Homeຂ່າວຕ່າງປະເທດສະຫລົດໃຈ! ຊາວປາກີສະຖານ ກິນຂະໜົມເປື້ອນສານເຄມີ ເສຍຊີວິດ 23 ຄົນ ບາດເຈັບອີກກວ່າເຄິ່ງຮ້ອຍ!

ສະຫລົດໃຈ! ຊາວປາກີສະຖານ ກິນຂະໜົມເປື້ອນສານເຄມີ ເສຍຊີວິດ 23 ຄົນ ບາດເຈັບອີກກວ່າເຄິ່ງຮ້ອຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ເມສານີ້ວ່າ ເກີດເຫດສະຫລົດໃຈ ເມື່ອຊາວປາກີສະຖານ ຈຳນວນຫລາຍ ພາກັນກິນຂະໜົມທ້ອງຖິ່ນ ລາດູ (laddu) ຊຶ່ງຊື້ມາຈາກຮ້ານເຂົ້າໜົມພາຍໃນພື້ນທີ່ ເຂດເລຢາ ແຂວງປັນຈາບ ໂດຍຂະໜົມມີສານເຄມີໃນຢາຂ້າແມງໄມ້ປົນເປື້ອນຢູ່ ສົ່ງຜົນເຮັດໃຫ້ຜູ້ບໍລິໂພກ ເສຍຊີວິດແລ້ວ 23 ຄົນ ແລະ ຕ້ອງນອນໂຮງໝໍເພື່ອປິ່ນປົວອີກ 54 ຄົນ.

ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 20 ເມສາ 2016 ຜ່ານມານີ້ ໂດຍຮອດປັດຈຸບັນ ຍັງມີຄົນເຈັບນອນຢູ່ໂຮງໝໍ ພຽງ 5 ຄົນ ທີ່ມາອາການໃນຂັ້ນສາຫັດ ສ່ວນຄົນເຈັບຄົນອື່ນໆ ແມ່ນໄດ້ຮັບການປິ່ນປົວຈົນປອດໄພໝົດແລ້ວ.  ດ້ານເຈົ້າໜ້າທີ່ຕຳຫລວດປາກີສະຖານ ໄດ້ທຳການຈັບກຸມເຈົ້າຂອງຮ້ານເຂົ້າໜົມ 2 ຄົນ ແລະ ກຳມະກອນ 1 ຄົນໃນທັນທີ.

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...