spot_img
Homeຂ່າວພາຍ​ໃນປະທານປະເທດຊີ້ນຳຫຼາຍບັນຫາ ຕໍ່ກອງປະຊຸມຄັ້ງປະຖົມມະເລີກ ຂອງລັດຖະບານຊຸດໃໝ່

ປະທານປະເທດຊີ້ນຳຫຼາຍບັນຫາ ຕໍ່ກອງປະຊຸມຄັ້ງປະຖົມມະເລີກ ຂອງລັດຖະບານຊຸດໃໝ່

Published on

“ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ” ແມ່ນໜຶ່ງໃນຫຼາຍບັນຫາທີ່ ປະທານປະເທດຊີ້ນຳໃນກອງປະຊຸມລັດຖະບານ ຄັ້ງປະຖົມມະເລີກ ທີ່ຫ້ອງວ່າການສຳນັກງານນາຍົກ ເມື່ອວັນທີ 29 ເມສາ 2016 ທີ່ຜ່ານມາ.

ໂດຍອີງຕາມມະຕິຕົກລົງ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 20 ເມສາ 2016 ວ່າດ້ວຍການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງລັດຖະບານ, ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງລັດຖະບານ ຊຶ່ງໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍລັດຖະບານນັ້ນ, ກອງປະຊຸມລັດຖະບານຄັ້ງປະຖົມມະລຶກ ຂອງຄະນະລັດຖະບານຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນ ທາງການໃນວັນທີ 29 ເມສາ 2016 ຢູ່ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ໂດຍໄດ້ຮັບກຽດເປັນຢ່າງສູງ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານໄດ້ຊີ້ນໍາໃຫ້ຄະນະລັດຖະບານຊຸດທີ VIII ເອົາໃຈໃສ່ບາງວຽກງານດັ່ງນີ້:

1. ຕ້ອງເຂົ້າໃຈຢ່າງຖືກຕ້ອງ ແລະ ເອກະພາບກັນວ່າ: ພວກເຮົາຢູ່ໃນຈຸດຫົວລ້ຽວຫົວຕໍ່ ໃນການປ່ຽນແປງເນື້ອໃນ ແລະ ແບບແຜນວິທີນໍາພາຂອງສູນກາງພັກ ກໍ່ຄື ໃນການເຄື່ອນໄຫວຂອງບັນ ດາອົງການລັດ. ໃນນັ້ນ, ມີການເຄື່ອນໄຫວບໍລິຫານຄຸ້ມຄອງຂອງລັດຖະບານ ຕາມທິດຍົກສູງປະສິດທິພາບ ຂອງການຄຸ້ມຄອງບໍລິຫານລັດດ້ວຍກົດໝາຍ;

2. ຕ້ອງຄົ້ນຄວ້າຢ່າງລະອຽດຮອບຄອບ ແລະ ດໍາເນີນການປັບປຸງຊັບຊ້ອນ ກົງຈັກຂອງບັນດາກະຊວງ ແລະ ຄະນະກໍາມະການທຽບເທົ່າ ໄປພ້ອມໆກັບ ການຄົ້ນຄວ້າ ປັບປຸງກົງຈັກບໍລິຫານຢູ່ຂັ້ນທ້ອງຖິ່ນ ຮາກຖານ, ເພື່ອສ້າງກົງຈັກບໍລິຫານ ທີ່ເປັນລະບົບເອກະພາບ, ກະທັດຮັດ, ໜັກແໜ້ນ, ມີລະບົບລະບຽບຮັດກຸມ ເຮັດໃຫ້ການເຄື່ອນໄຫວມີຄວາມໂລ່ງລ່ຽນ ແລະ ໂປ່ງໃສທຸກຂັ້ນຕອນ;

3. ຮີບຮ້ອນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ທັງຮັບປະກັນສະກັດກັ້ນ ແລະ ແກ້ໄຂການກະທໍາ ຂອງບັນດາຂະແໜງການການເງິນ ທີ່ກໍ່ໃຫ້ເກີດຄວາມສ່ຽງສູ່ວິກິດການເພີ່ມຂຶ້ນ; ຟື້ນຟູ, ສ້າງໃຫ້ພື້ນຖານເສດຖະກິດ ເຂົ້າສູ່ການພັດທະນາປົກກະຕິ ແລະ ສົມດູນໂດຍໄວ;

4. ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ມີການຫັນ ປ່ຽນຢ່າງຈະແຈ້ງ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ອາດຊະຍາກໍາ, ອຸປະຕິເຫດ, ການຄ້າມະນຸດ, ການລັກ ລອບອອກແຮງງານຢູ່ຕ່າງປະເທດ ແລະ ບັນຫາຫຍໍ້ທໍ້ຕ່າງໆ;

5. ເອົາໃຈໃສ່ຮັບປະກັນໃນການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນ ຂອງວົງຄະນະຍາດແຫ່ງຊາດ ເປັນຕົ້ນແມ່ນ: ດິນ, ແຫຼ່ງນໍ້າ, ປ່າໄມ້, ບໍ່ແຮ່….ຢ່າງປະຢັດ, ກຸ້ມຄ່າ ແລະ ເດັດຂາດບໍ່ ໃຫ້ສົ່ງ ໄມ້ທ່ອນອອກ;

6. ເພີ່ມທະວີການຊີ້ນໍາ, ບັນຊາແຕ່ເທິງລົງລຸ່ມ ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍ ບັນດາວຽກງານຈຸດສຸມຕົ້ນຕໍຂອງລັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຮັບປະກັນການປະຕິບັດ ບັນດາຄາດ ໝາຍສູ້ຊົນຕ່າງໆ ໃຫ້ບັນລຸຕາມທີ່ລັດຖະບານວາງອອກ. ຄຽງຄູ່ກັນນັ້ນ, ລັດຖະບານ ຕ້ອງເຮັດວຽກກວດກາຢ່າງແຂງແຮງ, ແກ້ໄຂຜົນຂອງການກວດກາຢ່າງທັນການ ແລະ ເຂັ້ມງວດ;

7. ຕ້ອງເປັນແບບຢ່າງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຮູ້ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າເຮັດ, ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ.

26.4.2016.4

ຜູ້ຂຽນ: ຂ່າວ/ພາບ: ພະແນກໂຄສະນາ, ກົມປະຊາສຳພັນ
ແຫລ່ງ: ຫ້ອງວ່າການລັດຖະບານ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)