spot_img
Homeນານາສາລະວິທີການປູກຜັກຂະ ໃຫ້ແຕກຍອດຕະຫຼອດປີ

ວິທີການປູກຜັກຂະ ໃຫ້ແຕກຍອດຕະຫຼອດປີ

Published on

ກະສິກຳກັບລາວໂພສຕ໌ວັນນີ້ເຮົາມີວິທີການປູກຜັກຂະໃຫ້ແຕກຍອດຕະຫຼອດປີມາຝາກກັນ ເໝາະສຳລັບຄົນທີ່ລິເລີ່ມຢາກເຮັດກະສິກຳ ເພື່ອສ້າງລາຍຮັບເພີ່ມ ແລະ ການປູກຜັກຂະເປັນສິນຄ້ານີ້ກໍ່ຖືວ່າເປັນອີກທາງເລືອກໜຶ່ງທີ່ທ່ານຄວນສຶກສາໄວ້

DSCN2546_zps65d79c02

ການກຽມກ່າງຜັນຂະໄວ້ປູກ ແລະ ການຂະຫຍາຍພັນ

ຜັກຂະເປັນສາຍພັນດ້ວຍການປັກຊຳກ່າງ ເຮັດໄດ້ງ່າຍໆດ້ວຍການຕັດເອົາກ່າງທີ່ປານກາງ ບໍ່ອ່ອນບໍ່ແກ່ຈົນເກີນໄປ ຕັດໃນລະດັບຄວາມຍາວ ປະມານ 20 ຊມ ແລ້ວນຳກ່າງທີ່ກຽມໄວ້ໄປຊຳໃນຖົງດຳ ເອົາຖົງຢາງພລາສຕິກຄອບໄວ້ປະມານ 7 ວັນ ກໍ່ຈະເກີດຮາກ ນັ້ນກໍ່ລ້ຽງຕໍ່ໄປປະມານ 1 ຫຼື 2 ເດືອນ ກໍ່ສາມາດນຳໄປປູກລົງໜານໄດ້

DSC08490

ວິທີການປູກ

  • ກຽມໜານປູກຜັກຂະ ເໝືອນກັນກັບການຂຸດໜານປູກຜັກອື່ນໆ ແຕ່ຄູນໜານຂຶ້ນສູງໆ ເພື່ອກັນນ້ຳຖ້ວມຕົ້ນຜັກຂະໃນເວລາຍາມຝົນ.
  • ຂະໜາດຂອງໜານ ກ້ວາງປະມານ 1-1.50 ແມັດ ສ່ວນຄວາມຍາວຂອງໜານແມ່ນຂຶ້ນກັບຄວາມຕ້ອງການຂອງທ່ານເອງ
  • ວິທີປູກແມ່ນປູກຄືມັນຕົ້ນຄືຂຸດຝັງເປັນແຖວຍາວ ລະຫວ່າງແຖວ ລະຫວ່າງຕົ້ນປະມານ 1ມ x 1ມ ສ່ວນກ່າງຜັກຂະທີ່ຈະນຳມາປູກແມ່ນມີຄວາມຍາວປະມານ 20 ຊມ,
  • ຄວາມເລິກຂອງແຕ່ລະຂຸມເລິກປະມານ 10 ຊມ
  • ຕອນປູກ 2-3 ວັນທຳອິດແມ່ນເອົາໃຈໃສ່ໃນການຫົດນ້ຳມື້ລະ 1ຄັ້ງ ແຕ່ຫຼັງຈາກນີ້ແມ່ນໃຫ້ຫົດນ້ຳ 2 ຫຼື 3 ມື້/1ຄັ້ງ

ສັດຕູຂອງຜັກຂະ:  ຈະເປັນພວກບົ້ງຄືບ ແລະ ມົດແດງໄຟ ເຊິ່ງວິທີກຳຈັດດ້ວຍວີທີ່ທຳມະຊາດແມ່ນການເອົານ້ຳໜໍ່ໄມ້ສົ້ມມາຫົດໃສ່ ຮອບຮອງວ່າບັນດາມົດແດງໄຟ ແລະ ບົ້ງຄືບຫາຍໄປແນ່ນອນ

ເທັກນິກການກະຕຸ້ນຍອດຂອງຜັກຂະ : ເຮັດໄດ້ດ້ວຍວິທີທຳມະຊາດໂດຍການໃຊ້ນ້ຳໝາກພ້າວອ່ອນຈຳນວນ 1 ຫຼື 2 ບ່ວງແກງ ປະສົມກັບນ້ຳລ້າປະມານ 20 ລິດ ນຳໄປສີດໃສ່ຜັກຂະໃນຕອນເຊົ້າ ຫຼື ຕອນແລງ ຊ່ວງປາກໃບເປີດ ຈະເຮັດໃຫ້ຜັກຂະແຕກຍອດໄດ້ດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...