spot_img
Homeຂ່າວພາຍ​ໃນນັກທຸລະກິດອີລານ​ເຊັນ​ສັນຍາຊື້ຢາງພາລາຈາກ ​ສປປ ລາວ

ນັກທຸລະກິດອີລານ​ເຊັນ​ສັນຍາຊື້ຢາງພາລາຈາກ ​ສປປ ລາວ

Published on

ຊາວ​ສວນ​ຢາງພາລາ​ ຢູ່​ແຂວງ​ຈໍາປາ​ສັກດີ​ໃຈ ພາຍຫລັງນັກທຸລະກິດອີລານ ຕົກລົງ​ຈະ​ຊື້​ຢາງພາລາປະລິມານ 10.000 ​ໂຕນຕໍ່ປີ​ ໃນໄລະຍະ 5 ປີ, ໂດຍບໍລິສັດ ບຸນຖັນສົ່ງເສີມການກະເສດຂາອອກ-ຂາເຂົ້າ ຄົບວົງຈອນຈຳກັດເປັນຜູ້ສະໜອງໃຫ້ນັກທຸລະກິດ​ດັ່ງກ່າວ ຄາດວ່າຈະໄດ້ເລີ່ມສົ່ງຂາຍໃຫ້ອີລານໃນງວດທຳອິດຈຳນວນ 100 ໂຕນໃນທ້າຍເດືອນພຶດສະພາທີ່ຈະມາເຖິງນີ້ ເຊິ່ງຖື​ວ່າເປັນການສົ່ງອອກຢາງ ໄປປະເທດຕາເວັນອອກກາງ ທາມ​ກາງ​ລາ ຄາ​ຢາງພາລາ​ຕົກ​ຕໍ່າ​ໃນ​ຕະຫລາດ​ໂລກ.

ພິທີລົງນາມສັນຍາຊື້ຂາຍຢາງດັ່ງກ່າວ, ມີຂຶ້ນເມື່ອບໍ່ດົນນີ້ລະຫວ່າງ ທ່ານ ບຸນລົ້ນ ສີລາວົງ ຮອງ​ປະທານບໍລິສັດ ບຸນຖັນສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຄົບວົງຈອນຈຳກັດ, ຕັ້ງຢູ່ບ້ານໜອງກອກ

ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ​  ແລະ ທ່ານ ຮາ​ເມດ​ເມີ​ໂລ​ຮິ (Hamed Mirlohi) ຮອງປະທານບໍລິສັດ Rahnama Trading ການຄ້າຈໍາກັດແຫ່ງປະເທດອີລານ.

ທ່ານ ບຸນລົ້ນ ສີລາວົງ ກ່າວວ່າ: ການທີ່ອີລານສົນໃຈຮ່ວມທຸລະກິດ ກັບບໍລິສັດພວກເຮົາ​ເພາະເຫັນວ່າຢາງພວກເຮົາ ເປັນຢາງທີ່ມີຄຸນນະພາບ ສາມາດນຳໄປຜະລິດເປັນສິນຄ້າໄດ້ຫລາຍຊະນິດ.ສ່ວນດ້ານລາຄາກໍຖືວ່າມີຄວາມເຫມາະສົມຕາມລາຄາມາດຕະຖານໃນຕະຫລາດໂລກ. ປັດຈຸ ບັນບໍລິສັດພວກເຮົາ ມີເງື່ອນໄຂຮອງຮັບໃຫ້ແກ່ການສົ່ງອອກ ຄືມີໂຮງງານປຸງ​ແຕ່ງສາມາດຜະ ລິດຢາງເປັນແຜ່ນໄດ້ 25 ໂຕນຕໍ່ວັນ ເປັນປະເພດຢາງເຄຣບ ເອີ້ນວ່າເປັນສິນຄ້າເຄິ່ງສຳເລັດຮູບ ​ເຊິ່ງມີຈຸດດີ ສາມາດນຳໄປຜະລິດເປັນຢາງແທ່ງ, ຢາງຕີນລົດ, ຖົງຢາງອະນາໄມ, ຖົງມືການແພດ ແລະ ອື່ນໆ. ປັດຈຸບັນ ທາງບໍລິສັດພວກເຮົາມີສວນຢາງໃນເນື້ອທີ່ທັງໝົດ 570 ເຮັກຕາ,  ​ໃນອະນາຄົດຕໍ່ໜ້າຖ້າຫາກວ່າການສົ່ງອອກໄປໄດ້ດີ ທາງບໍລິສັດຍັງມີແຜນເກັບຊື້ຈາກພາກສ່ວນຕ່າງໆໃນທົ່ວປະເທດ ເພື່ອການສົ່ງອອກໃນປະລິມານທີ່ເພີ່ມຂຶ້ນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...