spot_img
Homeນານາສາລະຄວາມຮູ້ກ່ຽວກັບ ວັນກຳມະກອນສາກົນ 1 ພຶດສະພາ

ຄວາມຮູ້ກ່ຽວກັບ ວັນກຳມະກອນສາກົນ 1 ພຶດສະພາ

Published on

          ໃນລະບົບເສດຖະກິດ ແຮງງານຖືເປັນປັດໄຈສຳຄັນຢ່າງໜຶ່ງທີ່ເຮັດໃຫ້ເກີດຜະລິດຕະພັນຕ່າງໆ ພະລັງຂອງຜູ້ໃຊ້ແຮງງານຈະແຝງຢູ່ໃນການຜະລິດທຸກຊະນິດ ດັ່ງນັ້ນຄວາມໝັ້ນຄົງກ້າວໜ້າ ຫຼື ຄວາມອ່ອນແອທາງເສດຖະກິດ ແຮງງານກຳມະກອນແມ່ນມີສ່ວນຮ່ວມທີ່ສຳຄັນຫຼາຍ ແຕ່ໃນຄວາມເປັນຈິງແລ້ວ ຍັງມີຜູ້ໃຊ້ແຮງງານບາງຈຳນວນຖືກເອົາປຽບຈາກນາຍຈ້າງ ທັງໃນດ້ານຜົນປະໂຫຍດ ຄ່າຕອບແທນ ແລະ ສະຫວັດດີການ.

ເພື່ອເປັນການຍ້ອງຍໍ ແລະ ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງແຮງງານ ເພື່ອໃຫ້ເກີດການພັດທະນາດ້ານຄຸນນະພາບ ການເປັນຢູ່ ຕະຫຼອດຈົນຮອດສິດທິຄວາມເປັນທຳ ທີ່ຜູ້ໃຊ້ແຮງງານສົມຄວນຈະໄດ້ຮັບການດູແລເອົາໃຈໃສ່ຢ່າງຈິງຈັງ ລັດຖະບານຈິ່ງໄດ້ກຳນົດ ວັນທີ 1 ພຶດສະພາ ຂອງທຸກປີ ເປັນ “ວັນກຳມະກອນສາກົນ” ແລະ ປີນີ້ຄົບຮອບ 130ປີ.

ໃນພາກພື້ນຢຸໂຣບຫຼາຍປະເທດ ກໍ່ໄດ້ມີການສະເຫຼີມສະຫຼອງ ວັນກຳມະກອນສາກົນ ວັນທີ 1 ພຶດສະພານີ້ ເຊັ່ນດຽວກັນ ແຕ່ຍົກເວັ້ນປະເທດສະຫະລັດອາເມລິກາ ແລະ ແຄນນາດາ ທີ່ຖືເອົາວັນຈັນທຳອິດຂອງເດືອນກັນຍາເປັນວັນກຳມະກອນ.

ຂຽນໂດຍ: ປອັກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...