spot_img
Homeວັນນະກຳເລື່ອງເລົ່າສັດປ່າຜູ້ໜ້າສົງສານ

ສັດປ່າຜູ້ໜ້າສົງສານ

Published on

ເລື່ອງທີ່ຈະນຳສະເໜີຕໍ່ໄປນີ້ອາດຈະຜິດໃຈສຳລັບຄົນມັກກິນສັດປ່າເປັນອາຫານ ແລະ ອາດຈະຖືກໃຈສຳລັບກຸ່ມຄົນທີ່ມີຈິດໃຈອະນຸລັກສັດປ່າ ຫາກເລື່ອງດັ່ງກ່າວໄປແຕະຕ້ອງເຖິງພາກສ່ວນໃດ ກໍ່ຕ້ອງຂໍອະໄພນຳ ທີ່ຍົກເລື່ອງນີ້ຂຶ້ນມາເວົ້າເພາະຢາກສະທ້ອນໃຫ້ເຫັນເຖິງຄວາມສຳຄັນໃນການອະນຸລັກສັດປ່າໃຫ້ຢູ່ກັບປ່າໄມ້ລາວ ແລະ ຄົນລາວຕະຫຼອດໄປ ລວມທັງມື້ນີ້ເປັນວັນສິນແນ່ເລີຍຂໍຍົກຂຶ້ນມາເວົ້າໜ້ອຍໜຶ່ງ.

27

ຫຼາຍໆຄົນເຄີຍເດີນທາງໄປທ່ຽວຫຼິ້ນຕ່າງແຂວງ ເມື່ອເວລາໄປເລາະທີ່ຕະຫຼາດບາງແຂວງ ຫຼື ບາງແຂວງມີຮອດຕະຫຼາດສັດປ່າຢ່າງເປີດເຜີຍ ເຮົາຈະເຫັນແມ່ຄ້າພໍ່ຄ້າ ນຳສັດປ່າຫຼາຍຊະນິດມາວາງຂາຍເປັນຈຳນວນຫຼາຍ ແລະ ກໍ່ເຫັນຜູ້ຄົນມັກຊື້ໄປກິນ ໄປເປັນຂອງຕ້ອນ ເມື່ອເຫັນພາບນີ້ແບບນີ້ແລ້ວທ່ານຄິດແນວໃດ?

ສຳລັບສັດທີ່ເສຍຊີວິດແລ້ວຄືຮ່າງກາຍທີ່ໄຮ້ວິນຍານໃນເວລາທີ່ທ່ານຂາຍ ຫຼື ເວລາທີ່ທ່ານຊື້ທ່ານອາດຈະບໍ່ຄິດຫຍັງ ແຕ່ສຳລັບສັດທີ່ຍັງມີຊີວິດຢູ່ ທ່ານເຄີຍສັງເກດເລິກໆເບິ່ງພຶດຕິກຳ, ເບິ່ງສີໜ້າ, ເບິ່ງແວວຕາຂອງມັນ ຫຼືບໍ່ ໃນຂະນະທີ່ພວກທ່ານມີຄວາມສຸກ ແຕ່ມັນຄົງມີຄວາມທຸກຈົນຫາແນວປຽບບໍ່ໄດ້ມັນຄົງຮ້ອງຂໍຊີວິດ, ຮ້ອງຂໍຄວາມເມດຕາໂດຍມີຄວາມຫວັງເທົ່າກັບ 0% ຂ້າພະເຈົ້າເຫັນແລ້ວຮູ້ສຶກສະເທືອນໃຈແຕ່ຊ່ວຍຫຍັງພວກເຂົາບໍ່ໄດ້ເລີຍ ແລ້ວໃຜຈະຊ່ວຍພວກເຂົາໄດ້ ຄວາມຮູ້ສຶກນີ້ທ່ານເຄີຍເປັນ ຫຼື ບໍ່?.

ມະນຸດເປັນສັດທີ່ປະເສີດທີ່ສຸດໃນໂລກ ແຕ່ມະນຸດບາງກຸ່ມຄົນເປັນຫຍັງຈິດໃຈຈິ່ງຂາດຄວາມເມດຕາກັບສິ່ງທີ່ມີຊີວິດທີ່ອາໃສເທິງໂລກໜ່ວຍນີ້ຮ່ວມກັບເຮົາ ຂ້າພະເຈົ້າກໍ່ເຂົ້າໃຈວ່ານີ້ແມ່ນສິດສ່ວນບຸກຄົນໃນຄວາມມັກຂອງແຕ່ລະຄົນມັນບໍ່ຄືກັນ ຄົນທີ່ມັກກິນສັດປ່າກໍ່ກິນໄປ ຄົນທີ່ບໍ່ມັກກໍ່ບໍ່ກິນ.

ແຕ່ຂ້າພະເຈົ້າຮູ້ສຶກວ່າອັດຕາການຕາຍຂອງສັດປ່າໃນລາວມັນມີຫຼາຍ ແລະ ມີມາແຕ່ດົນນານແລ້ວ ທີ່ຜ່ານເຄີຍໄດ້ຍິນຂ່າວວ່າມີໜ່ວຍງານອະນຸລັກສັດປ່າທີ່ລົງໄປສຶກສາອົບຮົມນຳກຸ່ມບ້ານຕ່າງໆໃນແຖບຊົນນະບົດ ແຕ່ປັດຈຸບັນນີ້ຄືບໍ່ມີຂ່າວຄາວນັ້ນເລີຍ ເຊິ່ງຂ້າພະເຈົ້າມີຄວາມຮູ້ສຶກເປັນຫ່ວງຫຼາຍກ່ຽວກັບເລື່ອງນີ້ ເພາະຢ້ານໃນວັນຂ້າງໜ້າສັດປ່າໃນລາວເຮົາຈະສູນພັນ ລູກຫຼານຈະຮູ້ຈັກສັດປ່າແຕ່ໃນຮູບ ຍ້ອນປັດໄຈຫຼາຍຢ່າງໃນປັດຈຸບັນ ບາງຄົນກໍ່ກິນແຕ່ກໍ່ຊື້ໄປຕ້ອນເພື່ອນ ບາງຄົນກໍ່ຊື້ກິນເອງ ບາງຄົນກໍ່ຊື້ເປັນສິນຄ້າ ທ່ານຮູ້ຫຼືບໍ່ວ່າ ພຶດຕິກຳແບບນີ້ມັນເປັນການທຳລາຍສິ່ງທີ່ມີຊີວິດໃນທຳມະຊາດອີກຢ່າງໜຶ່ງ ຖ້າພວກເຮົາຍັງບໍ່ຄຳນຶງເຖິງເລື່ອງນີ້ນຳກັນທຸກພາກສ່ວນ ແລ້ວ ໃຜຈະເປັນຜູ້ຊ່ວຍສັດປ່າຜູ້ໜ້າສົງສານທີ່ຖືກຮຸກຮານຈາກມະນຸດ.

ເລື່ອງນີ້ບໍ່ແມ່ນໜ້າທີ່ຂອງພາກສ່ວນໃດໜຶ່ງທີ່ຕ້ອງຮັບຜິດຊອບແກ້ໄຂພຽງພາກສ່ວນດຽວເທົ່ານັ້ນ ແຕ່ມັນຕ້ອງແກ້ໄຂຊ່ວຍກັນ ບໍ່ວ່າຈະເປັນທາງເຈົ້າໜ້າທີ່ພາກລັດທີ່ເປັນຝ່າຍຈັດຕັ້ງປະຕິບັດ ແລະ ພາກສ່ວນປະຊາຊົນທີ່ຄອຍໃຫ້ານສະໜັບສະໜູນປະຕິບັດຮ່ວມກັນ ບັນຫາເຫຼົ່ານີ້ຈິ່ງແກ້ໄຂໄດ້ໂດຍແທ້

ທີ່ຂຽນໃນຫົວຂໍ້ນີ້ຂ້າພະເຈົ້າບໍ່ມີເຈດຕະນາພາດພິງເຖິງບຸກຄົນໃດ ພາກສ່ວນໃດທັງນັ້ນ ແຕ່ຂຽນເພື່ອເປັນກະບອກສຽງໃນການຂໍຄວາມເມດຕາຈາກພວກທ່ານແທນສັດປ່າເຫຼົ່ານັ້ນທີ່ບໍ່ສາມດເວົ້ານຳພວກທ່ານໄດ້ກໍ່ເທົ່ານັ້ນເອງ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...