spot_img
Homeຂ່າວເຫດການສູນກາງພັກຯ ສືບຕໍ່ເຊື່ອມຊຶມ ມະຕິ X ຊຸດທີ III ໃຫ້ພະນັກງານຫລັກແຫລ່ງບັນດາກະຊວງ

ສູນກາງພັກຯ ສືບຕໍ່ເຊື່ອມຊຶມ ມະຕິ X ຊຸດທີ III ໃຫ້ພະນັກງານຫລັກແຫລ່ງບັນດາກະຊວງ

Published on

ຂປລ.​ ໃນວັນທີ 25-29 ​ເມສາ ນິ້ ທີ່ຫໍປະຊຸມ ຫ້ອງວ່າການສູນກາງພັກ ສະຫາຍ ພັນ​ຄໍາ ວິພາ​ວັນ ​ຜູ້​ປະ​ຈໍາ​ການ ຄະນະ​​ເລຂາທິການ ​ສູນກາງ​ພັກ ຮອງປະທານປະເທດໄດ້ໃຫ້ກຽດ ເປັນປະທານໄຂບັ້ນດຳເນີນ ການເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຊຸດ​ທີ III ​ໃຫ້ແກ່ພະນັກງານຫລັກແຫລ່ງ ຂອງບັນດາ​ກະຊວງ ອ້ອມ​ຂ້າງ​ສູນ​ງກາງ​ ​ເພື່ອສ້າງຄວາມເຂົ້າໃຈ ເປັນເອກະພາບແລະເລິກເຊິ່ງຕໍ່ເນື້ອໃນຈິດໃຈ ທີ່ໄດ້ກຳນົດໄວ້ ໃນມະຕິສຳຄັນດັ່ງກ່າວ. ບົນພື້ນຖານສ້າງການຫັນປ່ຽນ ທາງດ້ານແນວຄິດຈິນຕະນາ ການຢ່າງເປັນລະບົບແລະ ກ້າວໄປສູ່ ການເປັນເຈົ້າການຈັດຕັ້ງ ຜັນຂະຫຍາຍ ໃຫ້ເກີດໝາກຜົນຕົວຈິງ.

phankhamສະຫາຍ ພັນຄໍາ ວິພາວັນ ໄດ້ຊີ້ນຳໃຫ້ ບັ້ນເຊື່ອມຊຶມມະຕິ X ຄັ້ງນີ້ ກາຍເປັນບັນຫາສຳຄັນ ໃນການເສີມຂະຫຍາຍ ສະຕິປັນຍາ, ຄວາມຮັບຜິດຊອບ ຂອງຖັນແຖວພະນັກງານ ຢູ່ຂັ້ນສູນກາງແລະ ທ້ອງຖິ່ນເພື່ອວິເຄາະ​​​ໃຈ້ແຍກ ສະພາວະຄວາມເປັນຈິງ ຂອງພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດ ຕາມທັດສະນະຂອງພັກ. ​ ເພື່ອ​ເຫັນ​ແຈ້ງ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ຕໍ່​ບັນຫາ​ຕ່າງໆ​ ໃນ​ການ​ຕີ​ລາຄາ​ຈຸດ​ດີ​ຜົນງານ, ດ້ານ​ອ່ອນ, ຂໍ້ຄົງຄ້າງ, ​ເຂົ້າ​ໃຈ​ແຈ້ງ ​ແລະ ກໍາ​ແໜ້ນ​ບັນຫາ​ຕົວ​ຈິງ​ ທີ່​ຕ້ອງ​ໄດ້​ແກ້​ໄຂ​ຢ່າງ​ຮິບ​ດ່ວນ, ຮັບປະກັນ​ການ​ບຸກທະລຸ​ ດ້ານ​ແນວ​ຄິດ​ຈິນຕະນາການ, ກ້າວ​ສູ່​ການ​ກະທໍາ​ຕົວ​ຈິງ ໃຫ້​ມີການ​ປ່ຽນ​​ແປງຈະ​ແຈ້ງ, ສ້າງ​ຄວາມ​ພ້ອມ​ແກ່​ການ ​ແກ້​ໄຂ​ບັນຫາ​ຕ່າງໆທີ່ເກີດຂຶ້ນ, ຕອບສະໜອງຄວາມຄອງຄອຍ ຂອງປະຊາຊົນ ເຮັດໃຫ້ການ ຜັນຂະຫຍາຍມະຕິ X ​ເປັນຂະບວນການຟົດຟື້ນ ແຂງແຮງແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳ, ສ້າງບາດລ້ຽວ ໃນການພັດທະນາປະເທດ, ນຳເອົາປະເທດຊາດຫລຸດພົ້ນ ອອກຈາກສະພາວະ ດ້ອຍພັດທະນາໃນປີ 2020, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ສິ່ງສຳຄັນເປັນການສະແດງ ເຖິງຄວາມຕັດສິນໃຈ ຂອງຄະນະນຳ ທີ່ຈະພ້ອມກັນ ຜ່ານຜ່າຄວາມຫຍຸ້ງຍາກແລະ ສິ່ງທ້າທາຍທົດສອບຕ່າງໆ ໃນຊຸມປີຕໍ່ໜ້າ ຢ່າງກ້າຫານເດັດຂາດ.

ສະຫາຍ ພັນ​ຄໍາ ວິພາ​ວັນ ​ໄດ້ຊີ້ນຳຕື່ມວ່າ: ບັ້ນເຊື່ອມຊຶມຄັ້ງນີ້ໃຫ້ສຸມໃສ່ຄົ້ນຄວ້າ 5 ​ເອກະສານສຳຄັນ ທີ່ເປັນລັກສະນະ ສຳມະນາແລະເປີດກວ້າງປະຊາທິປະໄຕໃນການປະກອບ ຄຳຄິດຄຳເຫັນ, ພ້ອມກັນຕີລາຄາ ທັງເປັນເອກະພາບ ຕໍ່ກັບການຕັດສິນໃຈ ແກ້ບັນຫາໃຫ້ມີການຫັນປ່ຽນ ຢ່າງຈະແຈ້ງໂດຍສະເພາະ ຕໍ່ບັນຫາຄົງຄ້າງ ທີ່ສັງຄົມມີຄວາມເປັນຫ່ວງແລະ ຮຽກຮ້ອງໃຫ້ ມີການແກ້ໄຂໃນປັດຈຸບັນເພື່ອປັບປຸງຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນ ຕໍ່ພັກເຮົາ. ສຳລັບບັນຫາສຳຄັນ ທີ່ໄດ້ມີການຄົ້ນຄວ້າ ເຊື່ອມຊຶມຄັ້ງນີ້ແມ່ນມີລັກສະນະ ຍຸດທະສາດ ທີ່ຕິດພັນໂດຍກົງ ຕໍ່ຄວາມຮັບຜິດຊອບ ການເມືອງຂອງຄະນະນຳ ແຕ່ລະຂັ້ນໃນການສ້າງບາດລ້ຽວໃໝ່ ເພື່ອໃຫ້ການຊີ້ນຳນຳພາ ຂອງພັກໃນ 5 ປີ ຕໍ່ໜ້າ ມີຜົນສຳເລັດອັນຈົບງາມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...