Homeຂ່າວພາຍ​ໃນທະນາຄານການຄ້າຕ່າງປະເທດລາວ ພິຈາລະນາຮັບຮອງ ແຜນດໍາເນີນທຸລະກິດໃໝ່

ທະນາຄານການຄ້າຕ່າງປະເທດລາວ ພິຈາລະນາຮັບຮອງ ແຜນດໍາເນີນທຸລະກິດໃໝ່

Published on

ຂປລ. ທະນາຄານການ​ຄ້າ​ຕ່າງປະ​ເທດລາວ (ທຄຕລ) ​ໄດ້​ໄຂ​ກອງ​ປະຊຸມ​ສາມັນ​ຜູ້​ຖືຮຸ້ນ​ປະ​ຈໍາປີ 2015 ຂຶ້ນ​​ໃນ​ວັນ​ທີ 28 ​ເມສາ ນີ້ ທີ່​ອາຄານ​ຕະຫລາດ​ຫລັກ​ຊັບ​ລາວ ​ເພື່ອຄົ້ນ​ຄວ້າພິຈະລະ​ນາ ​ແລະ ​ຮັບ​ຮອງ​ເອົາ​ຜົນ​ການ​ດໍາ​ເນີນ​ທຸລະ​ກິດ​ປະ​ຈໍາປີ 2015, ​ແຜນ​ດໍາ​ເນີນ​ທຸລະ​ກິດ ​ແລະ ຕົວ​ເລກ​ແຜນ​ທຸລະ​ກິດ​ສໍາລັບ​ປີ 2016 ​ໂດຍ​ສະ​ເພາະ​​ໂຄງ​ສ້້າງ​ການຈັດ​ຕັ້ງ​ຄະນະ​ສະພາ​ບໍລິຫານ, ຄະນະ​ກວດ​ສອບ​ຜູ້​ຖື​ຮຸ້ນ ທຄຕລ, ການຈັດ​ແບ່ງ​ປັນ​ຜົນ​​ໃຫ້​ແກ່​ຂາ​ຮູ້​ນ ທຄຕລ 2 ງວດ​ປີ 2015 ​ແລະ ຮັບຮອງ​ບໍ ລິສັດ​ຜູ້​ກວດ​ສອບ​ພາຍ​ນອກ.

ກອງ​ປະຊຸມ​ຄັ້ງ​ນີ້, ​ໂດຍ​ເປັນ​ປະທານ​ຂອງ ທ່ານ ປອ. ບຸນ​ເຫລືອ ສິນ​ໄຊ​ວໍລະ​ວົງ ປະທານ​ສະພາ​ບໍລິຫານ​ທະນາຄານການ​ຄ້າ​ຕ່າງປະ​ເທດລາວມະຫາຊົນ, ​ເປັນ​ກຽດ​ເຂົ້າ​ຮ່ວມຂອງທ່ານ ສີ​ລາ ວຽງ​ແກ້ວ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ, ທ່ານນາງ ວັດທະນາ ດາລາ​ລອຍ ຮອງ​ຜູ້​ວ່າ​ການທະນາ ຄານ ​ແຫ່ງ ສປປ ລາວ ພ້ອມ​ນີ້​ກໍ​ມີ​ຜູ້​ຖືຮຸຸ້ນ ​ແລະ ນັກ​ລົງທຶນ​ເຂົ້າ​ຮ່ວມ​ ​ທີ່ມີ​ລັກສະນ​ະ​ເພີ່ມ​ຂຶ້ນກວ່າ​ເກົ່າ ຖ້າ​ທຽບ​ໃສ່​ການ​ຈັດ​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ​ຄັ້ງ​ສາມັນ​ຜ່ານ​ມາ.

ກອງ​ປະ​ຊຸມ​ດັ່ງກ່າວ, ​ຖື​ວ່າ​ເປັນ​ກອງ​ປະຊຸມ​ໃຫຍ່​ສຸດ​ຍອດ ​ສໍາລັ​ບທະນາຄານການ​ຄ້າ​ຕ່າງປະ​ເທດລາວມະຫາຊົນ ທີ່​ເປັນ​ບໍລິສັດ​ຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ ​ເຊິ່ງ​ໄດ້​ດໍາ​ເນີນ​ຢ່າງ​ຖືກ ຕ້ອງ​ສອດຄ່ອງຕາມລະບຽບ​ການ ​ແລະ ​ກົດໝາຍກ່ຽວຂ້ອງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...