spot_img
HomeມູມໄອທີລາວZTE ເປີດໂຕ Nubia Z11 Mini ສະມາດໂຟນລາຄາຖືກພ້ອມສະເປັກໂຄດດີ

ZTE ເປີດໂຕ Nubia Z11 Mini ສະມາດໂຟນລາຄາຖືກພ້ອມສະເປັກໂຄດດີ

Published on

ZTE ໄດ້ເປີດໂຕສະມາຊິກໃໝ່ສຳລັບຊື່ຍ່ອຍແບບ Nubia ນັ້ນກໍຄື Nubia Z11 Mini ເຊິ່ງໂທລະສັບເຄື່ອງນີ້ແມ່ນຈະໂຟກັດໄປທີ່ການຖ່າຍຮູບເປັນຫຼັກ

image

Nubia Z11 Mini ນັ້ນຂອບໂຕເຄື່ອງຈະເປັນແບບໂລຫະແລະມາພ້ອມກັບໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (FHD) ພ້ອມກັບຈໍແບບ 2.5D.

ໃຊ້ງານຊິບປະມວນຜົນ Snapdragon 617 (ໃນສະຖາປັດຕະຍະກຳ 28 ນມ, ມີ 8 ຄໍ ເຊິ່ງເປັນ Cortex-A53 ທັງໝົດ ແລະໃຊ້ຈີພີຢູ Adreno 405) ມາພ້ອມກັບ RAM 3GB ແລະທີ່ໜ້າສົນໃຈກໍຄືໃຫ້ ROM ມາເຖິງ 64GB ເລີຍ!!.

image

ສຳລັບໃນດ້ານຂອງລະບົບປະຕິບັດການແມ່ນຍັງໃຊ້ງານ Android 5.1 Lollipop ຢູ່ ແລະມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄືື່ອງ. ສຳລັບລຸ້ນນີ້ແມ່ນໃຊ້ໄດ້ 2 ຊິມ ພ້ອມຮອງຮັບ VoLTE ແລະແບັດເຕີຣີກໍໃຫ້ມາເຖິງ 2,800mAh

image

ສຳລັບໂຕກ້ອງຫຼັງນັ້ນມີຄວາມລະອຽດ 16 ລ້ານພິກເຊວ ພ້ອມກັບເຊັນເຊີຂອງ Sony IMX298  (ໂຕດຽວກັນກັບ Xiaomi Mi 5 ແລະ Huawei Mate 8). ສຳລັບເລນແມ່ນມີຄ່າຮູຮັບແສງຢູ່ທີ່ f/2.0 , ພ້ອມກັບລະບົບກວດຈັບໂຟກັດອັດຕະໂນມັດ ແລະ “ລະບົບ 3D ຫຼຸດຜ່ອນນອຍ (Noise)“. ສຳລັບໂໝດກ້ອງນັ້ນຍັງມີໂໝດຖ່າຍຮູບແບບ RAW DNG ແລະ ຄ່າ ISO ສາມາດເພີ່ມໄດ້ສູງສຸດເຖິງ 12800. ໃນສ່ວນຂອງການຖ່າຍວີດີໂອແມ່ນຮອງຮັບສູງສຸດພຽງ Full HD

image

ສຳລັບກ້ອງໜ້າມີຄວາມລະອຽດ 8 ລ້ານພິກເຊວ ມາພ້ອມກັບ 1.4µm ພິກເຊວ ແລະເລນ 80° (ພ້ອມກັບຄ່າຮູຮັບແສງ f/2.4).

ສຳລັບ Z11 Mini ນັ້ນກຳລັງທີ່ຈະວາງຂາຍທີ່ປະເທດຈີນພາຍຫຼັງເດືອນນີ້ແລະຂາຍຜ່ານ JD ສຳລັບລາຄາແມ່ນ 1,500 ຢວນ (1.885.000 ກີບ)

ຄວາມເຫັນຜູ້ຂຽນ: ຖ້າຢູ່ໃນລາຄານີ້ແທ້ໆແມ່ນເວົ້າໄດ້ວ່າກຸ້ມຄ່າກັບເງິນທີ່ຈ່າຍໄປກໍເວົ້າໄດ້, ຖ້າຫາກວ່າບໍ່ຕິດທີ່ຊິບປະມວນຜົນ SD 617 ທີ່ເບິ່ງຄືວ່າຈະເກົ່າໄປແລ້ວ ຖ້າຫາກທຽບກັບ SD 650 ແລະ 652 ທີ່ກຳລັງມາແຮງໃນຕອນນີ້

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)