ເຮືອບິນ​ພະລັງງານ ​ແສງ​ອາທິດ​ຂ້າມ​ ມະຫາ​ສະໝຸດ​ປາຊິ​ຟິກ

​ໂຊ​ລາ ອິມພັສ 2 ​ເຮືອບິນ​ຂະໜາດ​ນ້ອຍ​ຂັບ​ເຄື່ອນ​ດ້ວຍ​ພະລັງງານ​ແສງ​ອາທິດ​ປະສົບ​ຄວາມສຳ​ເລັດ​ໃນ​ການ​ເດີນທາງ​ຂ້າມ​ມະຫາ​ສະໝຸດ​ປາຊິ​ຟິກຈາກ​ເກາະ​ຮາ​ວາຍ​ສູ່​ເມືອງ​ຊານ​ຟຣານຊິ​ສ​ໂກ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ​ໃກ້້​ຄວາມ​ສຳ​ເລັດ​ໃນ​ການ​ເດີນທາງ​ຮອບ​ໂລກ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ​ເຮືອບິນ​ໂຊ​ລາ ອິມພັລ 2 ຂັບ​ເຄື່ອນ​ດ້ວຍ​ພະລັງງານ​ແສງ​ອາທິດ​ເດີນທາງ​ເຖິງ​ອ່າວ​ຊານ​ຟຣານຊິ​ສ​ໂກ ​ໃນ​ລັດ​ແຄ​ລິ​ຟໍ​ເນຍຂອງ​ອາ​ເມ​ລິ​ກາ​ໃນ​ວັນ​ທີ່ 23 ​ເມສາ​ທີ່​ຜ່ານ​ມາ ທັງ​ນີ້ ການ​ເດີນທາງ​ເຖິງ​ເມືອງ​ຊານ​ຟຣານຊິ​ສ​ໂກ​ຂອງ​ເຮືອບິນ​ໂຊ​ລາ​ພັລ 2 ຖື​ເປັນ​ຈຸດໝາຍ​ທີ່ 9 ຂອງ​ຄວາມ​ພະຍາຍາມ​ສ້າງ​ປະຫວັດສາດ​ການ​ເດີນທາງ​ຮອບ​ໂລກ ທີ່​ເລີ່​ມຂຶ້ນ​ໃນ​ເດືອນ​ມີນາ​ປີ​ທີ່​ຜ່ານ​ມາ ຈາກ​ຈຸດ​ເລີ່​ມຕົ້ນ​ຄື ນະຄອນ​ອາ​ບູດາ​ບີ ​ໃນ​ສະຫະລັດ​ອາຣັບອາ​ມີ​ເຣດ(ຢູ​ເອອີ) ​ແລະ ​ເຮືອບິນ​ອອກ​ເດີນທາງ​ຂ້າມ​ມະຫາ​ສະໝຸດ​ປາຊິ​ຟິກມາ​ຈາກ​ເກາະ​ຮາ​ວາຍໃນ​ວັນ​ທີ 21 ​ເມສາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ຕ້ອງ​ຢຸດ​ພັກ​ດົນ​ເຖິງ 8 ​ເດືອນ​ເພື່ອ​ສ້ອມ​ແປງ​ປີກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ລະຫວ່າງ​ເດີນທາງ​ຈາກ​ສປ ຈີນ​ສູ່​ຍີ່ປຸ່ນ.

​ເຮືອບິນ​ໂຊ​ລາ ອິມພັລ 2 ​ຂະໜາ​ດ 1 ບ່ອນ​ນັ່​ງ ຂັບ​ເຄື່ອນ​ດ້ວຍ​ພະລັງງານ​ແສງ​ອາທິດ​ຈາກ​ແຜ່ນ​ພະລັງ ງານ 17 ພັນ​ແຜ່ນ ຢູ່​ລະຫວ່າງ​ການ​ປະຕິບັດ​ພາລະກິດ​ຄັ້ງ​ສຳຄັນ ນັ້ນ​ຄື​ການ​ເດີນທາງ​ຮອບ​ໂລກ​ຜ່ານ​ການ​ລົງ​ຈອດ 12 ​ເມືອງ ​ເພື່ອ​ປະຊາສຳພັນ ​ແລະ ຂົນ​ຂວາ​ຍການ​ໃຊ້​ພະລັງງານ​ສີຂຽວ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ​ໂດຍ​ມີ​ມະຫາ​ເສດ​ຖີ່​ນັກ​ລົງທຶນ​ຊາວ​ສະ​ວິດ 2 ຄົນ ຊຶ່ງ​ເປັນ​ເຈົ້າ​ຂອງ​ໂຄງການ​ຮ່ວມ​ກັນ​ເຮັດ​ໜ້າ​ທີ່​ຊຸກຍູ້​ປ່ຽນ​ການ​ຂັບ​ເຮືອບິນ​ຄື ທ່ານ ​ແບທອງ ປິກ​ກາ ​ແລະ ທ່ານ ອັງ​ເດ ບອຊ​ແບກ.

ຂ່າວຈາກ: ເສດຖະກິດ-ສັງຄົມ