ຜູ້ນຳ​ສະຫະ​ລັດ ​ຝຣັ່ງ ​ເຢຍລະ​ມັນ ອັງກິດ ອີ​ຕາ​ລີ ຈະ​ພົບ​ກັນ​ໃນ​ວັນ​ຈັນ

0
1797

ຝຣັ່ງປະກາດ​ວັນ​ນີ້​ວ່າ ຜູ້ນຳ​ສະຫະລັດ ຝຣັ່ງ ​ເຢຍລະ​ມັນ ອັງກິດ ອີ​ຕາ​ລີ ຈະ​ພົບ​ປະ​ຢ່າງ​ບໍ່​ເປັນ​ທາງ​ການ​ໃນ​ວັນ​ຈັນ​ທີ່​ນະຄອນຫຼວງ​ຮັນ​ໂນ​ເວີຂອງ​ເຢຍລະ​ມັນ​.

ທຳນຽບປະ​ທາ​ນາ​ທິບໍດີ​ຟຣອງຊົວ ​ໂອລລອງ ນາຍົກ​ລັດຖະມົນຕີ​ອັງ​ເກ​ລາ ​ແມ​ເຄິລຂອງ​ເຢຍລະ​ມັນ ນາຍົກ​ລັດຖະມົນຕີ​​ເດ​ວິດ ຄາ​ເມຣອນຂອງ​ອັງກິດ ​ແລະ​ນາຍົກ​ລັດຖະມົນຕີ​ມັດ​ເຕ​ໂອ ​ເຣນຊີຂອງ​ອີ​ຕາ​ລີ ຈະ​ຮ່ວມ​ພົບ​ປະ​ຢ່າງ​ບໍ່​ເປັນ​ທາງ​ການ ​ແລະ ຄາດ​ວ່າ​ຈະ​ຫາລື​ກັນ​ໃນ​ປະ​ເດັນ​ບັນຫາ​ລະຫວ່າງ​ປະ​ເທດ ​ເຈົ້າ​ໜ້າ​ທີ່​ອັງ​ກິດ ​ແລະ​ຝຣັ່ງກ່າວ​ວ່າ ບັນດາ​ຜູ້ນຳ​ທັງ 5 ຈະ​ຫາລື​ກັນ​ໃນ​ປະ​​ເດັນ​ຕ່າງໆ ລວມ​ເຖິງ​ຄວາມ​ບໍ່​ມີ​ສະຖຽນ​ລະ​ພາບ​ໃນ​ອາ​ຟຣິກາ​ເໜືອ ສະຖານະ​ການ​ໃນ​ຊີ​ເຣຍ ​ແລະ ວິ​ກິດ​ການ​ຜູ້​ອົບ​ພະ​ຍົບ​ໃນ​ເອີຣົບ.