spot_img
Homeຂ່າວຕ່າງປະເທດລັດຖະບານ ປະເທດ ອິນເດຍ ສ້າງທາງມ້າລາຍ 3 ມິຕິ ເພື່ອຊ່ວຍຫລຸດອຸບັດຕິເຫດ

ລັດຖະບານ ປະເທດ ອິນເດຍ ສ້າງທາງມ້າລາຍ 3 ມິຕິ ເພື່ອຊ່ວຍຫລຸດອຸບັດຕິເຫດ

Published on

ສາເຫດທີ່ລົດສ່ວນໃຫຍ່ບໍ່ຄ່ອຍຈະຈອດລົດໃຫ້ທາງມ້າລາຍ ບໍ່ແມ່ນເປັນພຽງແຕ່ຈິດໃຕ້ສຳນຶກໃນການນຳໃຊ້ລົດໃຊ້ຖະໜົນ ແຕ່ລົດບາງຄັນຂັບຂີ່ມາດ້ວຍຄວາມໄວກວ່າຈະເຫັນທາງມ້າລາຍ ແບກເກືອບຈົນບໍ່ທັນ ຍິ່ງກັບປະເທດອິນເດຍ ປະເທດທີ່ຂຶ້ນຊື່ໃນເລື່ອງຂອງຄວາມສັບສົນບໍ່ເປັນລະບຽບຕາມທ້ອງຖະຫນົນ ບັນຫານີ້ຍິ່ງເພີ່ມທະວີຂຶ້ນເປັນເທົ່າຕົວ

332

ດັ່ງນັ້ນ ລັດຖະມົນຕີ ກະຊວງຄົມມະນາຄົມຂອງປະເທດອິນເດຍ ທ່ານ Nitin Gadkari ຈິ່ງໄດ້ຕັດສິນໃຈສ້າງທາງມ້າລາຍ 3 ມິຕິຂຶ້ນມາ ເພື່ອໃຫ້ເປັນຈຸດສົນໃຈຫລາຍຂຶ້ນ ເຮັດໃຫ້ຜູ້ທີ່ຂັບຂີ່ລົດເຫັນທາງມ້າລາຍໄດ້ໃນໄລຍະໄກ ແລະຫວັງວ່າທາງມ້າລາຍ 3 ມິຕິນີ້ ຈະຊ່ວຍຫລຸດການເກີດອຸປະຕິເຫດ ແລະການສູນເສຍໄດ້ຫລາຍຂຶ້ນ

ຂ່າວຈາກ: ວາລະສານ ມະຫາຊົນ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...