Homeສຸຂະພາບ ແລະ ສີ່ງແວດລ້ອມອາການຮ້ອນໃຫ້ລະວັງພະຍາດລະບາດ

ອາການຮ້ອນໃຫ້ລະວັງພະຍາດລະບາດ

Published on

ຈາກການສອບຖາມໂຮງໝໍມິດຕະພາບ 150 ຕຽງ, ເສດຖາທິລາດ ແລະ ໂຮງໝໍອື່ນໃນນະຄອນຫຼວງວຽງຈັນໃນວັນທີ 20 ເມສານີ້ໃຫ້ຮູ້ວ່າ: ຈາກລະພາບອາກາດທີ່ຮ້ອນແຮງດັ່ງປັດຈຸບັດອາດເປັນສາເຫດໃຫ້ພະຍາດຕາມລະດູການເກີດການລະບາດໄດ້ງ່າຍ, ໂດຍສະເພາະພະຍາດທີ່ມາຈາກອາຫານເຊັ່ນ: ພະຍາດຖອກທ້ອງ, ອະຫິວາ ແລະ ໄຂ້ຊະນິດຕ່າງໆ, ປັດຈຸບັດຢູ່ໂຮງໝໍຫຼາຍແຫ່ງໄດ້ມີຄົນເຈັບພະຍາດຖອກທ້ອງເຂົ້າມາປິ່ນປົວແລ້ວເປັນຈຳນວນຫຼາຍ, ຊຶ່ງມີທັງເດັກນ້ອຍ ແລະ ຜູ້ໃຫຍ່, ພ້ອມທັງມີພະຍາດໄຂ້ຫວັດ ແລະ ໄຂ້ຍຸງເກີດຂື້ນແຕ່ຍັງມີຈຳນວນໜ້ອຍ, ເຖິງຢ່າງໃດກໍຕາມເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກສູ່ວົງກວ້າງ ,ຈຶ່ງເຕືອນໃຫ້ປະຊາຊົນມີສະຕິເອົາໃຈໃສ່ຮັກສາສຸຂະພາບໃຫ້ດີ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ປະຕິບັດຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ເປັນຕົ້ນການກິນຢູ່ໃຫ້ສະອາດ, ບໍ່ຄວນກິນອາຫານສຸກໆດິບໆ ແລະ ຕ້ອງເກັບມ້ຽນອາຫານການກິນໃຫ້ດີເພື່ອບໍ່ໃຫ້ແມງວັນມາຈັບ-ຕອມ,ສິ່ງສຳຄັນແມ່ນຕ້ອງລ້າງມື້ທຸກຄັ້ງກອນ ແລະ ຫຼັງກິນອາຫານ, ໝັ່ນທຳຄວາມສະອາດຮ່າງກາຍ, ເຄື່ອງນຸ່ງຫົ່ມ ແລະ ທີ່ຢູ່ອາໃສ່ເປັນປະຈຳ, ພ້ອມທັງເປັນເຈົ້າການຕັກເຕືອນລູກຫຼານຂອງຕົນໃຫ້ເຂົ້າເຈົາປະຕິບັດຫຼັກ ການອະນາໄມ 3 ສະອາດຢ່າງເຄັ່ງຄັດເພື່ອຫຼີດເວັນພະຍາດທີ່ມັກເກີດຂື້ນໃນລະດູຮ້ອນນີ້.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...