spot_img
Homeຂ່າວເຫດການໂຈນຈີ້ເອົາເງິນກັບຄົນໄປກົດຕູ້ ATM

ໂຈນຈີ້ເອົາເງິນກັບຄົນໄປກົດຕູ້ ATM

Published on

ໃນເວລາປະມານ 13:40 ໂມງຂອງມື້ນີ້ວັນທີ 03 ພຶດສະພາ 2016 ສົດໆຮ້ອນໆ ໄດ້ເກີດເຫດການຈີ້ເອົາເງິນຢູ່ຫນ້າ ວິທະຍາໄລ ເຕັກນິກສັບພະວິຊາ ເຊິ່ງໃນຂະນະທີ່ຜູ້ເສຍຫາຍສອງຄົນໄດ້ຍ່າງໄປກົດເງິນຢູ່ຕູ້ ATM ຢູ່ນັ້ນໄດ້ມີຄົນຮ້າຍສອງຄົນເຂົ້າມາໃຊ້ມີດຈີ້ເອົາເງິນ ໃນຂະນະທີ່ ປະຊາຊົນຫຼາຍຄົນກຳລັງ ກົດເອົາເງິນຢູ່ຕູ້ ATM ຄົນຮ້າຍກໍບໍ່ໄດ້ຢ້ານກົວຫຍັງເລີຍ. ຄົນຮ້າຍ ແມ່ນຂັບຂີ່ລົດຈັກ ສະແມັດ ໝາຍເລກ ທະບຽນ ຮຍ1009. ຜູ້ເສຍຫາຍແມ່ນ ວິທະຍາໄລ ເຕັກນິກສັບພະວິຊາທັງສອງຄົນ. ຊັບສິນຜູ້ໜຶ່ງເສຍ 3 ແສນກີບ ແລະ ອີກຜູ້ໜຶ່ງເສຍເງິນທີ່ກົດ 5 ແສນກີບ ພ້ອມຖືກດຶງເອົາກະເປົາໄປພ້ອມ. ແຕ່ໂຊກດີທີ່ທັງສອງບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ, ດັ່ງນັ້ນ ຈຶ່ງຢາກເຊີນຊວນໃຫ້ພວກເຮົາທຸກຄົນ ເປັນຫູເປັນຕານຳກັນເພື່ອປ້ອງເຫດແບບນີ້ທີ່ຈະເກີດຂຶ້ນໄດ້ທຸກເວລາ.

ທ່ານໃດທີ່ພົບເຫັນລົດຄັນດັ່ງກ່າວ ແຈ້ງເຈົ້າໜ້າທີ່ຕໍາຫຼວດໂດຍດ່ວນ ຢ່າປ່ອຍໃຫ້ຄົນຊົ່ວລອຍນວນ!

ແຈ້ງເຫດໂດຍ: Sonenalin Sangchan

ແຫຼ່ງຂ່າວ: Youlike laos-ຄລິບເດັດ ຂ່າວດັງ ລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...