spot_img
Homeຂ່າວພາຍ​ໃນທໍ່ນ້ຳ DD ສິນຄ້າທີ່ຄົນລາວຜະລິດ ໄດ້​ມາດຕະຖານ​ທີ່​ສາກົນ​ຍອມຮັບ

ທໍ່ນ້ຳ DD ສິນຄ້າທີ່ຄົນລາວຜະລິດ ໄດ້​ມາດຕະຖານ​ທີ່​ສາກົນ​ຍອມຮັບ

Published on

ຜະລິດ​ຕະ​ພັນ​ຕ່າງໆ​ທີ່​ນຳ​ເຂົ້າຈາກ​ຕ່າງປະເທດ​ໃນ​ປັດຈຸບັນ ເຫັນ​ວ່າ​ມີ​ຫຼາຍ​ຜະລິດ​ຕະ​ພັນ​ສາມາດ​ຜະລິດ​ຂຶ້ນ​ຢູ່​ທີ່​ປະເທດ​ລາວ ໂດຍ​ສີມື​ຂອງ​ຄົນ​ລາວ ເຊິ່ງ​ມີ​ທັງຄວາມ​ສວຍ​ງາມ ຄຸນະພາບ ແລະ ລາຄາ​ທີ່​ຖືກ​ກວ່າ ເຊັ່ນ​ດຽວກັນ​ກັບ​ທໍ່​ນ້ຳ DD ທີ່​ຜະລິດ​ຂຶ້ນ​ໃນໂຮງງານ​ທໍ່​ນ້ຳ​ລາວ ກໍ່​ເປັນ​ອີກໜຶ່ງ​ຜະລິດ​ຕະ​ພັນ​ທີ່​ມີ​ຄຸນະພາບທີ່​ຮັບ​ໃຊ້​ສັງຄົມ.

ທ່ານ ຄຳ​ກີ ໄຊ​ຈະເລີນ ຜູ້​ຈັດການ​ບໍລິສັດ ທໍ່​ນ້ຳ​ລາວ ກ່າວ​ວ່າ: ໂຮງງານ​ທໍ່​ນ້ຳ​ເປັນ​ໂຮງງານ​ທີ່​ຜະລິດ​ທໍ່​ນ້ຳ​ຈຳໜ່າຍ​ພາຍ​ໃນ​ປະເທດ​ລາວ ເບື້ອງ​ຕົ້ນ​ໂຮງງານ​ໄດ້ຖືກ​ສ້າງຕັ້ງ​ຂຶ້ນ​ມາ​ໄດ້ 6 ປີ​ກວ່າແລ້ວ ຈາກ​ການ​ຮ່ວມ​ທຶນ​ກັນລະຫວ່າງ​ນັກທຸລະກິດ​ລາວ ແລະ ຈີນ ຫຼັງ​ຈາກ​ນັ້ນ ນັກທຸລະກິດຈີນ​ໄດ້​ຂາຍ​ຫຸ້ນ​ໃຫ້​ກັບ​ຝ່າຍ​ລາວທັງ​ໝົດ ປັດຈຸບັນແມ່ນ​ເປັນ​ທຸລະກິດ​ຂອງ​ຄົນ​ລາວ 100% ພາຍຫຼັງ​ທີ່​ນັກທຸລະກິດ​ລາວ​ໄດ້​ຊື້​ເອົາຫຸ້ນ​ທັງ​ໝົດ​ແລ້ວ​ ທາງ​ໂຮງງານ​ກໍ່ໄດ້​ຕັ້ງໜ້າ​ປະຕິບັດ​ຕາມ​ນະ​ໂຍບາຍ​ຂອງ​ພັກ ແລະ ລັດວາງອອກ ໂດຍ​ການ​ຜະລິດ​ສິນຄ້າ​ທີ່ມີ​ຄຸນະພາບ​ອອກ​ມາ​ຮັບ​ໃຊ້​ສັງຄົມ.

ວັດຖຸ​ດິບ​ທີ່​ໃຊ້​ເຂົ້າ​ໃນ​ການຜະລິດ​ ແມ່ນ​ໄດ້​ນຳ​ເຂົ້າ​ມາ​ຈາກຕ່າງປະເທດ​ທັງ​ໝົດ ໂດຍ​ຈະ​ນຳເຂົ້າ​ມາ​ຈາກ​ປະເທດ​ໄທ ຫວຽດນາມ ບຣູ​ໄນ ແລະ ອື່ນໆ ແຕ່​ດ້ານ​ມາດຕະຖານໃນ​ການ​ຜະລິດ​ຂອງ​ໂຮງງານ​ທໍ່ລາວ ແມ່ນ​ໄດ້​ມາດຕະຖານ​ທີ່​ສາກົນ​ຍອມຮັບ ໄດ້​ມີ​ການ​ລົງ​ກວດສອບ​ໃນ​ທຸກໆ​ຂັ້ນ​ຕອນ​ຂອງ​ການຜະລິດ ໄດ້​ມີ​ການ​ທົດ​ລອງ​ສິນຄ້າກ່ອນ​ນຳ​ອອກ​ຈຳໜ່າຍ​ສູ່​ສັງຄົມ ມີ​ລະບົບ​ນ້ຳ​ໝູນວຽນ​ທີ່​ສາມາດກຳຈັດ​ນ້ຳ​ເສຍ​ໄດ້ ມີ​ລະບົບ​ການຮັກສາ​ຄວາມ​ປອດ​ໄພ​ໃນ​ທຸກ​ຂັ້ນຕອນ​ຂອງ​ການ​ຜະລິດ ນອກຈາກນັ້ນ ພະນັກງານ​ທຸກ​ຄົນ​ແມ່ນ​ຈະໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ​ໂຮງງານ​ເປັນ​ຢ່າງ​ດີ ໂດຍ​ມີ​ການ​ເຮັດປະກັນ​ໄພ​ໃຫ້​ກັບ​ພະນັກງານ​ທຸກຄົນ ລວມ​ມີ​ປະມານ 50 ກວ່າຄົນ.

ສຳລັບ​ທໍ່​ທີ່​ຜະລິດ​ຢູ່​ທີ່​ໂຮງງານທໍ່​ນ້ຳ​ລາວ​ແມ່ນ​ມີ 2 ປະເພດຄື: ທໍ່​ນ້ຳ PVC ແລະ ທໍ່​ໄຟຟ້າ PE ໂດຍ​ສາມາດ​ຜະລິດ​ທໍ່​ທີ່​ມີ​ຂະໜາດ​ເສັ້ນ​ຜ່າ​ສູນ​ກາງ (ໜ້າ​ມົນ) ຕັ້ງແຕ່ 18 ມິນ ຫາ 200 ມິນ ແລະ ມີ​ທໍ່​ທີ່​ສາມາດ​ຮັບ​ຄວາມດັນ​ຂອງ​ນ້ຳ​ໄດ້ 3 ຊະນິດຄື: 5 Bar, 8,5 Bar ແລະ 13,5 Bar. ນອກຈາກ​ນັ້ນ ທາງ​ໂຮງງານ​ຍັງສາມາດ​ຜະລິດ​ທໍ່​ຊະນິດ​ຕ່າງໆ​ ໃຫ້​ໄດ້​ຕາມ​ທີ່​ລູກ​ຄ້າ​ຕ້ອງການ ດ້ານການຈຳໜ່າຍ​ໃນ​ຕະຫຼາດປັດ​ຈຸບັນ ແມ່ນ​ກວມ​ຢູ່ 25% ຈາກ​ຕະຫຼາດ​ທັງ​ໝົດ ສ່ວນ​ໃຫຍ່​ຈະ​ຢູ່ພາຍ​ໃນ​ນະຄອນຫຼວງ​ວຽງ​ຈັນ ເປັນຕົ້ນແມ່ນ ​ບັນດາ​ບໍລິສັດຕ່າງໆ​ທີ່​ມີ​ຄວາມ​ຕ້ອງການ​ໃຊ້​ທໍ່ເຂົ້າ​ໃນ​ວຽກ​ງານ​ ອຸດສາຫະກຳ ກະສິກຳ ແລະ ອື່ນໆ.

ສຳລັບ​ແຜນການ​ໃນ​ອະນາຄົດ ແລະ ສິ່ງ​ທ້າ​ທາຍ​ທີ່​ຈະ​ເກີດ​ຂຶ້ນ ໄດ້​ກຽມ​ແຜນ​ລົງ​ພົບ​ປະ​ກັບ​ລູກ​ຄ້າແຕ່​ລະ​ບ່ອນ​ແບບ​ໃກ້ຊິດ ພ້ອມກັບ​ທົດ​ສອບ​ເລື່ອງ​ຄຸນະພາບ​ຂອງສິນຄ້າ​ໃຫ້​ກັບ​ລູກ​ຄ້າ​ຢູ່​ເປັນ​ປະຈຳ ສິນຄ້າ​ທຸກ​ອັນ​ແມ່ນ​ມີ​ການ​ຮັບ​ປະກັນ​ໃນ​ເລື່ອງ​ຂອງ​ຄຸນະພາບ ສ້າງ​ກິດຈະກຳ​ສົ່ງເສີມ​ການ​ຂາຍ ເພື່ອ​ເປັນ​ການ​ຄືນ​ກຳໄລ​ໃຫ້​ກັບລູກ​ຄ້າ ມີ​ການ​ບໍລິການ​ຫຼັງ​ການຂາຍ​ທີ່​ດີ ຖ້າ​ສິນຄ້າ​ມີ​ຄວາມ​ເສຍຫາຍ​ກ່ອນ​ມື້​ຮັບປະກັນ​ ແມ່ນ​ສາມາດ​ປ່ຽນ​ໃໝ່​ໃຫ້​ໄດ້.

ສິ່ງ​ທ້າ​ທາຍ​ທີ່​ທາງ​ໂຮງງານກຳລັງ​ກັງວົນ​ຢູ່​ໃນ​ປັດຈຸບັນ​ນີ້ ແມ່ນ​ການ​ເກີດ​ຂຶ້ນ​ຂອງ​ໂຮງງານຜະລິດ​ທໍ່​ຢູ່​ບ້ານ​ເຮົາ​ແມ່ນ​ເລີ່ມ​ມີຫຼາຍ ເຊິ່ງ​ບາງ​ໂຮງງານ​ອາດ​ຈະຜະລິດ​ສິນຄ້າ​ທີ່​ມີ​ຄຸນະພາບ​ຕ່ຳ ອອກ​ມາ​ປະ​ປົນ​ກັບ​ສິນຄ້າ​ທີ່​ມີຄຸນະພາບ ບາງ​ບ່ອນ​ແມ່ນ​ມີ​ການຜະລິດ​ທີ່​ບໍ່​ຄຳນຶງ​ເຖິງ​ສິ່ງ​ແວດລ້ອມ​ອ້ອມ​ຂ້າງ ​ດ້ວຍ​ການ​ປ່ອຍນ້ຳ​ເສຍ​ອອກ​ມາ ເຮັດ​ໃຫ້​ມີ​ຜົນ​ກະທົບ​ໂດຍ​ກົງ​ກັບ​ສິ່ງແວດລ້ອມ ສະນັ້ນ ຈຶ່ງ​ຢາກ​ໃຫ້​ທາງ​ພາກສ່ວນທີ່​ກ່ຽວຂ້ອງ ​ຄວນ​ມີ​ການ​ລົງ​ກວດສອບ​ກັບ​ບັນຫາ​ນີ້​ເປັນ​ປະຈຳ ຫຼື ຈຳກັດ​ບໍ່​ໃຫ້​ໂຮງງານ​ປະເພດ​ດັ່ງກ່າວ​ເກີດ​ຂຶ້ນ​ມາ​ຫຼາຍ​ເກີນ​ໄປ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...