Homeນານາສາລະ3 ວິທີກວດສອບເບິ່ງຄຳແທ້, ຄຳປອມ ແບບງ່າຍໆ ໃຊ້ເວລາໜ້ອຍ ແຕ່ໄດ້ຜົນ

3 ວິທີກວດສອບເບິ່ງຄຳແທ້, ຄຳປອມ ແບບງ່າຍໆ ໃຊ້ເວລາໜ້ອຍ ແຕ່ໄດ້ຜົນ

Published on

ວັນນີ້ລາວໂພສຕ໌ມີເລື່ອງການເບິ່ງເງິນເບິ່ງຄຳມາຝາກກັນ ເພື່ອເປັນຄວາມຮູ້ໃໝ່ໆ ເພື່ອວັນໜຶ່ງທ່ານອາດຈະໄດ້ໃຊ້ ແບບສົມມຸດວ່າ ທ່າໄປທ່ຽວແລ້ວເກັບສາຍຄໍຄຳໄດ້ ຫຼື ມີຄົນເອົາຄຳມາຂາຍໃຫ້ ປະມານນີ້! ເຊິ່ງຈະຮູ້ໄດ້ຈັ່ງໃດວ່າແທ້ ຫຼື ປອມເຮົາມາຮູ້ໄປພ້ອມກັນເລີຍ

ວິທີເບິ່ງຄຳແທ້

1.  ທົດສອບຄຳດ້ວຍການໃຊ້ເຫຼັກກ້າ
ທອງຄຳແທ້ນັ້ນຈະບໍ່ຖືກດູດໂດຍເຫຼັກກ້າ ຖ້າແມ່ນຄຳປອມເຫຼັກກ້າຈະດູດທັນທີ

2.  ທົດສອບຄຳແທ້ໂດຍການກັດ
ຄຳແທ້ຈະບໍ່ແຂງເວລາກັດເຂົ້າໄປກໍ່ຈະເກີດຮອຍກັດ, ຮອຍບຸ້ມຢ່າງເຫັນໄດ້ຊັດເຈນ ຖ້າເປັນຄຳປອມ ມັນຈະແຂງເວລາກັດມັນອາດຈະລອກ ຫຼື ບໍ່ມີຮອຍຫັຍງເລີຍ

3.  ທົດສອບຄຳໂດຍການໂຍນລົງແວ່ນແກ້ວ
ຄຳແທ້ຈະມີເນື້ອທີ່ນຸ້ມພໍສົມຄວນ ບໍ່ແຂງຄືເຫຼັກ ຫຼື ທອງແດງ ດັ່ງນັ້ນເມື່ອເວລາໂຍນຄຳແທ້ລົງແວ່ນແກ້ວຈະໄດ້ຍິນສຽງດັງແບບເບົາໆສຽງນຸ້ມໆ ບໍ່ມີສຽງແຫຼມໆດັງໆ ຖ້າເປັນຄຳປອມສຽງຈະດັງແກ໊ງໆໆໆ ຢ່າງຊັດເຈນ

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...