spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອົງການໄອຊັບ ສືບຕໍ່ຊ່ອຍເຫຼືອດ້ານສຸຂະພາບແມ່ ແລະ ເດັກ ເມືອງໄຊບົວທອງ ແຂວງຄໍາມ່ວນ

ອົງການໄອຊັບ ສືບຕໍ່ຊ່ອຍເຫຼືອດ້ານສຸຂະພາບແມ່ ແລະ ເດັກ ເມືອງໄຊບົວທອງ ແຂວງຄໍາມ່ວນ

Published on

ອົງການໄອຊັບ ຈະຊ່ວຍເຫຼືອງົບປະມານຈຳນວນ 270.000 ໂດລາສະຫະລັດ ເພື່ອປັບປຸງສະຖານະດ້ານສຸຂະພາບແມ່ ແລະ ເດັກ ໃນ 3 ບ້ານເປົ້າໝາຍຄື ບ້ານປ່າກ້ວຍທົ່ງ ປ່າກ້ວຍດົງ ແລະ ບ້ານຜາໂຄ້ງ ຢູ່ເມືອງໄຊບົວທອງ ແຂວງຄຳມ່ວນ.

ທ່ານ ມາຊະອະກິ ທະເຄຊິເງະ ຫົວໜ້າໂຄງການໄອຊັບ ປະຈຳລາວ ກ່າວໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າ ອົງການໄອຊັບ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳການຮັກສາສຸຂະພາບແບບຊຸມຊົນມີສ່ວນຮ່ວມ ເລີ່ມແຕ່ປີ 2005 ທີ່ເມືອງເຊບັ້ງໄຟ ແລະ ໄດ້ສິ້ນສຸດໂຄງການໃນປີ 2015 ຮວມໄລຍະເວລາ 10 ປີ ເຊິ່ງເຫັນໄດ້ວ່າ ການຈັດຕັ້ງປະຕິບັດຂອງໂຄງການແມ່ນໄດ້ຮັບປະສິດທິພາບດີ ສະນັ້ນ ທາງໂຄງການຈິ່ງໄດ້ສະເໜີງົບປະມານຈາກ ໂຮງໝໍ ເຊັນແມຣີ (St.Mary’s Hospital) ຈຳນວນ 270.000 ໂດລາສະຫະລັດ ເພື່ອສືບຕໍ່ໂຄງການໃນ 3 ບ້ານເປົ້າໝາຍທີ່ເມືອງໄຊບົວທອງ ເຊິ່ງໂຄງການດັ່ງກ່າວຈະໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ 2016 ຫາເດືອນ ມີນາ 2019 ຮວມໄລຍະເວລາ 4 ປີ.

ຈຸດປະສົງຂອງໂຄງການແມ່ນເພື່ອເສີມສ້າງຄວາມເຂັ້ມແຂງຂອງກິດຈະກຳໃຫ້ສຸຂະສຶກສາ ດ້ານໂພຊະນາການ ແລະ ສຸຂະອະນາໄມໃຫ້ແກ່ພະນັກງານຫ້ອງການສາທາລະນະສຸກເມືອງ ປັບປຸງການບໍລິການດ້ານສຸຂະພາບໃຫ້ແກ່ເດັກອາຍຸລຸ່ມ 5 ປີ ແລະ ແມ່ຍິງຖືພາ ປັບປຸງຄວາມຊຳນິຊຳນານໃນການໃຫ້ສຸຂະສຶກສາຂອງພະນັກງານຫ້ອງການສາທາລະນະສຸກເມືອງ ແລະ ຄວາມຮູ້ ຄວາມເຂົ້າໃຈສຳລັບປະຊາຊົນພາຍໃນບ້ານຕໍ່ກັບວຽກງານສຸຂະສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ສຳລັບການສົ່ງເສີມໃຫ້ຊຸມຊົນມີສ່ວນຮ່ວມໃນຂະແໜງສາທາລະນະສຸກ ໂດຍຜ່ານການແລກປ່ຽນທາງດ້ານບຸກຄະລາກອນລະຫວ່າງປະເທດຍີ່ປຸນ ແລະ ສປປ.ລາວ.

ສໍາລັບພິທີເຊັນບົດບັນທຶກ (MOU) ໄດ້ຈັດຂຶ້ນໃນວັນທີ 28 ເມສາ 2016 ຜ່ານມາ ທີ່ພະແນກສາທາລະນະສຸກແຂວງຄຳມ່ວນ ໂດຍມີທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງໆຄຳມ່ວນ ທ່ານ ດຣ. ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ທ່ານ ມາຊະອະກິ ທະເຄຊິເງະ ຫົວໜ້າໂຄງການໄອຊັບ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສັດທີ່ສ່ຽງສູນພັນ ໝີຂົ້ວໂລກຈາກທີ່ເຄີຍອາໄສຢູ່ໃນເຂດໜາວ ປັດຈຸບັນຕ້ອງມາອາໄສຢູ່ທີ່ສູນວິໄຈຮ້າງ

ໝີຂົ້ວໂລກ ຖືເປັນສັດລ້ຽງລູກດ້ວຍນົມທີ່ໃຫຍ່ທີ່ສຸດໃນໂລກ ໂຕຜູ້ໃຫ່ຍສຸດອາດຈະມີນໍ້າໜັກເຖິງ 600ກິໂລກຣາມ, ເຖິງແມ່ນຮູບຮ່າງຈະໃຫ່ຍແຕ່ຊີວິດຂອງພວກມັນ ໜ້າເປັນຫວ່ງຫຼາຍ ເນື່ອງຈາກອາຫານຂອງພວກມັນສ່ວນຫຼາຍແມ່ນແມວນໍ້າເປັນຫຼັກ ເວລາທີ່ຈະຫາອາຫານພວກມັນຈະອາໄສລັກສະນະພູມສັນຖານທີ່ເປັນເຂດໜາວໃນການຫາອາຫານ. ແຕ່ໃນປັດຈຸບັນເກີດມີພາວະໂລກຮ້ອນເຮັດໃຫ້ເຂດພູເຂົານໍ້າແຂງເປື່ອຍໄວຜິດປົກກະຕິ ສົ່ງຜົນກະທົບໃຫ້ພື້ນທີ່ໃນການຫາອາຫານກໍ່ໜ້ອຍລົງ ໝີຂົ້ວໂລກຈໍານວນຫຼາຍຈຶ່ງໄດ້ອົບພະຍົບເຂົ້າມາຢູ່ອາໄສໃນເຂດຊຸມຊົນ ກັບການອາໄສຢູ່ໃນສູນວິໄຈຮ້າງ ທີ່ເກາະໂຄລີອູຊິນ ຢູ່ທາງພາກເໜືອຂອງປະເທດຣັດເຊຍ. ຕາມການຈັດອັນດັບຂອງ IUCN...

ໃຫ້ສຳເລັດໃນ 5 ປີ ກະຊວງໂຍທາທິການ ແລະ ຂົນສົ່ງ ສຸມໃສ່ການຍົກລະດັບເສັ້ນທາງຄົມມະນາຄົມທາງບົກ 11 ໂຄງການ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ...

ກິນແໜງຢູ່ໃນໃຈ ຊາຍຄົນຈີນເຄີຍຂາຍໄຂ່ຫຼັງເພື່ອຊື້ໄອໂຟນ ຍ້ອນຢາກມີຄືໝູ່ ສຸດທ້າຍກາຍເປັນຄົນພິການ

ເລື່ອງນີ້ໄດ້ເກີດຂຶ້ນໃນປີ 2011 ທີ່ຜ່ານມາ ແລະ ກາຍເປັນອຸທາຫອນໃຫ້ແກ່ຫຼາຍໆຄົນທີ່ຮູ້ເທົ່າບໍ່ເຖິງການ ຫຼື ຄິດໜ້ອຍເກີດໄປໃນການຕັດສິນໃຈໂດຍບໍ່ຄຳນຶງເຖິງຜົນກະທົບໄລຍະຍາວ.ໂດຍມີກໍລະນີມີເດັກຊາຍຈີນຄົນໜຶ່ງອາຍຸ 17 ປີ ໄດ້ຕັດສິນໃຈລັກຂາຍໄຕຂອງຕົນເອງ ເພື່ອທີ່ຈະເອົາເງິນໄປຊື້ໄອໂຟນ. ໃນປີ 2011 ນັ້ນ, ໄອໂຟນ...

ສະຫລຸບຜົນການແຂ່ງຂັນຊ່ວງເຮືອປະເພນີ ຈອມແຈ້ງ ເມືອງ ສີສັດຕະນາກ ປະຈໍາປີ 2025

ຜົນການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ ແລະ 55 ສີພາຍ ໃນງານບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025 ບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025 ໄດ້ຈັດຂຶ້ນທີ່ທ່າວັດຈອມແຈ້ງ, ເມືອງ ສີສັດຕະນາກ,...