spot_img
Homeຂ່າວທ້ອງຖິ່ນປະກວດໄວໜຸ່ມຍິງ-ຊາຍສຸຂະພາບດີ

ປະກວດໄວໜຸ່ມຍິງ-ຊາຍສຸຂະພາບດີ

Published on

ບໍລິສັດ ອະທິປັນຍາ ເທດດິງ ນຳເຂົ້າ ແລະ ຈັດຈຳໜ່າຍ ອາຫານເສີມ ສິຣິໂມນາ ເຄື່ອງສຳອາງແອງເຈວຣິຕາ ຮ່ວມກັບບໍລິສັດ ທອງສິຣິ ອິນເຕີເນຊັນແນວ ປະເທດໄທ ຈັດງານປະກວດໜຸ່ມສາວໄວໃສ ແລະ ໃສ່ໃຈສຸຂະພາບ (Sirimona Freshy Boy and Girl 2016) ໃນວັນທີ 1 ພຶດສະພາ 2016 ນີ້, ຢູ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫລວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມປະກວດທັງໝົດ 190 ຄົນ, ໃນນັ້ນຂັດເລືອກເອົາ 28 ຄົນ ເພື່ອເຂົ້າຄ້າຍເຮັດກິດຈະກຳ ເກັບຄະແນນ ເປັນເວລາ 3 ວັນ 2 ຄືນ ແລະ ເຂົ້າຮ່ວມຝຶກອົບຮົມດ້ານບຸກຄະລິກກະພາບ ພ້ອມກັບພັດທະນາຄວາມສາມາດ ໂດຍຄູສອນການສະແດງ ຈາກປະເທດໄທ ເພື່ອຄັດເລືອກໃນຮອບສຸດທ້າຍ ທີ່ຈະມີຂຶ້ນໃນທ້າຍເດືອນກໍລະກົດ 2016 ນີ້.

ສຳລັບ ໜຸ່ມສາວ ທີໄດ້ຮັບຕຳແໜ່ງ ໜຸ່ມສາວໄວໃສ ຜູ້ໃສ່ໃຈສຸຂະພາບ ແມ່ນຈະໄດ້ຮັບເງິນລາງວັນ 5 ລ້ານກີບ, ນອກນັ້ນ ຍັງມີລາງວັນຂວັນໃຈມະຫາຊົນ, ຂວັນໃຈຊ່າງພາບ, ລາງວັນໜຸ່ມສາວໜ້າຕາງາມ, ລາງວັນໜຸ່ມສາວຮຸ່ນດີ, ຮຸ່ນງາມ ເຊິ່ງຈະໄດ້ຮັບເງິນລາງວັນ ຜູ້ລະ 2.300,000 ກີບ.
ໂຄງການດັ່ງກ່າວ, ຈັດຂຶ້ນເພື່ອສົ່ງເສີ່ມການອອກກຳລັງກາຍ, ການເບິ່ງແຍງສຸຂະພາບຂອງໄວໜຸ່ມສາວ, ການພັດທະນາບຸຂະລິກກະພາບ, ການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຄົ້ນຫາຜູ້ທີ່ຈະເປັນຕົວແທນໜຸ່ມສາວຍຸກໃໝ່ ຜູ້ທີ່ມີຄວາມໃສ່ໃຈໃນສຸຂະພາບ ແລະ ເປັນແບບຢ່າງທີ່ດີໃນການສະແດງອອກຕໍ່ສັງຄົມ

ຂ່າວ+ຮູບ: ທະນູທອງ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...