spot_img
Homeຂ່າວຕ່າງປະເທດສະຫະລັດ ລົງນາມໃນ ສົນທິສັນຍາ ຄວາມໝັ້ນຄົງ ກັບ ຟີລິບປິນ

ສະຫະລັດ ລົງນາມໃນ ສົນທິສັນຍາ ຄວາມໝັ້ນຄົງ ກັບ ຟີລິບປິນ

Published on

ເມື່ອທ້າຍ​ເດືອນ​ເມສາ​ ຜ່ານ​ມາ​ນີ້ ປະທາ​ນາ​ທິບໍດີ ບາ​ຣັກ​ ໂອ​ບາ​ມາ ​ເດີນ​ທາງ​ໄປຢ້ຽມຢາມ 4 ປະ​ເທດ​ ໃນເຂດເອ​ເຊຍ
ບ່ອນ​ທີ່ທ່ານ ​ໄດ້ໃຫ້​ຄວາມ​ໝັ້ນ​ໃຈອີກເທື່ອ​ນຶ່ງ ​ຕໍ່ບັນ​ດາພັນທະ​ມິດ​ໃນ​ຂົງ​ເຂດ​ນັ້ນວ່າ ສະຫະລັດຈະ​ສືບ​ຕໍ່ສະໜັບສະໜຸນ
​ເຂົາ​ເຈົ້າ​ ​ຕໍ່ໜ້າ​ການ ມີ​ອິດ​ທິພົນ ເພີ້​ມຂຶ້ນ​ເລື້​ອຍໆຂອງຈີນ​ ຢູ່ໃນ​ຂົງ​ເຂດ​ນັ້ນ.

ຢູ່ບ່ອນ​ຢຸດ​ແວ່​ ຢ້ຽມຢາມ ແຫ່ງ​ສຸດ​ທ້າຍ ຂອງ​ທ່ານ ຄື​ ນະຄອນຫລວງ ມາ​ນີລານັ້ນ ທ່າ​ນ​ໂອ​ບາ​ມາ ​
ໄດ້​ສະ​ແດງຄວາມ​ຍິນ​ດີ​ ນຳ​ການ​ລົງ​ນາມ​ໃນສົນ​ທິສັນຍາ​ ຄວາມໝັ້ນຄົງ. ດ້ານ​ການ​ປ້ອງ​ກັນ ສະບັບ​ໃໝ່ ກັບຟີລິບ​ປິນ.
ຜູ້​ສື່​ຂ່າວ ວີ​ໂອ​ເອ ປະຈຳທຳ​ນຽບຂາວ​ Luis Ramirez ທີ່​ເດີນທາງຕິດຕາມ​ ໄປກັບຄະນະ​ ຂອງ​ທ່ານປະທານາທິບໍ​ດີ​
ມີ​ລາຍງານກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ຍິງ​ປືນ​ໃຫຍ່ ​ທີ່ດັງ​ກ້ອງ​ສະໜັ່ນ​ແລະ​ສັ່ນ​ສະ​ເທືອນ​ແຜ່ນດິນ ​ໄດ້​ຄຳ​ນັບ​ຕ້ອນຮັບ ​ປະທານ​າທິບໍ​ດີ ​ໂອ​ບາ​ມາ
ຢູ່​ທີ່ພະລາດ​ຊະ​ວັງ ມາລາການັງ ຂອງ​ນະຄອນຫລວງມາ​ນີລາ ຊຶ່ງ​ເປັນ​ບ່ອນ​ຢຸດແວ່ແຫ່ງສຸດ​ທ້າຍຂອງ​ທ່ານ ​
ໃນ​ການ​ຢ້ຽມຢາມ​ເອ​ເຊຍ ເປັນ​ເວລາ​ນຶ່ງອາທິດ.

​ແມ່ນບ່ອນນີ້ເອງ ທີ່​ເປັນຂີດ​ໝາຍ ຂອງ​ອັນ​ທີ່​ ບາງທີ​ ອາດ​ຈະເປັນ ຜົນສຳ​ເລັດ​ອັນ​ໃຫຍ່ຫຼວງທີ່​ສຸດ ​ຂອງ​ການ​ເດີນທາງ​
ຂອງ​ທ່ານໂອ​ບາ​ມາ ​ໃນ​ຄັ້ງນີ້ກໍໄດ້ ​ນັ້ນ​ກໍ​ຄື ຂໍ້​ຕົກລົງ 10 ປີ ກັບຟີລິບ​ປິນ ທີ່ຈະ​ອຳນວຍ​ໃຫ້​ສະຫະລັດ ສາມາດ​ສົ່ງ​ທະຫານ
​ໄປ​ປະຈຳການ​ແບບໝຸນວຽນ​ຢູ່ຄ້າຍ​ທະຫານ​ ຂອງຟີລິບ​ປິນ​ໄດ້ ​ໃນ​ລະດັບ​ທີ່ບໍ່​ເຄີຍ​ເຫັນ​ມາ​ກ່ອນ ນັບຕັ້ງແຕ່ສະຫະລັດ
ໄດ້​ປິດ​ຄ້າຍຫຼາຍໆແຫ່ງ​ຂອງ​ຕົນ ຢູ່​ໃນ​ຟີ​ລິບ​ປິນ ລົງ ​ເມື່ອ​ດົນກວ່າ 2 ທົດ​ສະຫວັດ​ມາ​ແລ້​ວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...