spot_img
Homeຂ່າວການພັດທະນາຮ້ານຕັດຜົມ ທີ່ເປັນມິດກັບສິ່ງແວດລ້ອມ

ຮ້ານຕັດຜົມ ທີ່ເປັນມິດກັບສິ່ງແວດລ້ອມ

Published on

ມື້­ນີ້​ນັກ​ຂ່າວ​ໄດ້​ມີ​ໂອ­ກາດ ໄດ້​ສຳ­ພາດ​ເຈົ້າ​ຂອງ​ຮ້ານ​ຕັດ​ຜົມ ລາ­ຄາ​ປະ­ຢັດ ແລະ​ເປັນ​ມິດ​ກັບ ສິ່ງ­ແວ­ດລ້ອມ ຍ້ອນ​ວ່າ​ໃຊ້​ງົບ​ປະມານ​ບໍ່​ຫຼາຍ​ກໍ​ສາ­ມາດ​ເຮັດ​ເປັນ​ທຸ­ລະ​ກິດ​ໄດ້​ຢ່າງ

​ໝັ້ນ­ຄົງ​ເລີຍ​ກໍ​ວ່າ ໄດ້ ຊຶ່່ງ​ຮ້ານ​ຂອງ​ເພິ່ນ​ຕັ້ງ​ຢູ່​ຫຼັກ 7 ຖະ­ໜົນ​ທ່າ​ເດື່ອ ໃກ້​ກັບ​ຮ້ານ ອາ ຫານ ລຳ​ເນົາ​ສິງ­ໂຕ ທີ່​ໃຜ​ໄດ້​ເຫັນ​ຕ່າງ​ກໍ​ອົດ​ເບິ່ງ​ບໍ່​ໄດ້.

ທ່ານ ພູ​ທອງ ສີ​ຊະ­ນະ ເຈົ້າ​ຂອງ​ຮ້ານ​ປະ­ຈຸ​ບັນ​ອາ­ຍຸ 56 ປີ ຢູ່ ບ້ານ​ຫາດ​ຊາຍ​ຂາວ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເລົ່າ​ວ່າ: ແຕ່​ກ່ອນ​ແມ່ນ​ເປັນ​ທະ­ຫານ​ນະ­ຄອນ­ຫຼວງ​ທັງ​ເປັນ​ຊ່າງ­ຕັດ­ຜົມ​ໄປ​ພ້ອມ​ແຕ່​ດ້ວຍ​ຄວາມ​ຈຳ­ເປັນ​ບາງ​ຢ່າງ​ຈິ່ງ​ໄດ້​ອອກ​ມາ ຕັ້ງ​ຮ້ານ​ຕັດ​ຜົມ​ຢູ່​ທີ່​ບ້ານ​ຂອງ​ຕົນ​ເອງ​ແຕ່​ປີ 1982 ເປັນ­ຕົ້ນ​ມາ ແລະ​ໄດ້​ຮັບ​ຄວາມ​ນິ­ຍົມ​ພໍ​ສົມ­ຄວນ​ໃນ ເຂດ​ນັ້ນ, ຫຼາຍ​ປີ​ຕໍ່​ມາ​ທ່ານ ພູ​ທອງ ໄດ້​ຕັດ­ສິນ​ໃຈ​ຍ້າຍ​ອອກ​ມາ​ຕັ້ງ​ຮ້ານ​ໃໝ່​ຢູ່​ແຄມ​ທາງ​ໃຫຍ່ ຊຶ່ງ​ບໍ່ ຫ່າງ​ຈາກ​ບ້ານ​ຂອງ​ເພິ່ນ​ພໍ​ເທົ່າ ໃດ​ໃນ​ແຕ່​ລະ​ມື້​ແມ່ນ​ມີ​ລູກ​ຄ້າ​ເຂົ້າ ໃຊ້​ບໍ­ລິ­ການ​ບໍ່​ຂາດ​ມື້​ທີ່​ບໍ່​ມີ​ແມ່ນ ປະ­ມານ 7 ຫາ 8 ຄົນ ແລະ​ມື້​ທີ່ ຫຼາຍ​ທີ່​ສຸດ​ກໍ​ເກືອບ 20 ຄົນ ແລະ​ມີ 2 ລະ​ຄາ ຄື: ເດັກ­ນ້ອຍ 5,000 ກີບ ແລະ​ຜູ້​ໃຫຍ່ 10,000 ກີບ​ເທົ່າ​ນັ້ນ ລວມ​ທັງ​ຄ່າ​ແຖ​ໜວດ  ແລະ​ລູກ​ຄ້າ ສ່ວນ​ໃຫຍ່​ຍັງ​ແມ່ນ​ລູກ​ຄ້າ​ປະ­ຈຳ ອີກ​ດ້ວຍ; ທ່ານ ພູ​ທອງ ສີ​ຊະ­ນະ ຍັງ​ໄດ້​ເວົ້າ​ເຖິງ​ການ​ປ່ຽນ­ແປງ ຂອງ​ຮ້ານ​ອີກ​ຕື່ມ​ວ່າ: ພາຍ​ໃນ​ໄລ­ຍະ​ເວ­ລາ 10 ປີ­ຜ່ານ­ມາ​ນີ້ ແມ່ນ​ໄດ້​ສ້ອມ­ແປງ​ຮ້ານ​ໄປ​ແລ້ວ 2 ຄັ້ງ ຍ້ອນ​ວ່າ​ມີ​ການ​ປັບ­ປຸງ​ສ້າງ­ສາ​ພັດ­ທະ­ນາ​ຄອງ​ຊົນ­ລະ­ປະ­ທານ ຍ້ອນ​ສາ­ເຫດ​ນັ້ນ ຕົນ​ເອງ​ຈິ່ງ​ມີ​ແນວ​ຄວາມ​ຄິດ​ຢາກ​ຕັ້ງ​ຮ້ານ​ແບບ​ທຳ​ມະ​ຊາດ​ທີ່​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ​ມາ​ເຖິງ​ປະ­ຈຸ​ບັນ.

ສະ­ນັ້ນ ຖ້າ​ຫາ​ກວ່າ​ທ່ານ​ໃດ​ໄດ້​ກາຍ­ໄປ​ກາຍ​ມາ​ແຖວ​ນັ້ນ ແລະ​ຢາກ​ຈະ​ລອງ​ສຳ­ຜັດ​ກັບ​ຮ້ານ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ກັນ​ເອງ​ແບບ​ທຳ​ມະ​ຊາດ​ກໍ​ຢ່າ​ລືມ​ຢ່າ​ພາດ​ຫາ​ໂອ­ກາດ​ໄປ​ຕັດ​ຜົມ​ທີ່​ຮ້ານ​ຂອງ​ເພິ່ນ​ໃຫ້​ໄດ້ ຊຶ່ງ​ທີ່​ຕັ້ງ​ຂອງ​ຮ້ານ​ແມ່ນ​ໄດ້​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ໂທ ລະ​ສັບ 020 5944 2150.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...