spot_img
Homeນານາສາລະວິທີຮັກສາ ແລະ ປ້ອງກັນ ເລັບຕີນສັກ

ວິທີຮັກສາ ແລະ ປ້ອງກັນ ເລັບຕີນສັກ

Published on

ສຳລັບໃຜທີ່ເຄີຍມີອາການເລັບຕີນສັກ ຄົງຮູ້ດີວ່າມັນເຈັບປວດ ແລະ ທໍລະມານພຽງໃດ ໂດຍສະເພາະເວລາມີໜອງ ສະນັ້ນມື້ນີ້ເຮົາມີເຄັດລັບ ວິທີຮັກສາ ແລະ ປ້ອງກັນ ເລັບຕີນສັກ ມາຝາກໃຫ້ທຸກທ່ານໄດ້ລອງເຮັດເບິ່ງ

ວິທີການຮັກສາເລັບສັກໃນເບື້ອງຕົ້ນດ້ວຍຕົນເອງ
–  ແຊ່ຕີນດ້ວຍນ້ຳອຸ່ນປະສົມນ້ຳເກືອໃນອັດຕາສ່ວນ ເກືອ 1 ບ່ວງຊາ/ ນ້ຳ 1 ລິດ ວັນລະ 4 ຄັ້ງ ແລະ ລ້າງຕີນທີ່ເປັນເລັບສັກດ້ວຍນ້ຳສະບູ ແລະ ນ້ຳສະອາດວັນລະ 2 ຄັ້ງ

images

– ຕັດເລັບສ່ວນເກີນທີ່ບໍ່ເຈັບອອກ ແລະ ໃຊ້ໄມ້ຈີ້ມທີ່ແຂງໆ ມາງັດເລັບສັກຂຶ້ນມາເພື່ອຕັດອອກ

– ພະຍາຍາມເຮັດໃຫ້ຕີນແຫ້ງ ແລະ ສະອາດສະເໝີ ເພື່ອປ້ອງຄວາມຊຸ່ມ ແລະ ຄວນໃຊ້ແອລກໍຮໍທີ່ມີຄວາມເຂັ້ມຂຸ້ນ 70% ເຊັດຂ້າເຊື້ອ

– ບໍ່ໃສ່ເກີບສົ້ນສູງ ຫຼື ເກີບຂັບເກີນໄປ

toenails1

– ອາດໃຊ້ສຳລີສອດລົງບໍລິເວນເລັບສັກເພື່ອຍົກເລັບບໍ່ໃຫ້ຖືກຊີ້ນປະມານ 15 ວັນ ເພື່ອໃຫ້ເລັບທີ່ງອກໃໝ່ບໍ່ໄປແທງຖືກຊີ້ນ

ຄວນໄປພົບແພດເມື່ອມີອາການດັ້ງຕໍ່ໄປນີ້
ຫາກເລັບສັກມີອາການປວດຫຼາຍ ແລະ ມີໜອງໄຫຼອອກມາຈາກເລັບຕ້ອງຟ້າວໄປພົບແພດ ໂດຍສະເພາະຄົນທີ່ເປັນໂຣກເອສ ແລະ ເບົາຫວານ ຕ້ອງລະວັງເປັນພິເສດ ໂດຍແພດຈະໃຊ້ຢາປະຕິຊີວະພາບຂ້າເຊື້ອທັງທາ ແລະ ກິນ ເພື່ອປ້ອງກັນການເປັນບາດທະຍັກ ຫາກຊີ້ນບໍລິເວນເລັບໜາເກີນໄປແພດກໍ່ຈະເຮັດການດູດໜອງອອກໃຫ້ ແລ້ວ ແຜເລັບສັກຈະຫາຍດີພາຍໃນ 2-3 ອາທິດ

ການປ້ອງກັນບໍ່ໃຫ້ເກີດເລັບສັກ
– ບໍ່ຄວນຕັດເລັບຕິດຊີ້ນ ຫຼື ແຈເລັບຫຼາຍເກີນໄປ ແລະ ບໍ່ຄວນຈີ້ມຂີ້ເລັບຕະຫຼອດ
– ໃສ້ເກີບໃນລະດັບພໍດີ ບໍ່ສູງຫຼາຍ
– ເຊັດຕີນໃຫ້ແຫ້ງຢູ່ສະເໝີ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...