spot_img
Homeຂ່າວສັ້ນຂະແໜງຊົນລະປະທານ ສະໜອງນ້ຳໃຫ້ເນື້ອທີ່ການຜະລິດລະດູແລ້ງ ຫຼຸດຄາດໝາຍ

ຂະແໜງຊົນລະປະທານ ສະໜອງນ້ຳໃຫ້ເນື້ອທີ່ການຜະລິດລະດູແລ້ງ ຫຼຸດຄາດໝາຍ

Published on

ໄລຍະ 6 ເດືອນ​ຕົ້ນ​ສົກ​ປີ 2013-2014 ກະຊວງ​ກະສິກຳ ແລະ ປ່າໄມ້ ກໍ່​ຄື​ຂະແໜງ​ຊົນລະປະທານ​ສະໜອງ​ນ້ຳ ໃຫ້​ກັບ​ການ​ຜະລິດ​ລະດູແລ້ງ​ໄດ້​ພຽງ 138.155 ເຮັກຕາ, ໃນ​ນັ້ນ ສະໜອງ​ໃຫ້​ເນື້ອທີ່​ປູກ​ເຂົ້າ​ໄດ້​ພຽງ 103.412 ເຮັກຕາ, ປູກ​ພືດ​ລະດູແລ້ງ 34.744 ເຮັກຕາ, ຫຼຸດ​ຄາດໝາຍ 41.845 ເຮັກຕາ, ຂະນະ​ທີ່​ແຜນການ​ສະໜອງ​ນ້ຳ ໃຫ້​ແກ່​ການ​ຜະລິດ​ລະດູແລ້ງ ທີ່​ກະຊວງ​ກະສິກຳ​ວາງ​ອອກ​ແມ່ນ 180.000 ເຮັກຕາ.

ທ່ານ ວິໄລ​ວັນ ພົມ​ເຂ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ແຈ້ງ​ຕໍ່​ກອງ​ປະຊຸມ​ລັດຖະບານ​ກາງ​ສົກ​ປີ 2013-2014 ນີ້​ຢູ່​ຫ້ອງ​ວ່າການ​ລັດຖະບານ​ວ່າ: ສາເຫດ​ຂອງ​ການ​ສະໜອງ​ນ້ຳ ບໍ່​ບັນລຸ​ຕາມ​ແຜນການ​ນັ້ນ ຍ້ອນ​ບັນຫາ​ສະພາບ​ອາກາດ​ມີ​ການ​ປ່ຽນແປງ ແລະ ແມ່ນ້ຳ, ຫ້ວຍ,ຮ່ອງ, ຄອງ​ບຶງ ມີ​ການ​ບົກ​ແຫ້ງ​ຜິດ​ປົກກະຕິ, ບັນດາ​ລະບົບ​ຊົນລະປະທານ​ເກົ່າ​ແກ່, ຊຸດໂຊມ​ບໍ່​ຮັບປະກັນ​ການ​ນຳ​ໃຊ້ ເປັນຕົ້ນ​ແມ່ນ​ໂຄງການ​ສະຖານີ​ຈັກສູບນ້ຳ ແລະ ລະບົບ​ຄອງເໝືອງ​ເປ່​ເພ ແລະ ແຮງ​ຈູງ​ໃຈ​ລາຄາ​ເຂົ້າ​ບໍ່​ປົກກະຕິ ເຮັດ​ໃຫ້​ຊາວນາ​ມີ​ແນວ​ຄິດ​ທໍ້ຖອຍ, ບໍ່​ປູກ​ເຂົ້ານາແຊງ ຫັນ​ໄປ​ປູກ​ພືດ​ຊະນິດ​ອື່ນ​ແທນ ຫັນ​ໄປ​ເຮັດ​ອາຊີບ​ອື່ນ. ເຖິງ​ວ່າການ​ສະໜອງ​ນ້ຳ​ໃຫ້ການ​ປູກ​ເຂົ້າ ບໍ່​ໄດ້​ຕາມ​ແຜນ​ກໍ່​ຕາມ ແຕ່​ການ​ປູກ​ພືດ​ລະດູແລ້ງ ເຫັນ​ວ່າ​ມີ​ຂະ​ບວນ​ການ​ຟົດຟື້ນ​ພໍ​ສົມຄວນ ໂດຍ​ກະສິກອນ​ໄດ້​ສຸມ​ໃສ່​ການ​ປູກ​ພືດ​ຜັກ ແລະ ພືດ​ໃຫ້​ໝາກ​ຊະນິດ​ຕ່າງໆ ໃນ​ເນື້ອທີ່​ເຂດ​ຊົນລະປະທານ 36.212 ເຮັກຕາ, ເນື້ອທີ່​ເຂດ​ນອກ​ຊົນລະປະທານ 56.287 ເຮັກຕາ.

ທີ່ມາ http://www.vientianemai.net/teen/khao/1/11758

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...