດ​ເຮັດ​ໃຫ້​ໂນດ​ບຸກ​ກັບ​ມາ​ມີ​ຊີ ວິດ​ໃໝ່​ອີກ​ເທື່ອ​ໜຶ່ງ.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...