spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມນໍ້າຊາເຢັນ ສາເຫດເຮັດໃຫ້ເປັນໜິ້ວ ໃນໝາກໄຂ່ຫລັງ

ນໍ້າຊາເຢັນ ສາເຫດເຮັດໃຫ້ເປັນໜິ້ວ ໃນໝາກໄຂ່ຫລັງ

Published on

ໃນໄລຍະອາກາດຮ້ອນອົບເອົ້າແບບນີ້ ຖ້າຫາກວ່າໄດ້ດື່ມນໍ້າເຢັນໆຈັກຈອກໜຶ່ງຄືຊິເຮັດໃຫ້ເຮົາມີຄວາມສົດຊື່ນຂຶ້ນແນ່ນອນ ໂດຍສະເພາະ ຖ້າເປັນນໍ້າປະເພດທີ່ມີລົດຊາດຫວານເຊັ່ນ ນໍ້າຊາເຢັນ ກາແຟເຢັນ ນົມເຢັນ ແລະ ນໍ້າຫວານປະເພດອື່ນໆ ຍິ່ງເຮັດໃຫ້ຮູ້ສຶກດີ.

11-0

ແຕ່ທ່ານຮູ້ບໍວ່າ ໃນນໍ້າປະເພດນີ້ ໂດຍສະເພາະນໍ້າຊາເຢັນທຸກປະເພດນັ້ນຫາກດື່ມຫລາຍໆ ອາດເປັນອັນຕະລາຍຕໍ່ຮ່າງກາຍຂອງທ່ານໄດ້ ໃນດ້ານການແພດໄດ້ເຕືອນວ່າ ຜູ້ທີ່ມັກດື່ມນໍ້າຊາເຢັນເປັນປະຈຳ ບໍ່ຄວນດື່ມຫລາຍ
ເກີນໄປ ເພາະອາດຈະເຮັດໃຫ້ເປັນໜິ້ວໃນໝາກໄຂ່ຫລັງໄດ້ ເນື່ອງຈາກນໍ້າຊາເຢັນຈະມີປະລິມານກົດອອກຊາລິກສະສົມຢູ່ຫລາຍ ຊຶ່ງເປັນສານເຄມີໂຕສຳຄັນທີ່ເຮັດໃຫ້ເກີດເປັນໜິ້ວໃນໝາກໄຂ່ຫລັງ (ການດື່ມນໍ້າຊາຮ້ອນກໍຈະມີກົດອອກຊາລິກຄືກັນ ແຕ່ໂອກາດທີ່ຈະເຮັດໃຫ້ເປັນໜິ້ວໄດ້ນັ້ນຈະຍາກກວ່າການດື່ມນໍ້າຊາເຢັນ).

ທ່ານ ດຣ.ຈອນ ມິວເລີ ຜູ້ຊ່ວຍສາດສະດາຈານຄະນະພະຍາດລະບົບທາງເດີນປັດສະວະ (ທໍ່ຍ່ຽວ) ໂຮງຮຽນແພດສະຕຣີດ ມະຫາວິທະຍາໄລໂລໂຍລລາ ແຫ່ງຊິຄາໂກໄດ້ກ່າວວ່າ ຜູ້ທີ່ເປັນໜິ້ວໃນໝາກໄຂ່ຫລັງໄດ້ງ່າຍບໍ່ຄວນດື່ມນໍ້າຊາເຢັນເດັດຂາດ ທັງຜູ້ຊາຍ ແລະ ຜູ້ຍິງໃນເກນອາຍຸໝົດປະຈຳເດືອນຈະມີຮໍໂມນເພດ ເອສໂຕຣເຈນໜ້ອຍ ແລະ ຜູ້ຍິງທີ່ໄດ້ຜ່າຕັດມົດລູກອອກໄປແລ້ວມີໂອກາດທີ່ຈະເປັນໜິ້ວໄດ້ງ່າຍ ໜິ້ວໃນໝາກໄຂ່ຫລັງມີລັກສະນະເປັນກ້ອນຜະລຶກນ້ອຍໆ ຊຶ່ງເກີດຈາກແຫ່ທາດແລະ ເກືອທີ່ມີຢູ່ໃນປັດສະວະ (ນໍ້າຍ່ຽວ) ມັກເກີດຂື້ນໃນໄຂ່ຫລັງ ຫຼື ທໍ່ເຊຶ່ງເປັນທໍ່ປັດສະວະ (ທໍ່ຍ່ຽວ) ຈາກໄຂ່ຫລັງໄປສູ່ກະເພາະປັດສະວະ.

ໂດຍປົກກະຕິແລ້ວມັນຈະຫລຸດອອກໄປໄດ້ເອງ ແຕ່ຖ້າມີຂະໜາດໃຫຍ່ຫລາຍມັນຈະຕິດຄ້າງຢູ່ໃນທໍ່ເຮັດໃຫ້ເປັນອັນຕະລາຍຕໍ່ຮ່າງກາຍຫາກເປັນຫລາຍຕ້ອງໄດ້ຜ່າຕັດອອກ ຖ້າຮູ້ແບບນີ້ແລ້ວ ຕໍ່ໄປຖ້າທ່ານຕ້ອງການບໍລິໂພກນໍ້າຊາເຢັນ ກໍຕ້ອງໄດ້ຄິດເບິ່ງໃຫ້ດີເສັຍກ່ອນ.

ຮຽບຮຽງໂດຍ: ປານີນາ ຈັນທະນະຄອນ (ວິທະຍຸ-ໂທລະພາບນະຄອນຫຼວງ)

ບົດຄວາມຫຼ້າສຸດ

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນາ 2025 ນີ້, ທ່ານ...

ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ກໍ່ສ້າງໂດຍລວມສໍາເລັດແລ້ວ 98,4%

ຂົວມິດຕະພາບ ລາວ-ໄທ ເປັນສັນຍາລັກ ຮ່ວມສົ່ງເສີມການຄ້າ-ການລົງທຶນ-ການທ່ອງທ່ຽວ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນໜຶ່ງໃນໂຄງ ການທີ່ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ໃນການນໍາໃຊ້ທ່າແຮງ...

ສຽງແຫ່ງຄວາມພາກພູມໃຈສຳລັບຄວາມຫຼາກຫຼາຍທາງເພດ ແລະ ຄວາມເທົ່າທຽມໃນ ສປປ ລາວ

ທະວັດໄຊ ໄຊຍະກຸມມານ, ອາຍຸພຽງ 35 ປີ, ແຕ່ລາວໃສ່ໝວກຂອງການເຮັດຫຼາຍບົດບາດ. ລາວບໍ່ໄດ້ເປັນ ພຽງແຕ່ ພະນັກງານນຳທ່ຽວດີເດັ່ນທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຊົມຄວາມສວຍສົດງົດງາມຂອງ ສປປ ລາວ, ແຕ່ຍັງເປັນເຈົ້າຂອງທຸລະກິດນຳອີກ. ແຕ່ບົດບາດທີ່ເຮັດໃຫ້ລາວພາກພູມໃຈຫຼາຍທີ່ສຸດຄື: ການເຮັດໜ້າທີເປັນກະບອກ ສຽງໃຫ້ແກ່ກຸ່ມຄົນທີ່ມີຄວາມ...

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...