spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ເສັດສິ້ນ ການຕຽມພ້ອມ ເພື່ອທົດລອງ ນີວເຄລຍ

ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ເສັດສິ້ນ ການຕຽມພ້ອມ ເພື່ອທົດລອງ ນີວເຄລຍ

Published on

ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ ຕົບມື ໃນລະຫວ່າງການຖ່າຍຮູບ ຮ່ວມກັບພວກທະຫານ KPA 966, 462, 101, 489.
ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ ຕົບມື ໃນລະຫວ່າງການຖ່າຍຮູບ ຮ່ວມກັບພວກທະຫານ KPA 966, 462, 101, 489.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ​ເຕືອນ​ວ່າ ​ເກົາຫຼີ​ເໜືອ ​ໄດ້​ເສັດ​ສິ້ນ​ການ​ກະກຽມ
​ເພື່ອ​ທຳ​ການ​ທົດ​ລອງ​ລະ​ເບີດ​ນີວ​ເຄລຍ ຄັ້ງ​ທີ 4 ຂອງ​ຕົນ ​ແລະ​ກ່າວ​ວ່າ ການ​ທົດ​ລອງ​ລະ​ເບີດ​ດັ່ງກ່າວ
ສາມາດ​ເກີດ​ຂຶ້ນ​ໄດ້ ໃນ​ເວລາ​ໃດ​ທີ່​ລັດຖະບານ​ພຽງ​ຢ້າງ​ຕັດສິນ​ໃຈ​ເທົ່າ​ນັ້ນ.

​ແຕ່​ທ່ານ Kim Kwan-jin ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພະຫັດ ​ມື້​ນີ້​ວ່າມັນ​ສາມາດ​ໃຊ້​ເວລາ​ຕື່ມ
​ອີກ​ເລັກ​ນ້ອຍ ກ່ອນ​ເກົາຫຼີ​ເໜືອ​ ຈະ​ທຳ​ການ​ທົດລອງ​ລະ​ເບີດ​ດັ່ງກ່າວ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ
ການ​ກະກຽມ​ທີ່​ວ່າ​ນີ້ ສາມາດໃຊ້​ເພື່ອເປັນການ​ລວງ​ຕາ​ ຕໍ່ໂລກພາຍນອກ​ກໍເປັນໄດ.

ທ່ານ Kim Kwan-jin ກ່າວ​ວ່າ ພວກ​ນັກ​ຊ່ຽວຊານ​ບາງ​ຄົນ ກ່າວ​ວ່າ ການ​ກະກຽມ​ທີ່​ແທ້​ຈິງ​ຂອງ​ເກົາຫຼີ​ເໜືອ​
ທີ່​ພົວພັນ​ກັບ​ການ​ທົດ​ລອງ​ນີວ​ເຄລຍ ​ແມ່ນ​ເປັນການ​ລວງ​ຕາ ​ແລະ​ໝາຍ​ຄວາມ​ວ່າ​ເປັນ​ກົນ​ອຸບາຍ​ຫຼື​ເລ້​ຫຼ່ຽມ. ​
ແຕ່​ຕາມ​ທັດສະນະ​ຂອງ​ລັດຖະບານ ພວກ​ເຮົາ​ບໍ່​ສາມາດ​ຊ່ອຍ​ເຫຼືອ​ໄດ້ ​ແຕ່ກໍ​ກັງວົນ​ໃຈ ​ແລະ​ກະກຽມ
​ໃນຄວາມ​ຈິງທີ່​ວ່າ​ເກົາຫຼີ​ເໜືອໄດ້ເສັດ​ສິ້ນ​ການ​ກະກຽມ​ຕ່າງໆ​ຂອງ​ຕົນ​ແລ້ວ​ນັ້ນ.

ຮູບ​ພາບ​ທາງ​ດາວ​ທຽມ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ ທີ່​ເພີ້ມ​ທະວີ​ຂຶ້ນຢູ່​ສະຖານ​ທີ່
ທົດ​ລອງ​ນີວ​ເຄລຍ​ໃຫຍ່ຂອງເກົາຫຼີ​ເໜືອ​ນັ້ນ. ​ແຕ່​ຂ່າ​ວລັບທີ່​ວ່າ​ນີ້ມັກ​ເປັນ​ຂ່າວ​ທີ່​ເຊື່ອ​ຖື​ບໍ່​ໄດ້ແລະ
​ຄວາມ​ປະພຶດ​ຂອງ​ຄະນະ​ນຳພາເກົາຫຼີ​ເໜືອມີ​ຊື່​ສຽງ​ທີ່​ທຳນາຍ​ບໍ່​ໄດ້.

​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ລະ​ເບີດ​ນີວ​ເຄລຍຫຼາຍ​ຄັ້ງ ​ໃນ​ປີ 2006, 2009 ​ແລະ​ໃນ​ປີ 2013
ອັນ​ເປັນ​ລະ​ເມີດ​ຕໍ່​ມະຕິ​ຕ່າງໆ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ນັ້ນ. ​ເກົາຫຼີ​ເໜືອ​ໄດ້​ຂົ່ມຂູ່​
ໃນຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ​ທີ່ຈະທຳ​ການ​ທົດ​ລອງ​ນີວ​ເຄລຍ​ໃນຮູບ​ແບບ​ໃໝ່​ທີ່​ບໍ່​ໄດ້ລະບຸໃຫ້ຊາບ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...