spot_img
Homeຂ່າວຕ່າງປະເທດໄຟໄໝ້ສູນອົບພະຍົບຊາວໂຣຮິງຍາ ຢູ່ມຽນມາ ເກືອບ 450 ຄອບຄົວ ຂາດທີ່ຢູ່ອາໄສ!

ໄຟໄໝ້ສູນອົບພະຍົບຊາວໂຣຮິງຍາ ຢູ່ມຽນມາ ເກືອບ 450 ຄອບຄົວ ຂາດທີ່ຢູ່ອາໄສ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2016 ຜ່ານມານີ້ ໄດ້ເກີດເຫດໄຟໄໝ້ ຢູ່ສູນອົບພະຍົບຊົ່ວຄາວ Bawdupa ຊຶ່ງເປັນສູນອົບພະຍົບຂອງຊາວໂຣຮິງຍາ ໃກ້ກັບເມືອງສິດຕະເວ ເມືອງເອກຂອງລັດຍະໄຂ່ ທາງພາກຕາເວັນຕົກຂອງປະເທດມຽນມາ ສົ່ງຜົນເຮັດໃຫ້ທີ່ພັກອາໄສຂອງຊາວໂຣຮິງຍາ 448 ຄອບຄົວ ຖືກໄຟໄໝ້ວອດ ແຕ່ຍັງບໍ່ທັນມີລາຍງານຄົນໄດ້ຮັບບາດເຈັບ ຫລື ເສຍຊີວິດເທື່ອ.

ທັງນີ້ ສູນອົບພະຍົບດັ່ງກ່າວ ແມ່ນເປັນທີ່ຢູ່ອາໄສຂອງຊາວໂຣຮິງຍາ ກວ່າ 140,000 ຄົນ ຫລັງຈາກທີ່ເກີດເຫດ ຄວາມຂັດແຍ່ງຮຸນແຮງດ້ານສາສະໜາ ລະຫວ່າງຊາວໂຣຮິງຍາ ທີ່ນັບຖືສາສະໜາອິດສະລາມ ແລະ ຊາວພຸດມຽນມາຫົວຮຸນແຮງ ເມື່ອປີ 2012 ຜ່ານມາ.

MYANMAR-RIGHTS-FIRE-ROHINGYA

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...