spot_img
Homeຂ່າວຕ່າງປະເທດອາ​ເມ​ລິ​ກາ ​ຈະ​ປ່ຽນ​ຮູບ ​​ຢູ່​ໃນເງິນ​​ໃບ 20 ​ໂດ​ລາ

ອາ​ເມ​ລິ​ກາ ​ຈະ​ປ່ຽນ​ຮູບ ​​ຢູ່​ໃນເງິນ​​ໃບ 20 ​ໂດ​ລາ

Published on

ທ່ານ ຈາຄອບ ລູ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ​ປະກາດ​ໃນ​ວັນ​ທີ 20 ​ເມສາ​ທີ່​ຜ່ານ​ມາ​ວ່າ ຈະ​ມີ​ການ​ປ່ຽນ​ຮູ​ບ​ໃນທະນະ​ບັດ​ໂດ​ລາ​ສະຫະລັດ ຊຶ່ງ​ເປັນ​ການ​ປ່ຽນ​ແປງ​ຄັ້ງຍິ່ງ​ໃຫຍ່​ໃນ​ປະຫວັດ ​ໂດຍ​ແທນ​ທີ່​ຮູບ​ຂອງ​ແອນ​ດຣູ ​ແຈກສັນ ​ໃນ​ໃບ 20 ​ໂດ​ລາ ດ້ວຍ​ຮູບ​ຂອງ​ແຮຣຽດ ທັບ​ແມນ ອະດີດ​ທາດ​ຍິງ​ຊາວ​ອາ​ຟຣິກາ-​ອາ​ເມ​ລິ​ກາ.

ຊີ​ເອັນ​ເອັນ ມັນ​ນີລາຍ​ງານ​ວ່າ ທ່ານ ຈາ​ຄອບ​ລູ ລະບຸ​ວ່າ ນາງ ທັບ​ແມນ ບໍ່​ພຽງ​​ແຕ່​ເປັນບຸກຄົນ​ທາງ​ປະ ຫວັດສາ​ດ ​ແຕ່​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ເປັນ​ຜູ້ນຳ ​ແລະ ການ​ມີ​ສ່ວນ​ຮ່ວມຕາມ​ລະບອບ​ປະຊາທິປະ​ໄຕ ນອກຈາກ​ນີ້​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ມີ​ປະຊາຊົນ​ຊາວ​ອາ​ເມ​ລິ​ກາ​ຈຳນວນ​ຫຼວງ​ຫຼາຍ​ຕ້ອງການ​ໃຫ້ຮູບນາງ​ທັບ​ແມນ​ຢູ່​ໃນ​ເງິນ​ໃບ 20 ​ໂດ​ລາ ​ໂດຍ​ສະ​ເພາະ​ສຽງ​ຮຽກຮ້ອງ​ຈາກ​ເດັກນ້ອຍ​ຊາວ​ອາ​ເມ​ລິ​ກາ, ຊຶ່ງ​ຮູບ​ພາບ​ຂອງ​ນາງ ​ທັບ​ແມນ ຈະ​ມາ​ຢູ່​ດ້ານ ໜ້າ​ຂອງ​ທະນະ​ບັດ​ໃບ 20 ​ໂດ​ລາ ​ແລະ ທ່ານ ​ແອນ​ດຣູ ​ແຈ໊ກສັນ​ໄປ​ຢູ່​ດ້ານ​ຫຼັງ​ຂອງ​ທະ​ນາ​ບັດ  ທັງ​ນີ້​ແອນ​ດຣູ ​ເປັນ​ປະທານາທິບໍດີ​ຄົນທີ 7 ຂອງ​ອາ​ເມ​ລິ​ກາ ກ່ອນ​ໜ້າ​ນັ້ນ ທ່ານ ​ແຈ໊ກສັນ​ເຄີຍ​ເປັນ​ນັກ​ຄ້າ​ດິນ ​ແລະ ຄ້າ​ທາດ​ຢູ່​ໄລຍະ​ໜຶ່ງ. ຊຶ່ງ ນາງ​ທັບ​ແມນ ອະດີດ​ທາດ ​ເກີດ​ໃນ​ຕະກຸນ​ທາດ ລັດ​ແມຣີ ​ແລນ ທີ່​ຫຼົບໜີ​ອອກ​ມາ​ໄດ້ ​ແລະ ລາວ​ໄດ້​ຮ່ວມ​ກັບ​ຂະ​ບວນການ“ອັນ​ເດີກຣານ ​ເຣລ​ໂຣດ” ຊຶ່ງ​ເປັນ​ຂະ​ບວນການ​ເຄື່ອນ​ໄຫວ​ໃຕ້​ດິນ​ທີ່​ຕໍ່ຕ້ານ​ລະບົບ​ທາດ ຊຶ່ງ​ລາວ​ໄດ້​ເຄື່ອນ​ໄຫວ​ໃຕ້​ດິນ​ປະຕິບັດ​ການ​ຊ່ວຍ​ທາດ​ຄົນ​ອື່ນໆ​ທີ່​ເປັນ​ຄອບຄົວ ​ແລະ ​ເພື່ອນ​ໃນ​ເມືອງ​ທີ່​ລາວ​ຈາກ​ມາ​ໄດ້ 13 ຄັ້ງ ຊ່ວຍ​ເຫຼືອ​ທາດ​ຄົນ​ອື່ນໆ​ໄດ້ 70 ຄົນ.

ນອກຈາກ​ນີ້​ຍັງ​ຈະ​ມີ​ການ​ເພີ່ມ​ຮູບ​ຂອງ​ຜູ້ນຳ​ການ​ເຄື່ອນ​ໄຫວ​ທາງ​ສິດທິ​ພົນລະ​ເມືອງ​ທີ່​ເປັນ​ແມ່ຍິງ​ລົງ​​ເທິງ​ດ້ານ​ຫຼັງ​ຂອງ​ທະ​ນາ​ບັດ​ໃບ 5 ​ແລະ 10 ​ໂດ​ລາ ​ໂດຍ​ທີ່​ຍັງ​ຮັກສາ​ພາບ​ຂອງ​ອະ​ເລັກ​ຊານ​ເດີ ຮາ​ມິລຕັນ ​ຢູ່ດ້ານ​ໜ້າ​ທະນະ​ບັດ 10 ​ໂດ​ລາ ​ແລະ ອັບ​ຮາຣຳ ລິນ​ຄອນ ​ຢູ່ດ້ານ​ໜ້າ​ທະ​ນາ​ບັດ​ໃບ 5 ​ໂດ​ລາ ທັງ​ນີ້ ຍັງ​ບໍ່​ມີ​ລາຍ​ງານ​ວ່າ ທະນະ​ບັດ​​ໃບ 20 ​ໂດ​ລາ​ຈະ​ພິມ​ສຳ​ເລັດ​ມື້​ໃດ ​ໂດຍ​ຂະນະ​ນີ້​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ອອກ​ແບບ.

ຂ່າວຈາກ: ້ສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...