spot_img
Homeນານາສາລະການປູກໝາກ ອະໂວຄາໂດ

ການປູກໝາກ ອະໂວຄາໂດ

Published on

ອະ​ໂວ​ຄາ​ໂດ ເປັນ​ໝາກ​ໄມ້ ຢືນ​ຕົ້ນ​ທີ່​ມີ​ໃບ​ບໍ່​ຫຼົ່ນ​ຄື​ໃບ​ຂຽວ​ຕະ ຫຼອດ​ປີ, ຜົນ​ຜະ­ລິດ​ສາ­ມາດ​ບໍ​ລິ ໂພກ​ສົດ ແລະ​ແປ​ຮູບ​ນຳ­ໄປ​ສະ­ກັດ ເປັນ​ນ້ຳ­ມັນ, ເນື່ອງ​ຈາກ​ມີ​ພັນ​ທີ່ ຫຼາກ​ຫຼາຍ​

ຈິ່ງ​ມີ​ຜົນ​ຜະ­ລິດ​ຕະ­ຫຼອດ ປີ, ອະ​ໂວ​ຄາ​ໂດ ເປັນ​ໝາກ​ໄມ້​ທີ່ ມີ​ຄຸນ­ຄ່າ​ທາງ​ອາ­ຫານ​ທີ່​ເປັນ​ປະ ໂຫຍດ​ຕໍ່​ຮ່າງ­ກາຍ​ສູງ, ແຕ່​ການ ເຜີຍ­ແຜ່​ຂໍ້​ມູນ​ກ່ຽວ​ກັບ​ໝາກ​ໄມ້ ຊະ­ນິດ​ນີ້​ນັບ​ວ່າ​ໜ້ອຍ, ຂະ­ນະ​ທີ່ ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ທັງ ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ນັບ​ມື້ ສູງ​ຂຶ້ນ, ພືດ​ຊະ­ນິດ​ດັ່ງ­ກ່າວ​ກໍ​ກຳ ລັງ​ເປັນ​ພືດ​ເສດ­ຖະ­ກິດ​ໜຶ່ງ​ທີ່​ຫຼາຍ ບ່ອນ​ໃຫ້​ຄວາມ​ສຳ­ຄັນ ແລະ​ຂັ້ນ ຕອນ​ຂອງ​ການ​ປູກ​ປະ­ກອບ​ມີ ຫຍັງ​ແດ່.

ສຳ­ລັບ​ວິ­ທີ​ເພາະ​ແກ່ນ ອະ​ໂວ ຄາ​ໂດ ຈະ​ມີ 3 ແບບ ຄື: ໃຊ້​ໄມ້​ຈີ້ມ ແຂ້ວ​ສຽບ​ຮອບ​ແລ້ວ​ຈຸ່ມ​ນ້ຳ, ຫໍ່ ໃສ່​ເຈ້ຍ​ທິດ​ຊູ ແລະ​ໃຊ້​ວັດ​ສະ​ດຸ, ຊຶ່ງ​ແບບ​ທຳ​ອິດ​ຈະ​ໃຊ້​ອຸ­ປະ­ກອນ ເຊັ່ນ: ກະ­ຕຸກ​ນ້ຳ​ຂະ­ໜາດ 1,5 ລິດ ກັບ​ແກ່ນ​ອະ​ໂວ​ຄາ​ໂດ ໂດຍ​ການ ນຳ​ເອົາ​ໝາກ​ອະ​ໂວ​ຄາ​ໂດ​ມາ​ຜ່າ ເຄິ່ງ​ແລ້ວ​ກໍ​ເອົາ​ແກ່ນ​ໄປ​ລ້າງ​ຈະ ໄດ້ ແກ່ນ​ເປືອກ​ສີ­ນ້ຳ­ຕານ​ຈາກ ນັ້ນ​ກໍ​ເອົາ​ມີດ​ຂີດ​ຮອບ​ເສັ້ນ​ຜ່ານ ສູນ​ກາງ​ແນວ​ຕັ້ງ, ຂີດ​ເປັນ​ກາ ໝາຍ​ຄູນ ແລ້ວ​ກໍ​ລອກ​ເປືອກ​ອອກ ແລະ​ເອົາ​ໄມ້​ຈີ້ມ​ແຂ້ວ​ສຽບ​ເປັນ ຖານ​ໃຫ້​ຮາກ​ມັນ​ງອກ​ອອກ, ຕັດ ກະ­ຕຸກ​ເທົ່າ​ຄວາມ​ສູງ​ຂອງ​ມື​ແລ້ວ ນຳ​ແກ່ນ​ທີ່​ສຽບ​ໄປ​ວາງ​ລົງ ໂດຍ ເອົາ​ທາງ​ດ້ານ​ກົ້ນ​ແຊ່​ນ້ຳ​ໄວ້​ຈາກ ນັ້ນ​ເອົາ​ສ່ວນ​ຫົວ​ກະ­ຕຸກ​ຄອບ​ລົງ ໄປ​ນ້ຳ​ຈະ​ບໍ່​ໄດ້​ລະ​ເຫີຍ​ອອກ ແລະ ຕ້ອງ​ໝັ່ນ​ຕື່ມ​ນ້ຳ​ເປັນ​ປະ­ຈຳ, ສ່ວນ ວິ­ທີ​ທີ​ສອງ​ເຮັດ​ຄື​ກັບ​ວິ­ທີ​ທີ​ໜຶ່ງ ຕ່າງ​ແຕ່​ບໍ່​ຈຳ­ເປັນ​ຕ້ອງ​ເອົາ​ໄມ້ ສຽບ​ແຕ່​ຫັນ​ມາ​ຫໍ່​ດ້ວຍ​ເຈ້ຍ​ທິດ​ຊູ ແລະ​ນຳ­ໄປ​ແຊ່​ນ້ຳ ຈາກ​ນັ້ນ ວາງ ລົງ​ໃນ​ກະ­ຕຸກ​ທີ່​ຕັດ​ແລ້ວ​ລະ​ຕື່ມ​ນ້ຳ ເອົາ​ພຽງ­ພໍ​ປຽກ​ກົ້ນ ສຳ­ເລັດ​ແລ້ວ ເອົາ​ສ່ວ​ຫົວ​ກະ­ຕຸກ​ຄອບ​ໄວ້​ຄື​ກັບ ແບບ​ທຳ​ອິດ ແລະ​ສຳ­ລັບ​ວິ­ທີ​ສຸດ ທ້າຍ​ໃຊ້​ວັດ​ສະ​ດຸ​ເພາະ ຊຶ່ງ​ຈະ​ໃຊ້ ໄຍ​ໝາກ­ພ້າວ​ຖ້າ​ບໍ່​ມີ​ໃຊ້​ດິນ​ຫຍັງ ກໍ​ໄດ້​ຢ່າງ​ທີ່​ບອກ​ຕອນ​ຕົ້ນ ຈາກ​ນັ້ນ ກໍ​ຕັດ​ກະ­ຕຸກ​ຄື­ເກົ່າ​ເຮັດ​ຄື​ກັບ ຂັ້ນ​ຕອນ​ທີ​ໜຶ່ງ​ຈົນ​ມາ​ຮອດ​ຂັ້ນ ຕອນ​ເອົາ​ໃສ່​ກະ­ຕຸກ ໂດຍ​ຈະ​ເອົາ ໄຍ​ໝາກ­ພ້າວ ຫຼື ດິນ​ໃສ່​ລົງ​ໄປ ກ່ອນ​ແລ້ວ​ກໍ​ຈັດ­ການ​ກົດ​ແກ່ນ​ອະ ໂວ​ຄາ​ໂດ​ເລີຍ​ຫົດ​ນ້ຳ​ໃຫ້​ຊຸ່ມ​ຈາກ ນັ້ນ ກໍ​ນຳ​ສ່ວນ​ຫົວ​ກະ­ຕຸກ​ມາ​ປິດ, ສຸດ​ທ້າຍ​ກໍ​ຕັ້ງ​ຕາ​ເບິ່ງ​ເມື່ອ​ໃດ​ມັນ ຈະ​ແຕກ​ແທງ​ຮາກ​ອອກ​ມາ.

ກຽມ​ໜານ​ປູກ​ໂດຍ​ທົ່ວ​ໄປ ແລ້ວ​ການ​ປູກ​ອະ​ໂວ​ຄາ​ໂດ​ຈະ​ໃຊ້ ໄລ­ຍະ​ປູກ​ລະ­ຫວ່າງ​ຕົ້ນ, ແຖວ​ປະ ມານ 8-12 ແມັດ, ການ​ກຽມ​ຂຸມ ປູກ​ຄວນ​ມີ​ຄວາມ​ກວ້າງ, ຍາວ 80 ຊັງ​ຕີ​ເລິກ 80 ຊັງ​ຕີ ປະ­ສົມ​ຝຸ່ນ ຄອກ​ກັບ​ດິນ​ທີ່​ຂຸດ​ຂຶ້ນ​ມາ​ແລ້ວ​ໃສ່ ລົງ​ໄປ​ໃນ​ຂຸມ​ກຽມ​ໄມ້​ປັກ​ມັດ​ຕິດ ກັບ​ຕົ້ນ​ກັນ​ລົມ​ພັດ, ຈາກ​ນັ້ນ ກໍ​ກຽມ ວັດ​ສະ​ດຸ​ຄຸມ​ໜ້າ­ດິນ​ໄວ້​ຊຶ່ງ​ອາດ ໃຊ້​ເຟືອງ, ເສດ​ຫຍ້າ​ແຫ້ງ, ແກບ, ຂີ້​ກົບ, ຂີ້​ເລື່ອຍ ຫຼື ເປືອກ​ຖົ່ວ ກໍ​ໄດ້, ອະ​ໂວ​ຄາ​ໂດ​ສາ­ມາດ​ປູກ​ໄດ້​ທຸກ ລະ­ດູ​ຖ້າ​ມີ​ນ້ຳ​ພຽງ­ພໍ, ແຕ່​ຄົນ​ສ່ວນ ຫຼາຍ​ນິ­ຍົມ​ປູກ​ໃນ​ຊ່ວງ​ລະ­ດູ­ຝົນ ຊຶ່ງ​ຈະ​ປະ​ຍັດ​ຄ່າ​ໃຊ້​ຈ່າຍ​ໃນ​ການ ໃຫ້​ນ້ຳ​ເພາະ​ມີ​ນ້ຳ​ຝົນ­ຕົກ​ລົງ​ມາ ຊ່ວຍ, ແຕ່​ຖ້າ​ຝົນ­ຕົກ​ຫຼາຍ​ຈົນ​ເກີນ​ໄປ​ຕ້ອງ​ລະ­ມັດ­ລະ­ວັງ​ບໍ່​ໃຫ້​ນ້ຳ​ຂັງ.

ຫຼັງ​ຈາກ​ປູກ​ອະ​ໂວ​ຄາ​ໂດ ໄດ້ 1 ເດືອນ ຈະ​ໃສ່​ປຸ໋ຍ​ວິ­ທະ­ຍາ­ສາດ ເພີ່ມ​ໃຫ້​ກັບ​ຕົ້ນ​ອະ​ໂວ​ຄາ​ໂດ ໂດຍ ໃສ່​ໄນ​ໂຕ​ເຈນ ຟອສ​ຟໍ​ຣັດ ແລະ ໂພ​ແທ​ສ​ຊຽມ​ປະ­ລິ­ມານ 3:1:1 ທັງ​ນີ້​ອາດ​ໃຫ້​ໂດຍ​ໃຊ້​ປຸ໋ຍ​ສູດ 15-Œ15-Œ15 ປະ­ສົມ​ກັບ​ຍູ​ເລຍ (46Œ0Œ0) 1:1 ຄົນ​ໃຫ້​ເຂົ້າ­ກັນ​ໃຫ້​ດີ​ແລ້ວ ໃສ່​ຕົ້ນ​ລະ 200 ກຣາມ ແບ່ງ​ໃສ່ ປະ­ມານ 3 ຄັ້ງ​ຕໍ່​ປີ​ທຸກ 3 ເດືອນ, ສ່ວນ​ປີ​ທີ 2 ຈະ​ໃສ່​ປຸ໋ຍ​ປະ­ສົມ​ດັ່ງ ກ່າວ​ຂ້າງ​ຕົ້ນ​ໃນ​ອັດ­ຕາ 300 ກຣາມແບ່ງ​ໃສ່ 4 ຄັ້ງ​ຕໍ່​ປີ ແລະ​ເມື່ອ​ຕົ້ນ ອະ​ໂວ​ຄາ​ໂດ​ໄດ້ 3 ປີ ຈະ​ເລີ່ມ​ໃຫ້ ຜົນ​ຜະ­ລິດ​ປະ­ລິ­ມານ​ການ​ໃສ່​ປຸ໋ຍ ຕໍ່​ຕົ້ນ​ຈະ​ເພີ່ມ​ຂຶ້ນ​ຕາມ​ການ​ໃຫ້ໝາກ ແລະ​ປຸ໋ຍ​ທີ່​ໃຊ້​ຄວນ​ປ່ຽນ​ໄປ ເຊັ່ນ: ໃນ​ໄລ­ຍະ​ປີ​ທີ 3 ຈະ​ໃສ່​ປຸ໋ຍ ຄື​ກັບ​ປີ​ທີ 2 ແຕ່​ປະ­ລິ­ມານ​ປຸ໋ຍ​ເພີ່ມ ຂຶ້ນ​ເປັນ­ຕົ້ນ​ລະ 400 ກຣາມໃສ່ 2 ຄັ້ງ​ໃນ​ຊ່ວງ​ຕົ້ນ​ລະ­ດູ­ຝົນ ແລະ​ກາງ ລະ­ດູ­ຝົນ ພໍ​ເຖິງ​ທ້າຍ​ລະ­ດູ­ຝົນ​ປະ ມານ​ເດືອນ​ຕຸ­ລາ​ຈະ​ປ່ຽນ​ເປັນ​ປຸ໋ຍ ທີ່​ມີ​ຟອສ​ຟໍ​ຣັດ ຫຼື ໂພ​ແທ​ສ​ຊຽມ ສູງ​ເຊັ່ນ: 8Œ24Œ24 ຫຼື 9Œ24Œ24 ໃນ​ດິນ​ລ້ວນ​ປົນ​ຊາຍ ຫຼື ດິນ­ຊາຍ, ສ່ວນ​ດິນ​ລ້ວນ​ໜຽວ​ຄວນ​ໃຊ້​ປຸ໋ຍ ສູດ 12Œ24Œ12 ອັດ­ຕາ 500 ກຣາມ​ຕໍ່​ຕົ້ນ ເພື່ອ​ໃຫ້​ຕົ້ນ​ອະ​ໂວ​ຄາ ໂດ​ອອກ­ດອກ​ດີ ແລະ​ເມື່ອ​ຕິດ​ໝາກ ແລ້ວ ຈິ່ງ​ໃສ່​ປຸ໋ຍ​ອັດ­ຕາ​ສ່ວນ 3:1: 1 ໃໝ່ ເພື່ອ​ໃຫ້​ໝາກ​ຈະ­ເລີນ​ເຕີບໂຕ​ດີ ແລະ​ຕິດ​ໝາກ​ໄດ້​ຫຼາຍ ໂດຍ ອາດ​ໃສ່​ຍູ​ເລຍ​ປະ­ສົມ​ປຸ໋ຍ​ສູດ 15Œ15Œ15 ໃນ​ສັດ­ສ່ວນ 1:1 ເພີ່ມ ຂຶ້ນ​ອີກ​ຕົ້ນ​ລະ 500 ກຣາມ ໃນ​ປີ ຕໍ່ໆ​ໄປ​ອາດ​ໃຊ້​ວິ­ທີ​ວັດ​ໄລ­ຍະ​ຈາກ ຕົ້ນ​ໄປ​ຍັງ​ຊາຍ​ພຸ່ມ​ເປັນ​ແມັດ ຊຶ່ງ ຈະ​ເທົ່າ​ກັບ​ຈຳ­ນວນ​ກິ​ໂລກ​ຣາມ ຂອງ​ປຸ໋ຍ​ທີ່​ໃສ່​ໃຫ້​ໃນ​ແຕ່​ລະ​ປີ​ກໍ ໄດ້​ຄວນ​ມີ​ການ​ໃສ່​ປຸ໋ຍ​ອິນ​ຊີ​ໃຫ້ ກັບ​ຕົ້ນ​ອະ​ໂວ​ຄາ​ໂດ​ທຸກ​ປີ ໂດຍ​ໃຊ້ ວິ­ທີ​ຫວ່ານ​ຄຸມ​ຕົ້ນ ແລະ​ປ່ອຍ​ໃຫ້ ຍ່ອຍ​ສະ­ຫຼາຍ​ເອງ.

ໃນ​ໄລ­ຍະ​ທີ່​ປູກ​ອະ​ໂວ​ຄາ​ໂດ ໃໝ່ໆ ຄວນ​ໃຫ້​ນ້ຳ​ແກ່​ຕົ້ນ​ອະ​ໂວຄາ​ໂດ ເພື່ອ​ໃຫ້​ຕົ້ນ​ຈະ­ເລີນ​ເຕີບ​ໂຕ ແລະ​ມີ​ຮາກ​ແຜ່​ກະ­ຈາຍ​ລົງ​ທາງເລິກ ແລະ​ທາງ​ກວ້າງ​ຄວນ​ໃຫ້​ນ້ຳ ຢ່າງ​ສະ​ໝ່ຳ​ສະ­ເໝີ​ໃຫ້​ດິນ​ຊຸ່ມ ແຕ່​ຢ່າ​ໃຫ້​ນ້ຳ​ຂັງ ເພາະ​ຈະ​ເຮັດ​ໃຫ້ຮາກ​ເນົ່າ ແລະ​ຕົ້ນ​ຕາຍ ຕົ້ນ​ອະ​ໂວຄາ​ໂດ ປູກ​ໃໝ່​ຕ້ອງ­ການ​ນ້ຳ​ວັນ ລະ​ປະ­ມານ 15 ລິດ​ຕໍ່​ຕົ້ນ, ຖ້າ​ໃຫ້ເວັ້ນ​ວັນ​ອາດ​ໃຫ້​ຄັ້ງ​ລະ 30 ລິດ​ຕໍ່ ຕົ້ນ​ເມື່ອ​ຕົ້ນ​ໃຫຍ່​ກໍ​ຕ້ອງ­ການ​ປະລິ​ມານ​ນ້ຳ​ຫຼາຍ​ຂຶ້ນ ຫຼື ອາດ​ເລືອກ ວິ­ທີ​ການ​ໃຫ້​ນ້ຳ​ເປັນ​ລະ­ບົບ​ນ້ຳ ຢອດ ຫຼື ມິ​ນິດ​ປິງ​ເກີ ບໍ­ລິ­ເວນ​ກົກ ຕົ້ນ​ກໍ​ໄດ້​ແລ້ວ­ແຕ່​ລະ​ພື້ນ​ທີ່​ປູກ ແລະ​ເງິນ​ທຶນ​ເມື່ອ​ຕົ້ນ​ອະ​ໂວ​ຄາ​ໂດ ເຖິງ​ໄລ­ຍະ​ທີ່​ຈະ​ອອກ­ດອກ​ຄວນງົດ​ໃຫ້​ນ້ຳ ແຕ່​ໂດຍ​ປົກ­ກະ­ຕິ​ແລ້ວ ເປັນ​ຊ່ວງ​ທີ່​ສິ້ນ​ສຸດ​ລະ­ດູ­ຝົນ ແລະເຂົ້າ​ລະ­ດູ​ໜາວ​ແລ້ວ ແລະ​ເມື່ອ ເກີດ​ຕົ້ນ​ຕາ​ດອກ​ທີ່​ຍອດ ຊຶ່ງ​ຈະ​ສັງເກດ​ຊໍ່​ດອກ​ຈະ​ເລີ່ມ​ຈະ­ເລີນ​ອອກມາ​ຈາກ​ນັນ​ຈິ່ງ​ເລີ່ມ​ໃຫ້​ນ້ຳ​ໃໝ່.

ກ່ອນ​ການ​ເກັບ​ກ່ຽວ​ອະ​ໂວ​ຄາໂດ​ຕ້ອງ​ກວດ​ສອບ​ວ່າ​ໝາກ​ແກ່ ເກັບ​ກ່ຽວ​ໄດ້ ຫຼື ບໍ່ ໂດຍ​ພິ​ຈາ­ລະ ນາ​ເຖິງ​ໄລ­ຍະ​ເວ­ລາ​ທີ່​ເກັບ​ກ່ຽວ ຂອງ​ອະ​ໂວ​ຄາ​ໂດ​ແຕ່​ລະ​ພັນ​ນັ້ນໆ, ຈາກ​ນັ້ນ ທົດ​ລອງ​ເກັບ​ໝາກ​ເທິງ ຕົ້ນ​ໃນ​ລະ­ດັບ​ຕ່າງໆ​ປະ­ມານ 6Œ8 ໝາກ ເພື່ອ​ຜ່າ​ເບິ່ງ​ວ່າ​ເຍື່ອ​ຫຸ້ມ​ແກ່ນ ຫາກ​ເຍື່ອ​ຫຸ້ມ​ແກ່ນ​ເປັນ​ສີ­ນ້ຳ­ຕານ ທັງ​ໝົດ​ກໍ​ສາ­ມາດ​ເກັບ​ກ່ຽວ​ໄດ້, ນອກ­ຈາກ​ນີ້ ຄວນ​ສັງ­ເກດ​ເບິ່ງ ລັກ­ສະ­ນະ​ພາຍ​ນອກ​ໝາກ ເພື່ອ​ໃຫ້ ໝັ້ນ​ໃຈ​ວ່າ​ໝາກ​ແກ່​ແລ້ວ ເນື່ອງ ຈາກ​ບາງ­ເທື່ອ​ໃນ​ຕົ້ນ​ດຽວ​ກັນ ອາດ​ມີ​ການ​ອອກ­ດອກ 2 ຊຸດ ເຮັດ ໃຫ້​ອາ­ຍຸ​ຂອງ​ໝາກ​ບໍ່​ເທົ່າ​ກັນ, ຊຶ່ງ​ໃນ​ການ​ເກັບ​ກ່ຽວ​ຕ້ອງ​ໃຫ້​ມີ ຂົ້ວ​ໝາກ​ຕິດ​ຢູ່​ກັບ​ໝາກ​ຫາກ​ຂົ້ວ ໝາກ​ຫຼຸດ​ອອກ​ຈາກ​ໝາກ​ຈະ​ເຮັດ ໃຫ້​ໝາກ​ເສຍ​ຫາຍ​ໄດ້​ງ່າຍ ຂະ­ນະບົ່ມ​ໃຫ້​ສຸກ, ວິ­ທີ​ການ​ເກັບ​ກ່ຽວ ເຮັດ​ໄດ້​ໂດຍ​ເດັດ ຫຼື ໃຊ້​ມີດ­ຕັດ​ຕັດ ຂົ້ວ​ໝາກ​ຫຼຸດ​ອອກ​ຈາກ​ກິ່ງ​ອາດ ໃຊ້​ຂັ້ນ­ໄດ​ປີນ​ຂຶ້ນ​ໄປ​ເກັບ ຫຼື ໃຊ້ ຢ່ວງ​ທີ່​ມີ​ໃບ​ມີດ­ຕັດ​ຂົ້ວ​ສອຍ​ໃຫ້ ຕິດ​ຂົ້ວ ຫຼື ໃຊ້​ມີດ­ຕັດ​ດ້າມ​ຍາວ ທີ່​ມີ​ບ່ອນ​ໜີບ​ຂົ້ວ​ໝາກ​ໄວ້​ບໍ່​ໃຫ້ໝາກ​ຕົກ, ຄວນ​ລະ­ມັດ­ລະ­ວັງ​ບໍ່ ໃຫ້​ໝາກ​ມີ​ຮອຍ​ຊ້ຳ ເມື່ອ​ເກັບ​ແລ້ວ ໃຫ້​ໃສ່​ລົງ​ໃນ​ພາ­ຊະ­ນະ​ທີ່​ຮອງດ້ວຍ​ເຈ້ຍ ຫຼື ຟອງ­ນ້ຳ​ທີ່​ປ້ອງ​ກັນຄວາມ​ເສຍ​ຫາຍ​ໄດ້​ນຳ­ໄປ​ຄັດ ແຍກ​ເອົາ​ໝາກ​ທີ່​ບໍ່​ໄດ້​ຄຸນ​ນະ​ພາບຕາມ​ທີ່​ກຳ­ນົດ​ອອກ​ຕັດ​ຂົ້ວ​ໝາກ ໃຫ້​ສັນ​ລົງ​ເຫຼືອ​ສະ­ເພາະ​ສ່ວນ​ໄວ້.

ຂໍ້ມູນຈາກ: ຂ່າວເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...