spot_img
Homeຂ່າວການພັດທະນາສປປ ລາວ ລົງ​ນາມ​ຂໍ​້ຕົກ­ລົງ​ ວ່າ​ດ້ວຍການ​ປ່ຽນ­ແປງ​ດ້ານ​ສະ­ພາບ​ອາ­ກາດ ​ທີ່ນິວ​ຢອກ

ສປປ ລາວ ລົງ​ນາມ​ຂໍ​້ຕົກ­ລົງ​ ວ່າ​ດ້ວຍການ​ປ່ຽນ­ແປງ​ດ້ານ​ສະ­ພາບ​ອາ­ກາດ ​ທີ່ນິວ​ຢອກ

Published on

ທີ 22 ເມ­ສາ ຊຶ່ງ​ເປັນ​ວັນ​ຄຸ້ມ​ຄອງ​ໂລກ, ສປປ ລາວ ໄດ້​ລົງ​ນາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ປ່ຽນ­ແປງ​ດ້ານ​ສະ­ພາບ​ອາ­ກາດທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ທາງ​ປະຫວັດ​ສາດ​ທີ່​ນິວ​ຢອກ.

ໃນ​ກາ­ລະ​ໂອ­ກາດ​ປະ­ຫວັດ­ສາດ​ຄັ້ງ​ນີ້, ຕາງ­ໜ້າ ສປປ ລາວ ທີ່​ເຂົ້າ​ຮ່ວມ​ປະກອບ​ມີ ທ່ານ ສົມ​ມາດ ພົນ​ເສ­ນາ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ, ທ່ານ ພູ​ວົງ ຫຼວງ​ໄຊ­ຊະ­ນະ, ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ຄວາມ​ສ່ຽງ ແລະ​ການ​ປ່ຽນ­ແປງ​ດ້ານ​ສະ­ພາບ​ອາ­ກາດ ແລະ​ທ່ານ ດາວ­ວີ ວົງ​ໄຊ, ຫົວ­ໜ້າພະ​ແນກ​ເສດ­ຖະ­ກິດ-ສັງ­ຄົມ​ສະ­ຫະ​ປະ­ຊາ​ຊາດ, ກົມ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ, ກະ­ຊວງການ​ຕ່າງ­ປະ­ເທດ .

ເປັນ​ຄັ້ງ​ທຳ​ອິດທີ່​ເກືອບ 200 ປະ­ເທດ​ຮ່ວມ​ມື​ກັນ​ສ້າງ​ແຜນງານ​ດ້ານ​ສະ­ພາບ​ອາ­ກາດ​ໄລ­ຍະ​ຍາວທີ່​ມີ​ຄວາມ​ຄາດ­ໝາຍ​ສູງຊຶ່ງ​ເປັນ​ການ​ສົ່ງສັນ­ຍານ​ແຈ້ງ​ບອກ​ວ່າ​ທຸກ​ປະ­ເທດ​ຕ້ອງເອົາ­ໃຈ­ໃສ່​ລົງ­ມື​ປະ­ຕິ­ບັດ​ກ່ຽວ​ກັບ​ວຽກງານ​ດ້ານ​ສະ­ພາບ​ອາ­ກາດ.  ຂໍ້​ຕົກ­ລົງ​ນີ້ມີ​ຄວາມ​ຍຸ­ຕິ​ທຳ ແລະ​ນຳ​ໃຊ້​ກັບ​ທຸກ​ປະ ເທດ.

ນອກ­ຈາກ​ນີ້, ຍັງ​ເປັນ​ການ​ສົ່ງ​ສັນຍານ​ແຈ້ງ​ເຖິງບັນ­ດາ​ທຸ­ລະ​ກິດ ແລະ​ພາກ ເອ­ກະ​ຊົນວ່າ​ໂລກ​ກຳ­ລັງ​ກ້າວ​ໄປ​ສູ່​ເສດ­ຖະ­ກິດ​ພະ­ລັງ­ງານ​ສະ­ອາດ. ຂໍ້​ຕົກ­ລົງ​ນີ້ເພື່ອ​ສົ່ງ­ເສີມ​ການ​ລົງ­ມື​ປະ­ຕິ­ບັດ​ແຜນ​ງານ​ຕາມ​ໄລ­ຍະລວມ​ທັງ​ເນັ້ນ​ໜັກ​ໃສ່ການ​ລະ­ດົມ​ການ​ເງິນ​ດ້ານ​ສະ­ພາບ​ອາກາດ​ຈາກ​ສາ­ທາ­ລະ­ນະ​ຊົນ ແລະ​ພາກ​ເອກະ​ຊົນເພື່ອ​ຊ່ວຍ​ແບ່ງ​ໜັກ​ໃຫ້​ເປັນ​ເບົາໃນ​ໄລ­ຍະ​ການ​ປັບ​ຕົວ​ໃນ​ບັນ­ດາ​ປະ­ເທດທຸກ​ຍາກ ແລະ​ດ້ອຍ​ໂອ­ກາດ​ທີ່​ສຸດ.

ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ທັງ​ເປັນ​ການສ້າງຄວາມ​ເຊື່ອ​ໝັ້ນ ແລະ ຊຸກ­ຍູ້​ການ​ລົງ­ມື​ປະຕິ​ບັດ​ແຜນ​ງານ​ທີ່​ມີ​ຄວາມ​ຄາດ­ໝາຍ​ສູງລວມ​ເຖິງ​ການ​ສ້າງ​ເງື່ອນ­ໄຂ​ພັນ­ທະ​ດ້ານຄວາມ​ໂປ່ງ​ໃສ ສຳ­ລັບ​ທັງ​ປະ­ເທດ​ພັດທະ​ນາແລະ​ກຳ­ລັງ​ພັດ­ທະ­ນາ​ເພື່ອ​ຮັບ​ປະກັນ​ວ່າ​ແຕ່​ລະ​ປະ­ເທດ​ປະ­ຕິ­ບັດ​ໃຫ້​ໄດ້​ຕາມພັນ­ທະ​ຂອງ​ຕົນ. ຂໍ້​ຕົກ­ລົງ​ປາ​ຣີຈະ​ຊ່ວຍ​ກະ­ຕຸກ​ຊຸກ­ຍູ້​ຄວາມ​ກ້າວ­ໜ້າ​ຕົວ​ຈິງ​ກ່ຽວ​ກັບ​ການ​ລົງ­ທຶນ​ເພື່ອ​ຫຼຸດ­ຜ່ອນ​ປະ­ລິ­ມານກາກ​ບອນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...