spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ3 ສູດສະໝຸນໄພ ຮັກສາລິດສີດວງ

3 ສູດສະໝຸນໄພ ຮັກສາລິດສີດວງ

Published on

bl99-021

ລິດສີດວງທະວານ (Hemorrhoids ຫຼື Piles) ເກີດຈາກການທີ່ເຮົານັ້ນປ່ອຍໃຫ້ຖອກທ້ອງຕະຫຼອດ

ແລະເວລາຖ່າຍກໍ່ຈະຖ່າຍອອກເປັນກ້ອນແຂງ ແລະຈະມີເລືອດສົດໄຫຼອອກມານໍາ ຊຶ່ງເມື່ອເອົາມືລູບຄໍາບໍລິເວນປາກທະວານ ຈະມີຫົວລິດສີດວງອອກມາເປັນກ້ອນເນື້ອນຸ່ມ ອັກເສບ ເຈັບປວດທໍລະມານຈົນນັ່ງພື້ນແຂງບໍ່ໄດ້.

ສິ່ງທີ່ຄວນປະຕິບັດກໍ່ຄື:

1 ບໍ່ຕ້ອງປ່ອຍໃຫ້ຖອກທ້ອງເປັນເວລາດົນນານ ແລະໝັ່ນທໍາຄວາມສະອາດປາກທະວານທຸກຄັ້ງທີ່ຖ່າຍແລ້ວ.

2 ຫາກພົບວ່າຫົວລິດສີດວງທະວານອັກເສບ ບວມຫຼາຍ ແລະມີເລືອດສີແດງສົດໄຫຼບໍ່ຢຸດ ຄວນໄປຫາແພດໝໍໂດຍດ່ວນ.

3 ຖ້າປວດທີ່ຫົວລິດສີດວງທະວານ ໃຫ້ປະສົມນໍ້າອຸ່ນກັບໝາກພິລາ ແລ້ວລົງໄປນັ່ງແຊ່ຈັກ 20 ນາທີ ມື້ລະ 2-3 ຄັ້ງ ຈະຊ່ວຍໃຫ້ຄາຍອາການປວດໄດ້ເປັນຢ່າງດີ.

ການຮັກສາດ້ວຍສະໝຸນໄພ ມີວິທີດັ່ງນີ້:

zcalai

1 ຢີ່ຫລ່າ

ໃຊ້ຢີ່ຫລ່າ 30 ກຣາມ ພິກໄທປົ່ນ 5 ກຣາມ ແລ້ວປະສົມນໍ້າເຜິ້ງປັ້ນເປັນລູກກອນ ກິນກ່ອນອາຫານ 5-7 ເມັດ ໃນຕອນເຊົ້າມືດ-ຫຼັງຈາກນັ້ນໃຫ້ກິນເບີເກືອຝຣັ່ງ 15 ກຣາມ ປະສົມນໍ້າໂຊດາຕາມເຂົ້າໄປເພື່ອໃຫ້ຂັບຖ່າຍສະດວກຂຶ້ນກວ່າເກົ່າ.

zlidsi

2 ເພັດສັງຄາດ

ການໃຊ້ເພັດສັງຄາດໃນການຮັກສາລິດສີດວງທະວານ ໃຊ້ໄດ້ໂດຍການໃຊ້ເຖົາສົດ ຍາວ 10 ຊມ ຊອຍເປັນຕອນນ້ອຍໆ ຫຼັງຈາກນັ້ນໃຫ້ຫໍ່ດ້ວຍໝາກຂາມປຽກ ຫຼືໃບຜັກກາດດອງ ກິນກ່ອນ ຫຼືຫຼັງອາຫານກໍ່ໄດ້ ມື້ລະ 3 ຄັ້ງ ຫ້າມຄ້ຽວໃຫ້ກືນໝົດຫໍ່ ເພາະຖ້າຄຽວອາດຈະລະຄາຍເຄື່ອງເຍື່ອບຸໃນປາກໄດ້ນັ້ນເອງ.

zlidsiduang

3 ໝາກໂຕນ

ສາມາດເຮັດໄດ້ 2 ແບບນັ້ນກໍ່ຄື ໃຊ້ເມັດແຫ້ງບົດໃຫ້ເປັນຖົງ ປະສົມກັບນໍ້າເຜິ້ງ ປັ້ນເປັນລູກກອນ ກິນມື້ລະ 2-3 ເມັດ ຫຼັງອາຫານ ມື້ລະ 3 ຄັ້ງ ໃຊ້ເມັດແຫ້ງບົດເປັນຖົງ ຊົງກັບນໍ້າຮ້ອນ ດື່ມ 1 ບ່ວງຊາ ຕໍ່ນໍ້າ 1 ຈອກ ຮັບຮອງໄດ້ຜົນແນ່ນອນ.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...