spot_img
Homeຂ່າວຕ່າງປະເທດລັດຖະບານອາຣັບບີ ຊາອຸດິດ ວາງແຜນປະຕິຮູບເສດຖະກິດ ຫລຸດການເພິ່ງລາຍໄດ້ຈາກນ້ຳມັນ!

ລັດຖະບານອາຣັບບີ ຊາອຸດິດ ວາງແຜນປະຕິຮູບເສດຖະກິດ ຫລຸດການເພິ່ງລາຍໄດ້ຈາກນ້ຳມັນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ເມສານີ້ວ່າ ຄະນະລັດຖະບານ ອາຣັບບີ ຊາອຸດິດ ຊຶ່ງເປັນປະເທດຜູ້ຜະລິດນ້ຳມັນ ລາຍໃຫຍ່ທີ່ສຸດຂອງໂລກ ໄດ້ເຫັນດີຮັບຮອງເອົາ ແຜນການປະຕິຮູບເສດຖະກິດຂອງປະເທດ ໂດຍມີເປົ້າໝາຍຫລຸດຜ່ອນການເພິ່ງພາລາຍໄດ້ ຈາກການຂາຍນ້ຳມັນ ຫລັງຈາກທີ່ບັນດາປະເທດຜູ້ຜະລິດນ້ຳມັນທົ່ວໂລກ ກຳລັງປະເຊີນກັບວິກິດການລາຄານ້ຳມັນຕົກຕ່ຳ ຈົນເຮັດໃຫ້ງົບປະມານລາຍຮັບຂອງປະເທດ ຫລຸດໜ້ອຍລົງຢ່າງໜັກໜ່ວງ.

ເຈົ້າຊາຍ ໂມຮຳເໝັດ ບິນ ຊັນລະມານ ຮອງອົງມຸງກຸດຣາຊະກຸມານ ແຫ່ງ ຣາຊະວົງອາຣັບບີ ຊາອຸດິດ ແລະ ທັງເປັນລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ໃນລັດຖະບານຂອງປະເທດ ໄດ້ປະກາດແຜນປະຕິຮູບດັ່ງກ່າວ ໃນຊື່ແຜນວິໄສທັດ 2030 ໃນວັນຈັນທີ 25 ເມສາ 2016 ທີ່ຜ່ານມາ ໂດຍທ່ານໄດ້ເວົ້າວ່າ ອາຣັບບີ ຊາອຸດິດ ກຳລັງເສບຕິດນ້ຳມັນ, ລາຍໄດ້ຂອງປະເທດກວ່າ 70% ມາຈາກນ້ຳມັນ, ແຕ່ແຜນການດັ່ງກ່າວນີ້ ຈະເຮັດໃຫ້ຊາອຸດິດຢູ່ໄດ້ ໂດຍບໍ່ຕ້ອງເພິ່ງລາຍໄດ້ຈາກນ້ຳມັນເປັນຫລັກ ພາຍໃນປີ 2020.

ທັງນີ້ ແຜນດັ່ງກ່າວ ປະກອບດ້ວຍການຂາຍຮຸ້ນສູງສຸດ 5% ຂອງບໍລິສັດອາຣາມໂກ ຊຶ່ງເປັນລັດວິສາຫະກິດ ຜູ້ຜະລິດນ້ຳມັນຂອງລັດຖະບານ ໃນຕະຫລາດຫລັກຊັບ ຊຶ່ງຈະດຳເນີນການໃນປີ 2017 ຫລື 2018 ແລ້ວກໍ່ຕັ້ງກອງທຶນຄວາມໝັ້ນຄົງແຫ່ງຊາດ ໃນມູນຄ່າ 2 ພັນຕື້ໂດລາສະຫະລັດຯ.

ນອກຈາກນີ້ ຍັງຈະເປີດໂອກາດໃຫ້ຊາວມຸດສະລິມ ທີ່ອາໄສຢູ່ຕ່າງປະເທດ ສາມາດເຮັດວຽກຢູ່ອາຣັບບີ ຊາອຸດິດ ໄດ້ໃນເວລາທີ່ດົນຂຶ້ນ ແລະ ລັດຖະບານຍັງຈະດຳເນີນຂັ້ນຕອນຕ່າງໆ ເພື່ອສ້າງຄວາມຫລາກຫລາຍທາງເສດຖະກິດ ດ້ວຍການລົງທຶນດ້ານບໍ່ແຮ່ ແລະ ຂະຫຍາຍການຜະລິດອາວຸດຍຸດໂທປະກອນທາງທະຫານ ຕະຫລອດຮອດເພີ່ມອັດຕາສ່ວນ ແຮງງານເພດຍິງອີກດ້ວຍ.

 

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...