spot_img
Homeຂ່າວການພັດທະນາຍັງຕ້ອງການງົບປະມານ 20 ຕື້ກວ່າກີບ ໃນການລົງສຳຫຼວດພົນລະເມືອງ

ຍັງຕ້ອງການງົບປະມານ 20 ຕື້ກວ່າກີບ ໃນການລົງສຳຫຼວດພົນລະເມືອງ

Published on

ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ
ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ

ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ຊີ້​ນຳ​ລະດັບ​ຊາດ ສຳລັບ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ຄັ້ງ​ທີ IV ປີ 2015 ທີ່​ໄດ້​ເຊີນ​ເອົາ​ຄະນະ​ຊີ້​ນຳ​ທັງ​ໝົດ ມາ​ປຶກສາ​ຫາລື ແລະ ແລກປ່ຽນ​ຄວາມ​ຄິດ​ເຫັນ ເພື່ອ​ເຮັດ​ແນວໃດ​ໃຫ້​ການຈັດຕັ້ງ​ປະຕິບັດ​ການ​ສຳ​ຫຼວດ​ຄັ້ງ​ນີ້ ສາມາດ​ດຳເນີນ ແລະ ສຳເລັດ​ຕາມ​ວັດຖຸ​ປະສົງ​ຕາມ​ແຜນການ​ທີ່​ວາງ​ໄວ້ ຂະນະ​ທີ່​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ ສຳລັບ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ຄັ້ງ​ທີ IV ປີ 2015 ເນັ້ນ​ຫາລື 4 ບັນຫາ ໃນ​ນັ້ນ ລວມ​ທັງ​ບັນຫາ​ດ້ານ​ງົບປະມານ​ທີ່​ຍັງ​ບໍ່​ພຽງພໍ 3,1 ລ້ານ​ໂດ​ລາ​ສະຫະລັດ ຫຼື 24 ຕື້​ກວ່າ​ກີບ ໃນ​ຈຳນວນ​ທັງ​ໝົດ 7,2 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 57,6 ຕື້​ກີບ.

ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ກ່າວ​ວ່າ: ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ​ແມ່ນ​ການ​ສຳ​ຫຼວດ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ ແລະ ຈຳເປັນ​ຕ້ອງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ສຳລັບ​ປະເທດ​ໜຶ່ງໆ ຍ້ອນ​ເຫັນ​ໄດ້​ຄວາມ​ສຳຄັນ​ດັ່ງກ່າວ ລັດຖະບານ​ຈຶ່ງ​ມີ​ຄວາມ​ມຸ້ງ​ໝັ້ນ​ທີ່​ຈະ​ສືບຕໍ່ ຈັດ​ຕັ້ງ​ປະຕິບັດ​ການ​ສຳ​ຫຼວດ​ຄັ້ງ​ຕໍ່​ໄປ ໃນ​ປີ 2015 ແລະ ໄດ້​ອະນຸມັດ​ໃຫ້​ຈັດ​ຕັ້ງ​ສຳ​ຫຼວດ​ຄັ້ງ​ນີ້ ຕາມ​ຂໍ້​ຕົກລົງ​ສະບັບ​ເລກ​ທີ 89/​ນຍ ລົງ​ວັນ​ທີ 11 ກັນຍາ 2013 ເຊິ່ງ​ຜົນ​ໄດ້​ຮັບ​ຈາກ​ການ​ສຳ​ຫຼວດ​ຄັ້ງ​ນີ້ ຈະ​ເປັນ​ບ່ອນ​ອີງ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ລັດຖະບານ ໃນ​ການ​ຕິດຕາມ ແລະ ປະ​ເມີນ​ຄວາມ​ຄືບ​ໜ້າ ການຈັດຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ ການ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ 7 ແລະ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ສ້າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ VIII (2016-2020) ໂດຍ​ສະເພາະ ເພື່ອ​ເປັນ​ແຫຼ່ງ​ຂໍ້​ມູນ​ທີ່​ສຳຄັນ​ໃນ​ປະເທດ ສຳລັບ​ການ​ວາງ​ແຜນການ​ຕິດຕາມ ການ​ຕັດສິນ​ໃຈ ການ​ສ້າງ​ນະໂຍບາຍ ແລະ ການ​ຄົ້ນຄວ້າ​ກ່ຽວ​ກັບ​ປະຊາກອນ ການ​ດຳເນີນ​ທຸລະ​ກິດ ການ​ຕະຫຼາດ ການ​ພັດທະນາ​ກຳລັງ​ແຮງ​ງານ ແລະ ຈະ​ເປັນ​ພື້ນຖານ​ອັນ​ສຳຄັນ ໃຫ້​ແກ່​ການ​ກະກຽມ​ເຂົ້າ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ປີ 2015 ແລະ ການ​ຫຼຸດ​ພົ້ນ​ອອກ​ຈາກ​ປະເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.

ປັດຈຸບັນ​ການ​ກະກຽມ​ຄວາມ​ພ້ອມ​ໃນ​ການ​ສຳ​ຫຼວດ ໂດຍ​ສະເພາະ​ໂຄງ​ປະກອບ​ການຈັດຕັ້ງ​ຍັງ​ບໍ່​ທັນ​ສຳເລັດ ເຊິ່ງ​ຈະ​ຕ້ອງ​ໄດ້​ສືບຕໍ່​ຢ່າງ​ຮີບ​ດ່ວນ ທັງ​ຢູ່​ໃນ​ຂັ້ນ​ກະຊວງ-ທ້ອງຖິ່ນ ດ້ານ​ງົບປະມານ​ກໍ່​ເຊັ່ນ​ດຽວ​ກັນ ຢ່າງໃດ​ກໍ່​ຕາມ ບົນ​ພື້ນຖານ​ຄວາມ​ເປັນ​ຈິງ​ພວກ​ເຮົາ ຍັງ​ມີ​ບັນຫາ​ທີ່​ເປັນ​ສິ່ງ​ທ້າ​ທາຍ​ຢູ່ ດັ່ງນັ້ນ ກອງ​ປະຊຸມ​ຄັ້ງ​ນີ້​ເນັ້ນ​ໃສ່ 4 ບັນຫາ ເຊັ່ນ: ຄົ້ນຄວ້າ ແລະ ປະກອບ​ຄຳ​ເຫັນ​ໃສ່​ບົດ​ແນະນຳ ການຈັດຕັ້ງ​ປະຕິບັດ​ການ​ສຳ​ຫຼວດ​ສຳລັບ​ກະຊວງ​ທີ່​ກ່ຽວຂ້ອງ ໃນ​ນັ້ນ ລົງ​ເລິກ​ບັນດາ​ເປົ້າ​ໝາຍ​ການ​ສຳ​ຫຼວດ ການ​ປະກອບ​ບຸກ​ຄະລາ​ກອນ ແລະ ງົບປະມານ ການ​ແບ່ງ​ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ນຳ​ຂັ້ນ​ສູນ​ກາງ ຕ້ອງ​ແທດເໝາະ​ກັບ​ໜ້າທີ່-ພາລະ​ບົດບາດ ເພື່ອ​ຮັບປະກັນ​ປະສິດທິພາບ​ໃນ​ການ​ດຳເນີນ​ການ​ສຳ​ຫຼວດ ພ້ອມ​ຄົ້ນຄວ້າ​ຊອກ​ຫາ​ວິທີ​ການ ແລະ ຊ່ອງ​ທາງ​ໃນ​ການ​ລະດົມ​ທຶນ ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ການ​ສຳ​ຫຼວດ ແລະ ມີ​ຄຳ​ເຫັນ​ໃນ​ການຈັດຕັ້ງ​ປະຕິບັດ​ການ​ສຳ​ຫຼວດ ໂດຍ​ສະເພາະ​ແມ່ນ​ແຜນການ​ໂຄສະນາ ແລະ ການ​ເຜີຍແຜ່​ການ​ສຳ​ຫຼວດ.

ກອງ​ປະຊຸມ​ດັ່ງກ່າວ ຈັດ​ຂຶ້ນ​ໃນ​ວັນ​ທີ 8 ພຶດສະພາ ທີ່​ຫ້ອງ​ວ່າການ​ລັດຖະບານ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ແລະ ມີ​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທີ່ມາ http://www.vientianemai.net/teen/khao/1/11765

 

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...