spot_img
Homeຂ່າວທ້ອງຖິ່ນທູດອາເມລິກາປູກຕົ້ນຈໍາປາໃນໂອກາດວັນຄຸ້ມຄອງໂລກ

ທູດອາເມລິກາປູກຕົ້ນຈໍາປາໃນໂອກາດວັນຄຸ້ມຄອງໂລກ

Published on

ເນື່ອງໃນໂອກາດວັນຄຸ້ມຄອງໂລກ 22 ເມສາ (Earth Day), ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ແລະ ພັນລະຍາ, ພ້ອມດ້ວຍນັກສຶກສາຈາກໂຄງການແອກເຊັດສະໂກລາຊີບ(Access Scholaship), ໄດ້ຮ່ວມກັນປູູກຕົ້ນດອກຈໍາປາຈໍານວນຫລາຍຕົ້ນທີ່ສູນອາເມລິກາ(ທາດດໍາ),ນະຄອນຫລວງວຽງຈັນ, ເພື່ອປະກອບເຂົ້າໃນຄວາມພະຍາຍາມຂອງສາກົນທີ່ຈະປູກຕົ້ນໄມ້ໃຫ້ໄດ້ 7,8 ຕື້ຕົ້ນແຕ່ນີ້ຮອດປີ 2020.

ວັນຄຸ້ມຄອງໂລກ, ໄດ້ມີການສະເຫລີມສະຫລອງທຸກໆປີ, ການສະຫລອງຄັ້ງທໍາອິດຈັດຂຶ້ນໃນປີ 1970 ແລະ ມາຮອດປັດຈຸບັນມີຫລາຍກວ່າ 193 ປະເທດທົ່ວໂລກໄດ້ຈັດ ກິດຈະກໍາສະຫລອງວັນດັ່ງກ່າວ, ຊຶ່ງປີນີ້ມີຫົວຂໍ້ວ່າ:“ ປູກຕົ້ນໄມ້ສໍາລັບໂລກ Trees for The Earth”.

ໃນໂອກາດນີ້, ທ່ານທູດອາເມລິກາໄດ້ກ່າວສະແດງຄວາມຊົມເຊີຍທີ່ເຫັນວ່າໃນປັດຈຸບັນນີ້, ນັກ ຮຽນ-ນັກສຶກສາລາວສ່ວນຫລາຍໄດ້ມີຄວາມສົນໃຈ ແລະ ເອົາໃຈໃສ່ຮໍ່າຮຽນພາສາຕ່າງປະເທດຫລາຍຂຶ້ນ,ໂດຍສະເພາະແມ່ນພາສາອັງກິດທີ່ເປັນພາສາທາງການສາກົນ ແລະ ບັນດາປະເທດສະມາຊິກອາຊຽນນໍາດ້ວຍ.

ໂຄງການ Access Scholaship ແມ່ນການໃຫ້ທຶນການສຶກສາຈາກສະຫະລັດອາ ລິກາແກ່ນັກສຶກສາທີ່ມີອາຍຸແຕ່14 – 17 ປີ, ນອກຈາກຮຽນພາສາອັງກິດໂດຍບໍ່ເສຍຄ່າແລ້ວ, ຍັງໄດ້ເຂົ້າຮ່ວມຝຶກອົບຮົມທັດສະຊີວິດສໍາລັບໄວໜຸ່ມຜ່ານກິດຈະກໍາຕ່າງໆເຊັ່ນ: ກິລາ, ສີລະປະ ແລະ ການພັດທະນາຊີວີດດ້ານຕ່າງໆອີກດ້ວຍ

ຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...